ເຂົ້າຮ່ວມພິທີມີທ່ານພົນໂທ ສຸວອນ ເລືອງບຸນມີ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ; ທ່ານພົນຈັດຕະວາ ສີພັນ ພຸດທະວົງ, ຫົວໜ້າກົມທະຫານຊາຍແດນລາວ; ຜູ້ຕາງໜ້າບັນດາອົງການສັງກັດກົມໃຫຍ່ເສນາທິການກອງທັບປະຊາຊົນລາວ. ຄະນະຜູ້ແທນກອງບັນຊາການທະຫານຊາຍແດນຫວຽດນາມ ເຂົ້າຮ່ວມພິທີເປີດຊຸດອົບຮົມກໍ່ສ້າງມີທ່ານພົນຈັດຕະວາ ຫງວຽນວັນນາມ ຮອງຜູ້ບັນຊາການ, ຫົວໜ້າເສນາທິການກອງບັນຊາການທະຫານຊາຍແດນຫວຽດນາມ ເປັນຫົວໜ້າຄະນະ; ຄະນະນໍາວິທະຍາຄານທະຫານຊາຍແດນ; ຄະນະນັກຊ່ຽວຊານທະຫານຊາຍແດນຫວຽດນາມ ທີ່ກໍາລັງປະຕິບັດງານຢູ່ໂຮງຮຽນທະຫານຊາຍແດນ 712.

leftcenterrightdel
ຄະນະຜູ້ແທນກອງບັນຊາການທະຫານຊາຍແດນຫວຽດນາມ ມອບຊໍ່ດອກໄມ້ອວຍພອນຄະນະນໍາໂຮງຮຽນທະຫານຊາຍແດນ 712. ພາບ: bienphong.com.vn

ໃນຊຸດຮຽນທີ I ປີນີ້, ໂຮງຮຽນຈະກໍ່ສ້າງນາຍທະຫານຈຳນວນ 120 ຄົນທີ່ມາຈາກບັນດາກົມກອງຂອງທະຫານຊາຍແດນລາວ. ເນື່ອງໃນໂອກາດນີ້, ຕາງໜ້າກອງບັນຊາການທະຫານຊາຍແດນຫວຽດນາມ, ທ່ານພົນຈັດຕະວາ ຫງວຽນວັນນາມ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ມອບຊໍ່ດອກໄມ້ ແລະຂອງຂວັນທີ່ລະນຶກອວຍພອນໂຮງຮຽນ.

ໂດຍ: ໄຊຊະນະ