ບ້ານອາບືນ, ເມືອງກາລືມ, ແຂວງເຊກອງ (ປະເທດລາວ) ແມ່ນໜຶ່ງໃນບັນດາບ້ານຕິດກັບຊາຍແດນແຂວງກວ້າງນາມ (ຫວຽດນາມ). ບ້ານອາບືນ ມີອັດຕາຄອບຄົວທຸກຍາກສູງ, ການບໍລິການຮັບປະກັນຊີວິດສັງຄົມຍັງຈໍາກັດຫຼາຍ, ປະຊາຊົນດໍາລົງຊີວິດດ້ວຍການເຮັດໄຮ່ເປັນຕົ້ນ.

ສິ່ງທີ່ພາໃຫ້ພວກຂ້າພະເຈົ້າສະເທືອນໃຈທີ່ສຸດນັ້ນແມ່ນຮູບພາບລຸງໂຮ່ ຖືກແຂວນພ້ອມກັບຮູບພາບບັນດາການນໍາ ສປປ ລາວ ໃນເຮືອນຫຼາຍຫຼັງຂອງປະຊາຊົນບ້ານອາບືນ. ຕາມຄໍາເວົ້າຂອງນາຍບ້ານອາບືນແລ້ວ, ປະຊາຊົນລາວ ແຂວນຮູບພາບລຸງໂຮ່ໃນເຮືອນຂອງຕົນດ້ວຍຄວາມເຄົາລົບນັບຖືເພິ່ນ ແລະສະແດງຄວາມຮູ້ບຸນຄຸນຕໍ່ຜູ້ນໍາ ໂຮ່ຈິມິນ ແລະປະຊາຊົນຫວຽດນາມທີ່ໄດ້ຊ່ວຍເຫຼືອປະຊາຊົນລາວບັນດາເຜົ່າ.

leftcenterrightdel
ພະນັກງານປ້ອມປ້ອງກັນຊາຍແດນເຊີນຮົ່ງ, ທະຫານຊາຍແດນແຂວງຮ່າຕີ໊ງ ສົມທົບກັນລາດຕະເວນສອງຝ່າຍກັບກອງຮ້ອຍປ້ອງກັນຊາຍແດນ 352, ກອງບັນຊາການທະຫານແຂວງບໍລິຄໍາໄຊ (ລາວ). ພາບ: bienphong.com.vn.

ໃນຊຸມປີຜ່ານມາ, ປ້ອມປ້ອງກັນຊາຍແດນກາຣີ ໄດ້ຊ່ວຍເຫຼືອປະຊາຊົນບ້ານອາບືນ ທັງດ້ານວັດຖຸ ແລະຈິດໃຈເປັນປະຈຳ. ສາຍພົວພັນອັນສະໜິດສະໜົມລະຫວ່າງປ້ອມປ້ອງກັນຊາຍແດນກາຣີ ແລະປະຊາຊົນບ້ານອາບືນແມ່ນແບບຢ່າງທີ່ພົ້ນເດັ່ນໃຫ້ແກ່ສາຍພົວພັນມິດຕະພາບລະຫວ່າງກໍາລັງປ້ອງກັນຊາຍແດນ ແລະປະຊາຊົນຢູ່ລຽບຕາມເສັ້ນຊາຍແດນຫວຽດນາມ-ລາວ.

ຕາມທ່ານພົນຈັດຕະວາ ທອງເລັກ ມັງໜໍເມັກ; ຫົວໜ້າກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບລາວ ແລ້ວ: “ເຂດຊາຍແດນຫວຽດນາມ-ລາວ ໄດ້ມີການປ່ຽນແປງທີ່ຕັ້ງໜ້າຫຼາຍຢ່າງ. ກ່ອນໜ້ານັ້ນມີຫຼາຍເຂດຍັງປະສົບກັບຄວາມຫຍຸ້ງຍາກ, ໃນປັດຈຸບັນໄດ້ຄ່ອຍໆມີຄວາມອີ່ມໜຳສຳລານ ແລະປະຊາຊົນຢູ່ຕິດກັບຊາຍແດນສອງປະເທດໄດ້ມີການແລກປ່ຽນສິນຄ້າເປັນປະຈຳ. ຢູ່ຫຼາຍແຂວງໄດ້ສ້າງເຂດເສດຖະກິດດ່ານຊາຍແດນເພື່ອສ້າງເປັນລະບົບການຄ້າຫຼາຍຂະແໜງອາຊີບ, ເຊື່ອມຕໍ່ແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ຈາກມຽນມາ, ໄທ ຜ່ານລາວ, ຫວຽດນາມ ແລະອອກສູ່ທະເລຕາເວັນອອກ”.

