ການແຂ່ງຂັນບານເຕະຊາວໜຸ່ມຫວຽດນາມຢູ່ລາວ ຄັ້ງທີ 5 ຊິງຂັນ Vientiane Cup 2018 ໄດ້ອັດລົງໃນຕອນຄໍ່າວັນທີ 29 ກັນຍາ ຢູ່ນະຄອນຫຼວງວຽງຈັນ ພາຍຫຼັງການແຂ່ງຂັນຢ່າງຄຶກຄື້ນມ່ວນຊື່ນເປັນເວລາ 1 ເດືອນ ບົນຈິດໃຈສາມັກຄີອັນສູງສົ່ງຂອງ 10 ທີມບານເຕະ.

ທີມ FC CC55 ໄດ້ຮັບຊະນະເລີດ, ທີມ FC LAOSTYLE ຍາດໄດ້ຫຼຽນເງິນ ແລະ ທີມ FC ຊົງໝ໊າ ຍາດໄດ້ຫຼຽນທອງ.

leftcenterrightdel
ຄະນະຈັດຕັ້ງ ມອບຂັນລາງວັນຊະນະເລີດ ໃຫ້ທີມ FC CC C5. ພາບ: vov.vn.

ທ່ານ ຫງວຽນວັນເກິ໊ນ, ຫົວໜ້າຄະນະຈັດຕັ້ງການແຂ່ງຂັນ ໃຫ້ຮູ້ວ່າ, ການແຂ່ງຂັນໄດ້ສະແດງໃຫ້ເຫັນຈິດໃຈແລກປ່ຽນ, ຮໍ່າຮຽນເຊິ່ງກັນ ແລະກັນລະຫວ່າງບັນດານັກເຕະບານ ແລະບັນດາທີມເຕະບານ. ຄະນະຈັດຕັ້ງ ກໍ່ໄດ້ຮັບການປະກອບສ່ວນ, ການສະໜັບສະໜູນຈາກນັກອຸປະຖໍາ ແມ່ນບັນດາວິສາຫະກິດຫວຽດນາມ ທີ່ພວມລົງທຶນ, ດໍາເນີນທຸລະກິດຢູ່ລາວ ດ້ວຍຍອດເງິນຈໍານວນ  34 ລ້ານກີບ.

ໂດຍ: ທູຈາງ