ເພື່ອແນໃສ່ເພີ່ມທະວີການສ້າງສາຍພົວພັນທີ່ເປັນມູນເຊື້ອມາແຕ່ດົນນານ, ໝັ້ນຄົງລະຫວ່າງປະຊາຊົນ ແລະກໍາລັງປ້ອງກັນຊາຍແດນແຂວງກອນຕູມ (ຫວຽດນາມ) ແລະແຂວງເຊກອງ (ລາວ),  ໃນຫຼາຍປີມານີ້, ແຂວງກອນຕູມ ແລະແຂວງເຊກອງ ໄດ້ຍູ້ແຮງລາຍການແຮກສ່ຽວລະຫວ່າງໝູ່ບ້ານ, ອໍານາດການປົກຄອງ, ຮາກຖານ ແລະກໍາລັງປ້ອງກັນຊາຍແດນສອງປະເທດໄດ້ປະຕິບັດວຽກງານໂຄສະນາໃຫ້ປະຊາຊົນສອງຟາກຊາຍແດນມີຄວາມເຂົ້າໃຈກ່ຽວກັບບັນດາສັນຍາ, ກົດລະບຽບຊາຍແດນ, ສົມທົບກັນແກ້ໄຂ, ໜູນຊ່ວຍ - ຊ່ວຍເຫຼືອເຊິ່ງກັນ ແລະກັນເປັນຢ່າງດີ.

leftcenterrightdel
ປະຊາຊົນບ້ານດັກບາ, ເມືອງດັກຈຶງ, ແຂວງເຊກອງ (ລາວ) ມາພົບປະແລກປ່ຽນສະແດງສິລະປະຊົມເຊີຍວັນແມ່ຍິງຫວຽດນາມ 20-10 ຢູ່ບ້ານດັກບອກ, ຕາແສງ ດັກເບີໂລ, ເມືອງດັກເກີແລອີ, ແຂວງກອນຕູມ. ພາບ: bienphong.com.

ໃນຊຸມປີຜ່ານມາທະຫານຊາຍແດນແຂວງກອນຕູມ ໄດ້ເປັນເສນາທິການໃຫ້ຄະນະກໍາມະການປະຊາຊົນແຂວງກອນຕູມ ກ່ຽວກັບການຈັດຕັ້ງຂະບວນການແຮກສ່ຽວລະຫວ່າງຊຸມຊົນຢູ່ສອງຟາກຊາຍແດນ. ຄະນະກໍາມະການປະຊາຊົນແຂວງໄດ້ມອບໃຫ້ທະຫານຊາຍແດນແຂວງກອນຕູມ ສ້າງລາຍການແຮກສ່ຽວກຸ່ມໝູ່ບ້ານຢູ່ສອງຟາກຊາຍແດນ, ຈາກນັ້ນໂຄສະນາໃຫ້ປະຊາຊົນສອງຟາກຊາຍແດນມີຄວາມເຂົ້າໃຈກ່ຽວກັບບັນດາສັນຍາ, ກົດລະບຽບຊາຍແດນ, ເພື່ອໃຫ້ປະຊາຊົນໄດ້ຮັບຮູ້, ເຂົ້າໃຈຄວາມສໍາຄັນໃນການປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ຊາຍແດນຂອງແຕ່ລະປະເທດ.

ເລື່ອງແຮກສ່ຽວລະຫວ່າງໝູ່ບ້ານຢູ່ສອງຟາກຊາຍແດນແມ່ນເພື່ອແນໃສ່ສ້າງການຫັນປ່ຽນສໍາຄັນໃນສະຕິຄວາມຮູ້ແຕ່ຂັ້ນອໍານາດການປົກຄອງທ້ອງຖິ່ນກໍ່ຄືປະຊາຊົນສອງຟາກຊາຍແດນ, ສ້າງປະຖົມປັດໄຈເພື່ອພັດທະນາກໍາລັງແຮງຂອງມະຫາຊົນສອງຟາກຊາຍແດນ, ພ້ອມທັງສົມທົບກັນ, ສະກັດກັ້ນບັນດາການເຄື່ອນໄຫວຂອງອິດທິກໍາລັງທີ່ເປັນປໍລະປັກມ້າງເພທໍາລາຍແນວທາງ, ນະໂຍບາຍສາມັກຄີຂອງສອງປະເທດ.

