leftcenterrightdel
ພະນັກງານ, ແພດໝໍຂອງກອງເສດຖະກິດ-ປ້ອງກັນຊາດ 385 ກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນໃນບ້ານວັນຕັດ, ແຂວງອັດຕະປື (ປະເທດລາວ). ພາບ: ວັນຖ່ຽນ.

ນັບແຕ່ຕົ້ນປີມາຮອດປັດຈຸບັນ, ກົມກອງໄດ້ຫັກເງິນຈາກກອງທຶນສະຫວັດດີການມອບຂອງຂວັນ, ອວຍພອນບຸນປີໃໝ່ປະຈໍາຊາດໃຫ້ແກ່ປະຊາຊົນປະເທດເພື່ອນລາວ ດ້ວຍເງິນຈໍານວນ 396.250.000 ດົ່ງ; ກວດ ແລະປົ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນລາວ 1.203 ເທື່ອຄົນ. ບັນດາກອງຜະລິດຍັງແນະນໍາປະຊາຊົນເຕັກນິກລ້ຽງສັດ, ປູກຜັກ, ການກິນການຢູ່ຖືກຫຼັກອະນາໄມ, ສະກັດກັ້ນ ແລະຕ້ານໂລກພະຍາດ. ກົມກອງກໍ່ໄດ້ສ້ອມແປງຖະໜົນຫົນທາງ, ຂຸດ, ບູລະນະຄອງເໝືອງ, ກໍ່ສ້າງເຂື່ອນຊົນລະປະທານ, ຕິດຕັ້ງສາຍໄຟຟ້າ, ກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈຢູ່ບັນດາບ້ານຕິດກັບຊາຍແດນ ຫວຽດນາມ-ລາວ. ພິເສດ, ໃນເດືອນສິງຫາ 2018, ກົມກອງໄດ້ເຂົ້າຮ່ວມການກູ້ໄພກູ້ຊີບ, ແກ້ໄຂຜົນຮ້າຍຢ້ອນຫຼັງຍ້ອນເຂື່ອນໄຟຟ້າເຊປ່ຽນ-ເຊນໍ້ານ້ອຍແຕກ, ຍົກຍ້າຍປະຊາຊົນ 245 ຄົນ ຢູ່ບ້ານຊອກ, ປະເທດລາວ ໄປຍັງບ່ອນທີ່ມີຄວາມປອດໄພ; ບໍລິຈາກເພື່ອສະໜັບສະໜູນປະຊາຊົນລາວ.

ໝາກຜົນດັ່ງກ່າວແມ່ນຄວາມສາມັກຄີ, ຮ່ວມແຮງຮ່ວມໃຈຂອງພະນັກງານ, ນັກຮົບ, ພາລະກອນ, ຊາວຜູ້ອອກແຮງງານໃນກົມກອງ, ຜ່ານນັ້ນເຮັດໃຫ້ນໍ້າໃຈມິດຕະພາບ ຫວຽດນມ-ລາວ ສວຍສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊ່ົວກາລະນານ.

ໂດຍ: ທູຈາງ