ທ່ານ ບົວເງິນ ຫຸມໄຊຍະພົມ ຢືນຢັນວ່າການຢ້ຽມຢາມ ແລະເຮັດວຽກຄັ້ງນີ້ເພື່ອແນໃສ່ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງສອງອົງການ, ສອງແຂວງກວ່າອີກ.

ທ່ານ ບົວເງິນ ຫຸມໄຊຍະພົມ ຢືນຢັນວ່າ, ຜົນງານເຊິ່ງແຂວງຊຽງຂວາງ ບັນລຸໄດ້ໃນໄລຍະຜ່ານມາແມ່ນຍ້ອນມີການຮ່ວມມື, ແລກປ່ຽນບົດຮຽນເຊິ່ງກັນ ແລະກັນລະຫວ່າງສອງອົງການຄະນະຊາວໜຸ່ມແຂວງ, ໄວໜຸ່ມແຂວງເງະອານ ແລະແຂວງຊຽງແຂວງ. 

leftcenterrightdel
ທ່ານ ບົວເງິນ ຫຸມໄຊຍະພົມ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຊຽງຂວາງ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: baonghean.vn.
leftcenterrightdel
ຄະນະຊາວໜຸ່ມແຂວງເງະອານ ມອບຂອງຂວັນໃຫ້ຄະນະປະຕິບັດງານຄະນະບໍລິຫານງານຊາວໜຸ່ມແຂວງຊຽງຂວາງ. ພາບ: baonghean.vn.

ສະແດງຄວາມປິຕິຊົມຊື່ນເມື່ອຕ້ອນຮັບຄະນະ, ທ່ານ ຟ້າມຕ໋ວນວີງ ຢືນຢັນວ່າການຢ້ຽມຢາມ, ເຮັດວຽກຂອງຄະນະຊາວໜຸ່ມແຂວງຊຽງຂວາງ ໄດ້ສະແດງໃຫ້ເຫັນຄວາມຮັກລະຫວ່າງຊາວໜຸ່ມສອງແຂວງຢ່າງຈິງໃຈ, ປະກອບສ່ວນເຊື່ອມຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອທີ່ມີມາແຕ່ດົນນານລະຫວ່າງສອງປະເທດ ຫວຽດນາມ - ລາວ.

ທ່ານເລຂາຄະນະຊາວໜຸ່ມແຂວງເງະອານ ຢືນຢັນວ່າຈະສືບຕໍ່ເອົາໃຈໃສ່, ໜູນຊ່ວຍ ແລະຮ່ວມມືກັບຄະນະຊາວໜຸ່ມປະເທດເພື່ອນມິດໃນບັນດາການເຄື່ອນໄຫວວຽກງານຂອງຄະນະຊາວໜຸ່ມ. ພ້ອມແລ້ວທີ່ຈະແລກປ່ຽນ, ສົມທົບກັນກ່ຽວກັບວຽກງານຊາວໜຸ່ມເພື່ອໃຫ້ຂະບວນການຊາວໜຸ່ມຂອງສອງແຂວງນັບມື້ນັບພັດທະນາ, ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈມິດຕະພາບອ້າຍນ້ອງລະຫວ່າງສອງແຂວງ, ສອງປະເທດໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

 

ໂດຍ: ທູຮັ່ງ