ເຂົ້າຮ່ວມໃນການປິດຊຸດຝຶກອົບຮົມຄັ້ງນີ້ຝ່າຍກະຊວງການຕ່າງປະເທດ ປະກອບມີ: ເລຂາລັດຖະມົນຕີ ທ່ານ ຟ້າມແຊັງເຈົາ ຕາງໜ້າການນຳກະຊວງການຕ່າງປະເທດເຂົ້າຮ່ວມ ແລະຍິນດີກັບພະນັກງານລາວທີ່ເຂົ້າຮ່ວມຊຸດຝຶກອົບຮົມ; ຮສຈ.ປອ ຫງວ໋ຽນຫວູ໋ຕຸ່ງ ອຳນວຍການສະຖາບັນການຕ່າງປະເທດ ພ້ອມກັບຜູ້ຕາງໜ້າການນຳບັນດາຫ້ອງການຂອງກະຊວງການຕ່າງປະເທດ ແລະສະຖາບັນການຕ່າງປະເທດ. ສ່ວນຝ່າຍສະຖານທູດລາວ ປະຈຳ ຮ່າໂນ້ຍ ປະກອບມີ: ທ່ານ ວຽງໄຊ ດາລາແສນ ທີ່ປຶກສາເອກອັກຄະລັດຖະທູດເຂົ້າຮ່ວມ.

leftcenterrightdel
ເລຂາລັດຖະມົນຕີ ທ່ານ ຟ້າມແຊັງເຈົາ ກ່າວຄຳປາໄສໃນພິທີປິດຊຸດຝຶກອົບຮົມ.

ກ່າວຄຳເຫັນທີ່ພິທີອັດຊຸດຝຶກອົບຮົມ ທ່ານເລຂາລັດຖະມົນຕີ ຟ້າມແຊັງເຈົາ ຢັ້ງຢືນວ່າ: ຊຸດຝຶກອົບຮົມຄັ້ງນີ້ນອນຢູ່ໃນແຜນງານການເຄື່ອນໄຫວແນໃສ່ເພີ່ມທະວີສາຍພົວພັນມິດຕະພາບພິເສດລະຫວ່າງຫວຽດນາມ ແລະລາວ ເພື່ອຊ່ວຍເຫຼືອປະເທດລາວອ້າຍນ້ອງ ໃນວຽກງານການກໍ່ສ້າງພະນັກງານ.

ທ່ານຍັງຫວັງເປັນຢ່າງຍິ່ງວ່າ: ຜ່ານຊຸດຝຶກອົບຮົມໃນຄັ້ງນີ້ພະນັກງານລັດຖະກອນ ຂອງສປປ ລາວ ຈະໄດ້ຮັບບົດຮຽນບໍ່ໜ້ອຍກໍ່ຫຼາຍໃນວຽກງານການທູດເຂົ້າໃຈຢ່າງແຈ່ມແຈ້ງວ່າລັດຖະບານ ແລະປະຊາຊົນຫວຽດນາມ ພິເສດເຫັນສຳສາຍພົວພັນ ແລະນ້ຳໃຈມິດຕະພາບ ຫວຽດນາມ-ລາວ , ເຂົ້າໃຈຂື້ນຕື່ມ ກ່ຽວກັບນະໂຍບາຍການທູດກໍ່ຄືຮີດຄອງປະເພນີວັດທະນະທຳວິຖີຊີວິດຂອງປະຊາຊົນຫວຽດນາມ.

leftcenterrightdel
ທ່ານອຳນວຍການສະຖາບັນການຕ່າງປະເທດ ຮສຈ.ປອ ຫງວ໋ຽນຫວູ໋ຕຸ່ງ ກ່າວຄຳເຫັນທີ່ພິທີອັດຊຸດຝຶກອົບຮົມ.

ທ່ານອຳນວຍການສະຖາບັນການຕ່າງປະເທດ ຮສຈ.ປອ ຫງວ໋ຽນຫວູຕຸ່ງ ເນັ້ນໜັກວ່າ: ຊຸດຝຶກອົບຮົມດ້ານຄວາມຮູ້ຄວາມສາມາດ ແລະເຕັກນິກໃນການແປໃຫ້ແກ່ພະນັກງານລັດຖະກອນຂອງກະຊວງການຕ່າງປະເທດ ລາວ ແມ່ນໂອກາດດີໃຫ້ແກ່ ກະຊວງການຕ່າງປະເທດທັງສອງປະເທດຮ່ວມກັນແບ່ງປັນແລກປ່ຽນບົດຮຽນກໍ່ຄືປະສົບການແລກປ່ຽນຄວາມຮູ້ບົດຮຽນຕົວຈິງເພື່ອຈັດຕັ້ງປະຕິບັດວຽກງານໃຫ້ດີຂື້ນຕື່ມໃນອານາຄົດປະກອບສ່ວນຊຸກຍູ້ສາຍພົວພັນພິເສດລະຫວ່າງສອງປະເທດ

leftcenterrightdel
ການນຳທັງສອງຝ່າຍ ລາວ-ຫວຽດນາມ ຖ່າຍຮູບຮ່ວມກັບນັກຝຶກອົບຮົມ.

