leftcenterrightdel
ວິທະຍາ​ໄລ ເຕັກ​ນິກ-ວິຊາ​ຊີບ ວຽງ​ຈັນ-ຮ່າ​ໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນ​ພິທີດັ່ງກ່າວ, ທ່ານ ສອນ​ໄຊ ພັນທະ​ວົງ ຮອງ​ຜູ້​ອໍານວຍ​ການວິທະຍາ​ໄລ ເຕັກ​ນິກ-ວິຊາ​ຊີບ ວຽງ​ຈັນ-ຮ່າ​ໂນ້ຍ ​ໄດ້​ສະ​ຫລຸບ​ລາຍ​ງານ​ໃຫ້​ຮູ້​ວ່າ: ການຈັດ​ຕັ້ງ​ການ​ຮຽນ​ການ​ສອນ ຕາມ​ຫລັກສູດ​ອາຊີວະ​ສຶກສາທີ່​ໄດ້​ຮັບ​ອະນຸມັດ​ຈາກ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ມີ 11 ຫລັກສູດ ມີ ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ລະບົບ 9+3, 12+2​ແລະ 12+2+1,5, ​ໄຟຟ້າ​-​ເອ​ເລັກ​ໂຕຣນິກ ມີ 9+3, 12+2, ຄອມ​ພິວ​ເຕີ​ທຸລະ​ກິດມີ 9+3, 12+2​ ແລະ 12+2+1,5, ອິນ​ຟໍ​ເມ​ຕິກ​ບັນຊີ, ​ເຕັກນິກ​ຄອມ​ພິວ​ເຕີ ​ແລະ ອິນ​ຟໍ​ເມ​ຕິກ ​ຄຸ້ມ​ຄອງ​ຫ້ອງການມີລະບົບ 12+2. ສໍາລັບ​ຜົນ​ການ​ສອບ​ເສັງ​ຈົບ​ຊັ້ນ​ໃນ​ສົກຮຽນ 2017-2018 ມີ​ນັກ​ສຶກສາ​ທັງ​ໝົດ 840 ຄົນ, ຍິງ 436 ຄົນ, ​ແຕ່​ສອບ​ເສັງ​ໄດ້ຈໍານວນ 752 ຄົນ, ຍິງ 356 ຄົນ ​ແລະນັກ​ສຶກສາ​ປະລຈໍານວນ 88 ຄົນ, ຍິງ 80 ຄົນ.

​ໃນ​ນັ້ນ, ວິຊາ​ຊີບ​ຊັ້ນ​ກາງ (9+3) ຈໍານວນ​ນັກ​ສຶກສາ​ທັງ​ໝົດ 3 3ຄົນ, ຍິງ 13 ຄົນ ສອບ​ເສັງ​ໄດ້​ສົມບູນ ມີ 25 ຄົນ, ຍິງ 11 ຄົນ ​ເທົ່າ​ກັບ 75,75%, ວິຊາ​ຊີບ​ຊັ້ນ​ກາງ (12+2) ນັກ​ສຶກສາ​ທັງ​ໝົດ 201 ຄົນ, ຍິງ 101 ຄົນ, ສອບ​ເສັງ​ໄດ້​ສົມບູນ ມີ 153ຄົນ, ຍິງ 83 ຄົນ ​ເທົ່າ​ກັບ 76,11%, ວິຊາ​ຊັ້ນ​ສູງ (12+3) ມີ​ນັກ​ສຶກສາ​ທັງ​ໝົດ 426 ຄົນ, ຍິງ 164 ຄົນ, ສອບ​ເສັງ​ໄດ້​ສົມບູນ ມີ 407 ຄົນ, ຍິງ 173 ຄົນ​ເທົ່າ​ກັບ 95,35%ລະ ວິຊາ​ຊີບ​ຊັ້ນ​ສູງ​ຕໍ່​ເນື່ອງ (12+2+1.5) ມີ​ນັກ​ສຶກສາ​ທັງ​ໝົດ 180 ຄົນ, ຍິງ 89 ຄົນ, ສອບ​ເສັງ​ໄດ້ສົມບູນ ມີ 752 ຄົນ, ຍິງ 356 ຄົນ ​ເທົ່າ​ກັບ 89,52%.

ນອກຈາກ​ນັ້ນ, ຍັງ​ມີ​ນັກ​ສຶກສາ​ເສັງ​ໄດ້ຄະ​ແນນ​ດີ ສາມາດ​ຈັດ​ເປັນ​ປະ​ເພ​ດກຽດ​ນິຍົມ​ອັນ​ດັບ​ທີ I ມີ 3 ຄົນ, ຍິງ 1 ຄົນ, ອັນ​ດັບ​ທີ II ມີ 40 ຄົນ, ຍິງ 15 ຄົນ, ດີ​ເດັ່ນ​ດ້ານ​ການ​ຮຽນ ມີ 8 ຄົນ, ຍິງ 4 ຄົນ, ນັກ​ສຶກສາ​ທີ່​ມີ​ຜົນງານ​ໃນ​ການ​ປະກອບສ່ວນ ເຄື່ອນ​ໄຫວ​ກິດຈະ​ກໍາ​ຕ່າງໆ ມີ 18 ຄົນ, ຍິງ 13 ຄົນ.

ເນື້ອໃນ: ຂປລ