ຕາງໜ້າໃຫ້ສະຫະພັນໃຫຍ່ແຮງງານຫວຽດນາມ, ທ່ານ ຟານວັນແອງ, ຮອງປະທານສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ສາຍພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ສອງອົງການຈັດຕັ້ງກໍາມະບານ ແລະຕີລາຄາສູງຕໍ່ໝາກຜົນແຫ່ງການຮ່ວມມືລະຫວ່າງສະຫະພັນໃຫຍ່ແຮງງານຫວຽດນາມ ແລະສູນກາງສະຫະພັນກໍາມະບານລາວ ໃນໄລຍະຜ່ານມາ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: laodong.vn.

ເນື່ອງໃນໂອກາດນີ້, ສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ມອບເງິນຈໍານວນ 5.000 ໂດລາສະຫະລັດ ໃຫ້ແກ່ພະນັກງານ, ກໍາມະກອນ, ສະມາຊິກກໍາມະບານລາວ  ທີ່ປະສົບກັບຄວາມເສຍຫາຍຈາກໄພພິບັດເຂື່ອນໄຟຟ້າ ເຊປ່ຽນ-ເຊນໍ້ານ້ອຍແຕກ. ໜັງສືພິມແຮງງານຂອງຫວຽດນາມ ກໍ່ມອບເຄື່ອງພິມ A3 ໜຶ່ງໜ່ວຍໃຫ້ໜັງສືພິມແຮງງານຂອງລາວ ເພື່ອຮັບໃຊ້ວຽກງານພິມຈໍາໜ່າຍໜັງສືພິມ.

ໂດຍ: ທູຈາງ