ໂດຍໄດ້ຮັບການໜູນຊ່ວຍຈາກສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງສະຫວັນນະເຂດ (ລາວ), ບັນດາເອື້ອຍຄູຂອງແຂວງ ກວາງຈິ ມີຄວາມອຸ່ນອ່ຽນໃຈມານະພະຍາຍາມປະຕິບັດງານ, ປະຕິບັດໜ້າທີ່ເປັນຢ່າງດີ. ໃນ 3 ປີທີ່ສອນໜັງສືຢູ່ປະເທດເພື່ອນລາວ, ບັນດາເອື້ອຍຄູໄດ້ຮັບການຊ່ວຍເຫຼືອໃນທຸກດ້ານ ຄື: ບ່ອນພັກ, ພາຫະນະ.

ສ້າງແຫຼ່ງບັນດານໃຈໃຫ້ແກ່ນັກຮຽນ

ຢູ່ຫ້ອງຮຽນ, ບັນດາເອື້ອຍຄູທັງເປັນຄູສອນເພື່ອແນະນໍາ, ໂຄສະນາຄວາມຮູ້ໃຫ້ແກ່ນັກຮຽນ, ເປັນທັງບັນດາເພື່ອນມິດແນະນໍາກ່ຽວກັບພາສາໃຫ້ແກ່ພວກນ້ອງ, ສອນພວກນ້ອງວິທີການອອກສຽງ, ແຕ່ລະຄໍາ, ແຕ່ລະຕົວໜັງສື. ສໍາລັບບັນດານັກຮຽນຢູ່ທີ່ນີ້, ພາສາຫວຽດໄດ້ຮັບການຖືວ່າແມ່ນພາສາທີສອງຂອງຕົນ.

ສອນໜັງສືຢູ່ລາວ ເປັນເວລາເກືອບ 3 ປີ, ເອື້ອຍຄູ ເຈິ່ນທິແທັງຮວ່ຽນ ຖອດຖອນໄດ້ບົດຮຽນຫຼາຍຢ່າງໃນການສິດສອນ. ສາຍພົວພັນລະຫວ່າງຄູອາຈານ ແລະນັກຮຽນກໍ່ສະໜິດຕິດພັນກວ່າເກົ່າ.

ເອື້ອຍຄູ ຮວ່ຽນ ໃຫ້ຮູ້ວ່າ, ເມື່ອຫາກໍ່ໄປລາວໃນເບື້ອງຕົ້ນ, ການທັກທາຍແມ່ນຍາກທີ່ສຸດ, ເປັນຕົ້ນແມ່ນການທັກທາຍແລກປ່ຽນກັບບັນດານັກຮຽນທີ່ມີອາຍຸນ້ອຍ. ດ້ວຍເຫດນັ້ນ, ບັນດາເອື້ອຍຄູຫວຽດນາມ ຕ້ອງຖາມກ່ຽວກັບວິທີການຄຸ້ມຄອງຫ້ອງຮຽນ, ຄຽງຂ້າງນັ້ນຕ້ອງເພິ່ງຄູອາຈານຂອງກະຊວງສຶກສາ ແລະບໍາລຸງສ້າງ ແນະນໍາຕື່ມ.

leftcenterrightdel
ພວກນ້ອງນັກຮຽນທັງຮຽນຮູ້ວັດທະນະທໍາ ທັງຮຽນຮູ້ກ່ຽວກັບດົນຕີ. ພາບ: dantri.com.

ບັນດານັກຮຽນໄດ້ຮຽນຕາມຫຼັກສູດຂອງກະຊວງສຶກສາ ແລະບໍາລຸງສ້າງ ສໍາລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ສະນັ້ນ, ຫຼັກສູດກໍ່ໄດ້ເລືອກເຟັ້ນໃຫ້ເໝາະສົມ. ໃນວິວັດການສິດສອນ, ບັນຫາຫຍັງທີ່ຫຍຸ້ງຍາກ ກໍ່ໄດ້ຍົກອອກມາປຶກສາຫາລື, ແລກປ່ຽນນໍາກັນ. ເພື່ອໃຫ້ວິທີການສິດສອນທີ່ດີ, ບັນດາເອື້ອຍຄູຂອງແຂວງ ກວາງຈິ ຕ້ອງແລກປ່ຽນບົດຮຽນນຳກັນ ຫຼືຮໍ່າຮຽນດ້ວຍຕົນເອງຕື່ມອີກ.

ເອື້ອຍຄູ ຄໍາເພັດ ອາໂນໄທ - ຮອງຜູ້ອໍານວຍການໂຮງຮຽນປະຖົມສຶກສາ ຖົ໊໋ງເຍິດ ເວົ້າວ່າ, ສໍາລັບການສິດສອນສິ່ງສໍາຄັນແມ່ນສ້າງແຫຼ່ງບັນດານໃຈໃຫ້ແກ່ນັກຮຽນ, ຄວາມນິຍົມພາສາຫວຽດ, ຈຶ່ງເຮັດໃຫ້ການຮຽນບັນລຸໄດ້ປະສິດທິຜົນ. ໄປຄຽງຄູ່ກັບເລື່ອງສອນພາສາຫວຽດ, ບັນດານັກຮຽນກໍ່ໄດ້ຖ່າຍທອດກ່ຽວກັບວັດທະນະທໍາຂອງຊາດ, ບັນດາວິຊາດົນຕີຍ້ອງຍໍ ນໍ້າໃຈສາມັກຄີ ຫວຽດນາມ-ລາວ ອ້າຍນ້ອງ, ຄວາມສະໜິດຕິດພັນຢ່າງແໜ້ນແຟ້ນ, ນໍາໃຈມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດ.