ນີ້ແມ່ນຊຸດຝຶກອົບຮົບທີສອງນອນຢູ່ໃນການປະຕິບັດຕາມ “ສັນຍາຮ່ວມມືລະຫວ່າງກະຊວງການຕ່າງປະເທດ ສສ ຫວຽດນາມ ແລະ ກະຊວງການຕ່າງປະເທດ ສປປ ລາວ ໄລຍະ 2014-2020” ແລະ “ສັນຍາການຮ່ວມມືລະຫວ່າງສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດແຫ່ງ ສສ ຫວຽດນາມ ແລະສະຖາບັນການຕ່າງປະເທດກະຊວງການຕ່າງປະເທດແຫ່ງ ສປປ ລາວ”, ແລະ ຈິດໃຈການຊີ້ນຳ ກອງປະຊຸມປືກສາຫາລືສອງຝ່າຍລະຫວ່າງກະຊວງການຕ່າງປະເທດຫວຽດນາມ-ລາວ ຄັ້ງທີ 2 ປີ 2015: ເຫັນດີເປັນເອກກະພາບໃນການເພີ່ມທະວີປະສານສົມທົບ ແລະຮັດແໜ້ນການຮ່ວມມືໃນຫຼາຍຂົງເຂດ ແລະໃນນັ້ນປະກອບມີການກໍ່ສ້າງຝຶກອົບຮົມພະນັກງານ-ລັດຖະກອນ ເຮັດວຽກງານການທູດຂອງສອງປະເທດ. ຊຸດຝຶກອົບຮົມຄັ້ງທຳອິດ ໄດ້ຖືກຈັດຂື້ນ ຢູ່ ຮ່າໂນ້ຍ ປີ 2016.

ຊຸດຝຶກອົບຮົມຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານ-ລັດຖະກອນຂອງກະຊວງການຕ່າງປະເທດລາວ ຄັ້ງນີ້ປະກອບມີ ພະນັກງານຈຳນວນ 30 ສະຫາຍ, ພະນັກງານ ກະຊວງການຕ່າງປະເທດຕີລາຄາສູງບັນດາເນື້ອໃນຂອງຊຸດຝຶກທີ່ນຳມາສິດສອນວ່າມີຄວາມອຸດົມສົມບູນ ທັງເປັນຈິງ ແລະມີປະໂຫຍດຫຼາຍ. ວິທະຍາກອແມ່ນນັກການທູດອະວຸໂສ , ບັນດາຄູອາຈານທີ່ມີປະສົບການ ແລະມີຄວາມທຸ້ມເທທັງອະດີດ ແລະກຳລັງພະນັກງານຫຼັກແຫຼ່ງພາຍໃນ ແລະຕ່າງປະເທດເປັນຕົ້ນແມ່ນ: ອະດີດ ຮອງນາຍົກລັດຖະມົນຕີ ຫວູ໋ຄວານ, ຮສຈ.ປອ ຫງວ໋ຽນຫວູຕຸ່ງ, ທ່ານ ເຈີ່ນຫງ໋ອກແທັກ ອະດີດເອກອັກຄະລັດຖະທູດປະຈຳ UAE ທັງເປັນອຳນວຍການສູນແປພາສາ-ສະຖາບັນການຕ່າງປະເທດ, ອາຈານ Jeff Smith ຫົວໜ້າຫ້ອງແປພາສາມະຫາວິທະຍາໄລຮ່າໂນ້ຍ, ນັກເສດຖະສາດ ຟ້າມຈີລານ, ການນຳບັດດາກົມ /ພະແນກຂອງກະຊວງການຕ່າງປະເທດ.

leftcenterrightdel
ການນຳທັງສອງຝ່າຍ ລາວ-ຫວຽດນາມ ຖ່າຍຮູບຮ່ວມກັບນັກຝຶກອົບຮົມ.

ຄະນະພະນັກງານກະຊວງການຕ່າງປະເທດລາວ ກໍ່ໄດ້ເຮັດວຽກ ແລະແລກປ່ຽນກັບ 2 ພະແນກຂອງສະຖາບັນການຕ່າງປະເທດ ຄື: ສະຖາບັນຍຸດທະສາດ ແລະ ສະຖາບັນທະເລຕາເວັນອອກ.

ໃນເວລາເຂົ້າຮ່ວມຝຶກອົບຮົມສະຖາບັນການຕ່າງປະເທດ ກໍ່ໄດ້ຈັດກິດຈະກຳ ແລະລາຍການ-ການໄປທັດສະນະຢ້ຽມຢາມເພື່ອໂຄສະນາ ແລະແນະນຳໃຫ້ແກ່ພະນັກງານລາວ ເຖິງຄວາມສວຍງາມຂອງປະເທດ ແລະວິຖີຊີວິດຂອງປະຊາຊົນຫວຽດນາມຄື: ໄປທ່ຽວອ່າວ ຫະລ໋ອງ , ຈ່າງອານ-ບ໋າຍດິ໋ງ (ແຂວງນິງບິ່ງ) , ຊົມລາຍການສະແດງເຊີດຫຸ່ນກະບອກນ້ຳ....

ໂດຍ: ຍສໝ