leftcenterrightdel
ການນຳໜັງສືພິມຮ່າໂນ້ຍເໝີຍ ແລະໜັງສືພິມວຽງຈັນໃໝ່ ລົງນາມໃນບົດບັນທຶກຊ່ວຍຈຳຮ່ວມມື. ພາບ: ເຖ໋ຢູງ.

ຕາມນັ້ນແລ້ວ, ໜັງສືພິມຮ່າໂນ້ຍເໝີຍ ແລະໜັງສືພິມວຽງຈັນໃໝ່ ໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນດ້ານວິຊາການ, ວິຊາສະເພາະ, ບົດຮຽນໃນການພັດທະນາເສດຖະກິດສື່ມວນຊົນ, ບຳລຸງສ້າງນັກຂ່າວ... ນີ້ແມ່ນການເຄື່ອນໄຫວທີ່ສອງໜັງສືພິມເຊັນກັນແຕ່ປີ 2004 ມາຮອດປະຈຸບັນ, ພາຍໃຕ້ການຊີ້ນຳຂອງອົງຄະນະພັກ, ອຳນາດການປົກຄອງນະຄອນຫຼວງວຽງຈັນ ແລະອົງຄະນະພັກ, ອຳນາດການປົກຄອງນະຄອນຫຼວງຮ່າໂນ້ຍ. ນັບແຕ່ນັ້ນມາຮອດປະຈຸບັນ, ໜັງສືພິມວຽງຈັນໃໝ່ ແລະໜັງສືພິມຮ່າໂນ້ຍເໝີຍ ໄດ້ກາຍເປັນແບບຢ່າງທີ່ດີເດັ່ນໃນວິວັດການເພີ່ມທະວີຄວາມສາມັກຄີ, ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ.

ໂດຍ: ສົມເພັດ