ຄວາມຄາດຫວັງຮັກສາພາສາຂອງບ້ານເກີດເມືອງນອນ

ເອື້ອຍຄູ ເລ້ຫ໋າຍ, ສອນໜັງສືຢູ່ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ເມື່ອມາສອນຢູ່ລາວໃນຄັ້ງທຳອິດກໍ່ມີຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ດ້ວຍຄວາມສຸດຈິດສຸດໃຈຕໍ່ກັບອາຊີບ, ສະນັ້ນ, ຈຶ່ງຄ່ອຍໆມີຄວາມລື້ງເຄີຍກັບວິທີການສິດສອນຢູ່ລາວ. ໃນວິວັດການສິດສອນ, ເອື້ອຍຄູ ກໍ່ໄດ້ຮັບການຮ່ວມມືຈາກນັກຮຽນ, ການຊ່ວຍເຫຼືອຈາກເພືຶ່ອນຮ່ວມງານ, ໂຮງຮຽນ.

leftcenterrightdel
ມີຄວາມຜູກພັນກັບນັກຮຽນຢູ່ລາວເປັນເວລາເກືອບ 3 ປີ, ເອື້ອຍຄູ ເລ້ຫາຍ ຍາມໃດກໍ່ມີຄວາມປາດຖະໜາຢາກໃຫ້ພວກນ້ອງນັກຮຽນຮູ້ພາສາຫວຽດ. ພາບ: dantri.com.

ເຖິງຢ່າງໃດກໍ່ຕາມ, ບັນດາຄວາມຫຍຸ້ງຍາກນັ້ນແມ່ນນັກຮຽນຍັງບໍ່ທັນທັກທາຍ, ແລກປ່ຽນໄດ້ຫຼາຍເທື່ອ, ລະຫວ່າງຄູສອນ ແລະນັກຮຽນຍັງຖືກກີດກັ້ນດ້ານພາສາ, ສະນ້ັນ, ການຖ່າຍທອດຄວາມຮູ້ໃຫ້ແກ່ນັກຮຽນຍັງບໍ່ທັນບັນລຸປະສິດທິຜົນ. ຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງກີດຂວາງເຫຼົ່ານັ້ນ, ບັນດາຄູສອນຍາມໃດກໍ່ມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນເພື່ອຖ່າຍທອດຄວາມຮູ້, ຍົກສູງຄວາມສາມາດກ່ຽວກັບພາສາໃຫ້ແກ່ພວກນ້ອງ.

leftcenterrightdel
ພະນັກງານ, ຄູອາຈານ ແລະນັກຮຽນຢູ່ໂຮງຮຽນປະຖົມສຶກສາ ຖົ໊໋ງເຍິດ. ພາບ: dantri.com.

ອ້າຍຄູ ສຸພັນ ແສນວິເສດ, ຜູ້ອໍານວຍການໂຮງຮຽນປະຖົມສຶກສາ ຖົ໊໋ງເຍິດ ໃຫ້ຮູ້ວ່າ, ໂຮງຮຽນພວມປະຕິບັດການສິດສອນຕາມຫຼັກສູດປ່ຽນແປງໃໝ່ປື້ມແບບຮຽນຂອງກະຊວງສຶກສາ ແລະບໍາລຸງສ້າງຫວຽດນາມ.

ເມື່ອຕີລາຄາກ່ຽວກັບການຮຽນພາສາຫວຽດຂອງນັກຮຽນ,  ອ້າຍຄູ ສຸພັນ ແສນວິເສດ ໃຫ້ຮູ້ວ່າ, ສ່ວນຫຼາຍນັກຮຽນຊາວຫວຽດນາມ ແລະນັກຮຽນລາວ ຮຽນຢູ່ໂຮງຮຽນແຫ່ງນີ້ແມ່ນຮູ້ພາສາຫວຽດ. ແຕ່ຄູສອນທີ່ເປັນຄົນຫວຽດນາມຍັງປະສົບກັບຄວາມຫຍຸ້ງຍາກກ່ຽວກັບພາສາລາວ. ບັນດາເອື້ອຍຄູໄດ້ມີຄວາມມານະພະຍາຍາມ, ອົດທົນ,  ຮັບເອົາພາສາລາວໃຫ້ໄດ້ຫຼາຍ. ໃນໂຮງຮຽນ, ບັນດາເອື້ອຍຄູກໍ່ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນ, ສະນັ້ນ, ເລື່ອງທັກທາຍແລກປ່ຽນກັບບັນດານັກຮຽນກໍ່ງ່າຍດາຍຂຶ້ນກວ່າເກົ່າ.

ໂດຍ: ທູຈາງ