“ທະຫານຊາຍແດນຫວຽດນາມ ໄດ້ພ້ອມກັບອໍານາດການປົກຄອງ ແລະກໍາລັງກ່ຽວຂ້ອງບັນດາແຂວງຕິດກັບຊາຍແດນຂອງລາວ ຈັດຕັ້ງການໂຄສະນາ, ເຜີຍແຜ່ກົດໝາຍໃຫ້ແກ່ປະຊາຊົນ ແລະຊ່ວຍເຫຼືອບັນດາບ້ານຕິດກັບຊາຍແດນຂອງລາວ ກໍ່ສ້າງກິດຈະການຈໍານວນໜຶ່ງ ຄື: ເສັ້ນທາງຄົມມະນາຄົມ, ເຮືອນວັດທະນະທໍາ, ໄຟຟ້າ, ກໍ່ສ້າງ “ເຮືອນແຫ່ງສັນຕິພາບ ຫວຽດນາມ-ລາວ”... ບັນດາວຽກງານນັ້ນໄດ້ນໍາມາເຊິ່ງຊີວິດການເປັນຢູ່ສໍານິສໍານານ, ສະຫງົບສຸກກວ່າໃຫ້ແກ່ປະຊາຊົນ. ຍ້ອນເຫດນັ້ນ, ສະພາບການຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍໄດ້ຮັບການປົກກະຕິເທື່ອລະກ້າວ, ບັນດາຈຸດຮ້ອນກ່ຽວກັບຢາເສບຕິດໄດ້ຈໍາກັດ.

leftcenterrightdel
ພະນັກງານປ້ອມປ້ອງກັນຊາຍແດນກາຣີ ຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ປະຊາຊົນບ້ານອາບືນ. ພາບ: bienphong.com.vn.

ໃນວຽກງານຄຸ້ມຄອງຊາຍແດນ, ກໍາລັງປ້ອງກັນຊາຍແດນສອງປະເທດຫວຽດນາມ-ລາວ ໄດ້ເປັນເຈົ້າການປະຕິບັດບັນດາສັນຍາກ່ຽວກັບຊາຍແດນຢ່າງເຂັ້ມງວດ. ສອງຝ່າຍກໍ່ສົມທົບກັນໃນການເຄື່ອນໄຫວປັກຫຼັກໝາຍຖີ່, ບູລະນະລະບົບຫຼັກໝາຍຊາຍແດນ; ຜັນຂະຫຍາຍການທົດລອງຮູບແບບ “ໜຶ່ງປະຕູ, ໜຶ່ງຄັ້ງຢຸດ”, ຕອບສະໜອງຄວາມຮຽກຮ້ອງຕ້ອງການປະຕິຮູບລະບຽບການບໍລິຫານດ່ານຊາຍແດນຕາມທິດເຊື່ອມໂຍງ ແລະທັນສະໄໝ. ໃນຂົງເຂດຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກໍາ, ກໍາລັງສອງຝ່າຍໄດ້ສົມທົບກັນທໍາລາຍນັບຮ້ອຍຄະດີ ແລະກຸ່ມອາດຊະຍາກໍາຂ້າມຊາດ.

ອາດເວົ້າໄດ້ວ່າ, ນໍ້າໃຈສາມັກຄີ, ມິດຕະພາບແບບພິເສດຫວຽດນາມ-ລາວ ເວົ້າລວມ ແລະນໍ້າໃຈສາມັກຄີລະຫວ່າງບັນດາກໍາລັງປ້ອງກັນຊາຍແດນ, ປະຊາຊົນຕິດກັບຊາຍແດນສອງປະເທດນັບມື້ນັບສະໜິດຕິດພັນຢ່າງແໜ້ນແຟ້ນ, ເກີດດອກອອກຜົນຢ່າງບໍ່ຢຸດຢ້ັງ.

ໂດຍ: ທູຈາງ