ໃນຊຸມປີຜ່ານມາ, ປ້ອມທະຫານຊາຍແດນ ດັກເບີໂລ ແລະປ້ອມທະຫານ ຊາຍແດນດັກຍອງ ຍາມໃດກໍ່ປະຕິບັດວຽກງານຂົນຂວາຍປະຊາຊົນເປັນ ຢ່າງດີແຕ່ເນື້ອໃນສອງບ້ານໄດ້ລົງນາມ, ພະນັກງານ, ນັກຮົບກໍ່ຄືທຸກຂັ້ນຮາກຖານໄດ້ສ້າງເງື່ອນໄຂໃຫ້ປະຊາຊົນສອງຟາກຊາຍແດນໄດ້ໄປ - ມາຫາສູ່, ຢ້ຽມຢາມຖາມຂ່າວກັນ, ຈັດຕັ້ງບັນດາລາຍການຕິດພັນກັບບັນດາການເຄື່ອນໄຫວທີ່ມີຄວາມໝາຍຄື: ກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນບ້ານດັກບາ, ບຣົງນ້ອຍ (ລາວ) ເປັນປະຈໍາ.

leftcenterrightdel
ພະນັກງານ, ນັກຮົບປ້ອມທະຫານຊາຍແດນດັກຍອງ, ທະຫານຊາຍແດນກອນຕູມ ລາດຕະເວນປົກປັກຮັກສາເສັ້ນຊາຍແດນ. ພາບ: bienphong.com.

ປ້ອມຊາຍແດນໄດ້ຄົ້ນຄວ້າເຫັນດີເປັນເອກະພາບວາງອອກຂໍ້ກໍານົດຢ່າງລະອຽດ ເພື່ອໃຫ້ປະຊາຊົນໄປ - ມາຫາສູ່, ຢ້ຽມຢາມຖາມຂ່າວເຊິ່ງກັນ ແລະກັນ, ພົບປະແລກປ່ຽນວັດທະນະທໍາ, ສິລະປະ...

ທ່ານ ອາທັ໋ງ, ນາຍບ້ານດັກບອກ, ຕາແສງດັກເບີໂລ, ເມືອງດັກເກີແລອີ, ແຂວງກອນຕູມ ໃຫ້ຮູ້ດ້ວຍຄວາມມ່ວນຊື່ນວ່າ “ບ້ານດັກບອກ (ຫວຽດນາມ)  ແລະບ້ານດັກບາ (ລາວ) ໄດ້ສະໜິດຕິດພັນກັນມາແຕ່ດົນນານ, ປະຊາຊົນຂອງສອງໝູ່ບ້ານແມ່ນຄືອ້າຍນ້ອງໃນຕະກຸນດຽວກັນ.

ພໍ່ແມ່ປະຊາຊົນສອງໝູ່ບ້ານຊາຍແດນໄດ້ແລກປ່ຽນ, ຖອດຖອນບົດຮຽນໃນການຜະລິດນຳກັນໄດ້ຢ່າງງ່າຍດາຍ, ບັນດາວຽກເຮັດທີ່ດີ, ຮູບແບບພັດທະນາເສດຖະກິດທີ່ມີປະສິດທິຜົນລ້ວນແຕ່ໄດ້ພໍ່ແມ່ປະຊາຊົນແລກປ່ຽນ, ຖອດຖອນບົດຮຽນເຊິ່ງກັນ ແລະກັນ.

ນອກຈາກລາຍການແຮກສ່ຽວລະຫວ່າງບ້ານ - ບ້ານຢູ່ສອງຟາກຊາຍແດນແລ້ວ, ປ້ອມທະຫານຊາຍແດນດັກເບີໂລ ຍັງໄດ້ສົມທົບກັບ ກອງຮ້ອຍປ້ອງກັນຊາຍແດນ 532, ກອງບັນຊາການທະຫານຊາຍແດນແຂວງເຊກອງ (ລາວ) ຈັດຕັ້ງການລາດຕະເວນສອງຝ່າຍ, ແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ, ການເມືອງຢູ່ບໍລິເວນຕ່າງໆຢ່າງເປັນປົກກະຕິຈາກນັ້ນເພີ່ມທະວີຄວາມສາມັກຄີມິດຕະພາບ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ.

ຈາກບັນດາການລາດຕະເວນສອງຝ່າຍ, ການພົບປະແລກປ່ຽນວັດທະນະທໍາ, ສິລະປະ, ກິລາລະຫວ່າງກໍາລັງປ້ອງກັນຊາຍແດນສອງປະເທດຊ່ວຍໃຫ້ພະນັກງານ, ນັກຮົບສອງຝ່າຍໄດ້ເຂົ້າໃຈເຊິ່ງກັນ ແລະກັນ, ຍົກສູງຈິດໃຈຮັບຜິດຊອບ, ນໍ້າໃຈສະໜິດຕິດພັນ, ສະຕິຄວາມຮັບຮູ້ລວມໃຫ້ແກ່ພະນັກງານ, ນັກຮົບ, ອໍານາດການປົກຄອງທ້ອງຖິ່ນທຸກຂັ້ນ, ເພື່ອຈາກນັ້ນປະກອບສ່ວນກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມືພ້ອມກັນພັດທະນາສອງແຂວງກອນຕູມ - ເຊກອງ ເວົ້າລວມ ແລະສອງຕາແສງຊາຍແດນດັກເບີໂລ ແລະດັກຈຶງ ເວົ້າສະເພາະ...

ໂດຍ: ຫງວຽນກຸກ