ທີ່ການພົບປະເຈລະຈາ, ການນໍາສອງຝ່າຍເຫັນດີເປັນເອກະພາບໃນໄລຍະ 2019-2020, ສອງຝ່າຍຈະຊຸກຍູ້ເພີ່ມທະວີຄວາມສາມັກຄີ, ຄວາມເຂົ້າໃຈ ແລະຊຸກຍູ້ການຮ່ວມມືພັດທະນາໃນຂົງເຂດວັດທະນະທໍາ, ໂຄສະນາຮູບພາບ ແລະປະຊາຊົນຂອງສອງແຂວງ. ເພີ່ມທະວີການພົບປະແລກປ່ຽນກ່ຽວກັບວັດທະນະທໍາ; ວາງສະແດງຮູບພາບສິລະປະ; ສໍາຫຼວດ ແລະກໍ່ສ້າງບັນດາຕົວທ່ອງທ່ຽວ; ສະໜອງ ແລະອັບເດັດຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງກາລະໂອກາດແຫ່ງການລົງທຶນ, ດໍາເນີນທຸລະກິດ, ການທ່ອງທ່ຽວໃຫ້ກັນ. ສອງຝ່າຍເຫັນດີເປັນເອກະພາບສະເໜີຕໍ່ຂັ້ນທີ່ມີສິດອໍານາດພິຈາລະນາເປີດສາຍການບິນໂດຍກົງຈາກດ້ຽນບຽນ ໄປຍັງ ຫຼວງພະບາງ.

leftcenterrightdel
ພິທີລົງນາມໃນບົດບັນທຶກຄວາມຊ່ວຍຈຳການຮ່ວມມືດ້ານທ່ອງທ່ຽວລະຫວ່າງສອງແຂວງ. ພາບ: ສໍານັກຂ່າວສານຫວຽດນາມ.

ພາຍຫຼັງການພົບປະເຈລະຈາ,  ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາດ້ວຍເນື້ອໃນຈຸດສຸມເພື່ອແນໃສ່ເພີ່ມທະວີບັນດາ ການເຄື່ອນໄຫວຮ່ວມມືພັດທະນາການທ່ອງທ່ຽວ; ເພີ່ມທະວີແລກປ່ຽນບົດຮຽນໃນການຄຸ້ມຄອງ, ປົກປ້ອງ ແລະເສີມຂະຫຍາຍຄຸນຄ່າປູຊະນີຍະສະຖານປະຫວັດສາດ, ວັດທະນະທໍາ.

ໂດຍ: ທູຈາງ