ທົ່ວແຂວງຖາຍຫງວຽນ ມີນັກຮຽນລາວຈຳນວນ 2.000 ຄົນທີ່ກຳລັງຮ່ຳຮຽນຢູ່ໂຮງຮຽນມະຫາວິທະຍາໄລ, ຊັ້ນສູງ 13 ແຫ່ງ ປະກອບມີຂະແໜງວັດທະນະທຳ, ເຕັກນິກ, ສ້າງຄູ, ບັນຊີ, ແພດ-ການຢາ... ໃນມີທັງນັກຄົ້ນຄວ້າປະລິນຍາໂທ, ປະລິນຍາເອກ. ແຂວງຖາຍຫງວຽນກຳລັງທົດລອງໂຄງການຮັບນັກຮຽນລາວ ມະຫາວິທະຍາໄລສ້າງຄູຖາຍຫງວຽນ ແລະໂຮງຮຽນຊັ້ນສູງ ເສດຖະກິດ-ການເງິນມາຢູ່ຮ່ວມກັບຄອບຄົວປະຊາຊົນສົກປີ 2016-2017 ແລະຈະຂະຫຍາຍໂຄງການດັ່ງກ່າວໄປຍັງບັນດາໂຮງຮຽນໃນທົ່ວແຂວງນັບແຕ່ສົກຮຽນ ປີ 2017-2018.

leftcenterrightdel
ຍ້ອງຍໍ 6 ໝູ່ຄະນະ ແລະບຸກຄົນ 11 ສະຫາຍໃນການຈັດຕັ້ງປະຕິບັດໂຄງການຮັບນັກຮຽນລາວມາຢູ່ຮ່ວມກັບຄອບຄົວພໍ່ແມ່ປະຊາຊົນຫວຽດນາມ ສົກຮຽນປີ 2017-2018.

ທ່ານ ຫງວຽ໋ນນັງດັກ ຮອງປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ແຂວງຖາຍຫງວຽນ ຫົວໜ້າຊີ້ນຳໂຄງການຮັບນັກຮຽນລາວ ມາຢູ່ຮ່ວມກັບຄອບຄົວຂອງພໍ່ແມ່ປະຊາຊົນໄດ້ໃຫ້ຮູ້ວ່າ: ປະຈຸບັນມີມະຫາວິທະຍາໄລ ແລະໂຮງຮຽນຊັ້ນສູງ 7 ແຫ່ງທົ່ວແຂວງຖາຍຫງວຽນສົ່ງນັກຮຽນລາວໄປຢູ່ຮ່ວມກັບຄອບຄົວພໍ່ແມ່ປະຊາຊົນ. ນັກຮຽນລາວຈຳນວນໜຶ່ງຢູ່ປະມານສອງສາມວັນ, ວັນພັກ, ວັນບຸນຕ່່າງຄືບຸນປີໃໝ່ຫວຽດຫຼືທ້າຍອາທິດ. ການດຳລົງຊີວິດຢູ່ຮ່ວມກັບຄອບຄົວຂອງພໍ່ແມ່ປະຊາຊົນ ນັກຮຽນລາວໄດ້ເຂົ້າຮ່ວມໃນການອອກແຮງງານການຜະລິດ, ແລກປ່ຽນວັດທະນະທຳ, ຮຽນຮູ້ຮີດຄອງປະເພນີວິຖີຊີວິດຂອງຊາວຫວຽດນາມ... ນັກຮຽນລາວທີ່ຢູ່ຮ່ວມກັບພໍ່ແມ່ປະຊາຊົນແມ່ນເປັນຜູ້ທີ່ມີຄວາມເປັນມິດເປີດເຜີຍເປັນກັນເອງກັບຄອບຄົວປະຊາຊົນ.

ຄອບຄົວປະຊາຊົນໃນທົ່ວແຂວງຖາຍຫງວຽນ ທີ່ຮັບນັກຮຽນລາວ ມາຢູ່ນຳແມ່ນຄືກັບຮັບລູກຫຼານຂອງຕົນທີ່ຫ່າງກັນຫຼາຍປີກັບມາເຮືອນ, ສະແດງນໍ້າໃຈແບ່ງປັນໂອບອ້ອມອາລີຮັກແພງຄືກັນກັບຄອບຄົວດຽວກັນ.

ຮອງຄະນະອຳນວຍການມະຫາວິທະຍາໄລແຂວງຖາຍຫງວຽນ ສຈ.ປອ ດັ້ງວັນມິງ ເວົ້າວ່າ: ໂຄງການດັ່ງກ່າວມີຄວາມປະໂຫຍດຫຼາຍປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນພິເສດ ຫວຽດນາມ-ລາວ, ສະແດງເຖິງນໍ້າໃຈອັນດີງາມບໍ່ມີວັນລືມເລືອນຕະຫຼອດການລະຫວ່າງປະຊາຊົນທັງສອງຊາດ ຫວຽດນາມ-ລາວ. ນອກນັ້ນສ້າງເງື່ອນໄຂສະດວກໃຫ້ແກ່ນັກຮຽນລາວຮຽນພາສາຫວຽດນາມ ອັນນີ້ແມ່ນກະແກຊ່ວຍໃຫ້ນ້ອງໆນັກຮຽນຮຽນຮູ້ເຂົ້າໃຈໃນການສິດສອນໃນຫ້ອງ, ເຂົ້າເຖິງວັດທະນະທຳຮີດຄອງປະເພນີການກິນນໍ້າໃຈຂອງຊາວຫວຽດນາມໄດ້ດີຂື້ນ. ພ້ອມກັນນັ້ນກໍ່ປີ້ນກັນພໍ່ແມ່ປະຊາຊົນຫວຽດນາມ ກໍ່ໄດ້ຮຽນຮູ້ ແລະເຂົ້າກ່ຽວກັບວັດທະນະທຳຂອງຄົນລາວອ້າຍນ້ອງ.

ໃນອານາຄົດສະມາຄົມມິດຕະພາບ ຫວຽດນາມ-ລາວ ແຂວງຖາຍຫງວຽນ ແລະຄະນະຊີ້ນຳຈະສືບຕໍ່ຮັບນັກຮຽນລາວ ມາຢູ່ຮ່ວມກັບຄອບຄົວພໍ່ແມ່ປະຊາຊົນຊາວຫວຽດນາມ ໃນທົ່ວແຂວງຖາຍຫງວຽນ, ຈັດຕັ້ງຫຼາຍໆກິດຈະກຳແລກປ່ຽນວັດທະນະທຳມວນຊົນ, ສ້າງສາຍພົວພັນອັນເປັນມິດລະຫວ່າງນັກຮຽນລາວ ກັບບັນດາຄອບຄົວພໍ່ແມ່ປະຊາຊົນໃນແຂວງເພີ່ມທະວີມູນເຊື້ອສາມັກຄີພິເສດ ຫວຽດນາມ-ລາວ.

 

ໂດຍ: ຫັດ​ທະ​ບູນ