ໂດຍມີສະຫາຍພົນຕີ ວົງຄໍາ ພົມມະກອນ    ກຳມະການຄະນະປະຈຳພັກກະຊວງ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ຫົວໜ້າຄະນະຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ ແລະພັດທະນາ 3 ຈຸດສຸມແຂວງໄຊສົມບູນ, ມີສະຫາຍພົນຈັດຕະວາ ດັ້ງແອ໋ງຢຸງ ຫົວໜ້າແມ່ທັບ 15 ກອງທັບປະຊາຊົນຫວຽດນາມ, ມີຄະນະຊີ້ນໍາ 3 ຈຸດສຸມແຂວງໄຊສົມບູນ, ຫົວໜ້າທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈໍາ ລາວ ແລະພາກສ່ວນທີກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

leftcenterrightdel
ບັນຍາກາດທີ່ພິທີເຊັນສັນຍາແຮກສ່ຽວລະຫວ່າງແຂວງໄຊສົມບູບ ແລະແມ່ທັບ 15 ກອງທັບປະຊາຊົນຫວຽດນາມ.

ສະຫາຍພົນຕີ ວົງຄໍາ ພົມມະກອນ ໄດ້ກ່າວຄໍາເຫັນມີບາງຕອນວ່າ: ການເຊັນສັນຍາແຮກສ່ຽວໃນຄັ້ງນີ້ເປັນການເສີມຂະຫຍາຍມູນເຊື້ອຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະສອງກອງທັບ ລາວ-ຫວຽດນາມ. ການແຮກສ່ຽວນີ້ເປັນການສ້າງເງື່ອນໄຂ ແລະໂອກາດທີ່ດີໃຫ້ແກ່ການພົວພັນຮ່ວມມືນໍາກັນລະຫວ່າງ 3 ຈຸດສຸມແຂວງໄຊສົມບູນກັບແມ່ທັບ 15 ພວກເຮົາມີຄວາມໃກ້ຊິດ ແລະມີຄວາມສະດວກໃນການຊ່ວຍເຫຼືອເຊິ່ງກັນ ແລະກັນຍິ່ງຂຶ້ນ. ດັ່ງນັ້ນ, ການແຮກສ່ຽວຈິ່ງມີຄວາມໝາຍສໍາຄັນເປັນພິເສດ ແລະການປະກົດການໃນການຮ່ວມມືລະຫວ່າງສອງຝ່າຍໃຫ້ສືບຕໍ່ເພີ່ມພູນຄູນສ້າງຂະຫຍາຍຕົວຂຶ້ນເລື້ອຍໆ, ເປັນຕົ້ນແມ່ນແລກປ່ຽນຄະນະຜູ້ແທນ, ການຖ່າຍທອດບົດຮຽນປະສົບການ ແລະການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະກັນນັບມື້ເລິກເຊິ່ງ ແລະຮອບດ້ານ.  ສະຫາຍ ພົນຈັດຕະວາ ດັ້ງແອ໋ງຢຸງ ກໍ່ໄດ້ກ່າວວ່າ: ການແຮກສ່ຽວໃນຄັ້ງນີ້ແມ່ນເປັນກຽດ ແລະເປັນຄວາມພາກພູມໃຈຢ່າງຍິ່ງຂອງພະນັກງານ-ນັກຮົບແມ່ທັບ 15 ຂອງພວກເຮົາ, ທັງເປັນໂອກາດດີເພື່ອໃຫ້ສອງພາກສ່ວນພວກເຮົາ ໄດ້ເປີດກວ້າງການແລກປ່ຽນໃນການຮ່ວມມືເຊິ່ງກັນ ແລະກັນນັບມື້ນັບກວ້າງຂວາງເລິກເຊິ່ງ ແລະຮອບດ້ານກວ່າເກົ່າ, ເຊິ່ງເຫດການດັ່ງກ່າວນີ້ຈະເປັນຂີດໝາຍໃໝ່ເປັນບາດກ້າວພັດທະນາໃໝ່, ໃນການພົວພັນຮ່ວມມືລະຫວ່າງສອງຝ່າຍ, ປະກອບສ່ວນເຂົ້າໃນການເພີ່ມທະວີນໍ້າໃຈມິດຕະພາບອັນມີມູນເຊື້ອຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຂອງສອງຊາດ  ຫວຽດນາມ-ລາວ, ລາວ-ຫວຽດນາມ ພວກເຮົານັບມື້ເລິກເຊິ່ງຍິ່ງໆຂຶ້ນ.  ສໍາລັບບັນດາເນື້ອໃນພື້ນຖານຫຼັກໃນການແຮກສ່ຽວຄັ້ງນີ້  ຝ່າຍຄະນະຊີ້ນໍາກອງທັບປະຊາຊົນລາວ ຈະສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແມ່ທັບ 15 ເຂົ້າຮ່ວມບາງໂຄງການພັດທະນາທີ່ເຫັນວ່າມີຄວາມຈໍາເປັນ, ແລກປ່ຽນຂໍ້ມູນຂ່າວສານລະຫວ່າງກັນ, ຊ່ວຍເຫຼືອກໍ່ສ້າງພະນັກງານເປັນຕົ້ນແມ່ນຊ່ວຍເຫລືອໃນການສິດສອນພາສາລາວ ໃຫ້ພະນັກງານຂອງແມ່ທັບ 15, ໃຫ້ທຶນນັກສຶກສາລາວເຂົ້າຮຽນຢູ່ມະຫາວິທະຍາໄລເຕີຍຫງວຽນ ສສ ຫວຽດນາມ, ແມ່ທັບ 15 ຈະສົ່ງວິຊາການມາຊ່ວຍໃນຂົງເຂດກະສິກໍາໃຫ້ 3 ຈຸດສຸມ ແລະອື່ນໆ.

ຂ່າວ: ກປລ