ຜ່ານຂະບວນວິວັດດັ່ງກ່າວ, ການນຳຂອງສອງຊາດໄດ້ສ້າງວິລະກຳອັນຍິ່ງໃຫຍ່ຈາລຶກໄວ້ໃນໜ້າຄຳປະຫວັດສາດຂອງສອງປະເທດໂດຍການນຳຮຸ່ນອາວຸໂສ ເຊັ່ນ: ປະທານ ໂຮ່ຈິມິງ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ  ແລະ ສະຫາຍການນໍາອື່ນໆໄດ້ຈົກຈິດຈົກໃຈໃສ່ກັນ ແລະຍຶດຫມັ້ນຮ່ວມກັນຢ່າງຫນຽວແຫນ້ນສ້າງຄວາມສາມັກຄີເປັນຈິດຫນຶ່ງໃຈດຽວກັນ, ໄດ້ຮ່ວມສຸກຮ່ວມທຸກ, ເຂົ້າເມັດຫັກຜັກເສັ້ນໜຶ່ງກໍ່ບິແບ່ງກັນ, ຮ່ວມຂຸມຄອງອັນດຽວກັນ. ຄວາມຜູກພັນມິດຕະພາບອັນເລິກເຊິ່ງໃນການຕໍ່ສູ້ກູ້ຊາດໃນເມື່ອກ່ອນໄດ້ສ້າງພື້ນຖານມິດຕະພາບອັນເປັນມູນເຊື້ອທີ່ຫນັກແຫນ້ນ ແລະກ້າແກ່ນໃຫ້ສອງຊາດລາວ ແລະຫວຽດນາມ ຈົນເຖິງທຸກວັນນີ້; ໃນເວລາຫລາຍທົດສະຫວັດຜ່ານມາ, ເຖິງເພື່ອນເອງຍັງມີຄວາມຫຍຸ້ງຍາກຫລາຍດ້ານ ແຕ່ເພື່ອນກໍ່ຍັງຮັບເອົານັກຮຽນ-ນັກສຶກສາລາວໄປສຶກສາຮໍ່າຮຽນດ້ານວິຊາສະເພາະຕ່າງໆຢູ່ຫວຽດນາມ ເຊິ່ງໄດ້ສ້າງເປັນທຶນຮອນອັນມະຫາສານໃຫ້ການປະຕິວັດລາວ; ລູກຫລານຂອງປະຊາຊົນລາວ ຫລາຍຮຸ່ນຫລາຍສະໄໝທີ່ເຄີຍໄປຮຽນຮູ້ຢູ່ຫວຽດນາມ ໂດຍພວກເພິ່ນໄດ້ໃຊ້ຊີວິດໃນໄວໜຸ່ມແຫນ້ນຂອງຕົນຢູ່ປະເທດຫວຽດນາມ, ບຸກຄົນເຫລົ່ານີ້ໄດ້ເຂົ້າໃຈແຈ້ງເຖິງປະຫວັດສາດສາຍພົວພັນອັນເປັນມູນເຊື້ອຂອງສອງປະເທດເຊິ່ງພວກເພິ່ນໄດ້ກາຍເປັນສັກຂີພິຍານ, ຫນໍ່ແຫນງຜູ້ສືບທອດ ແລະໄດ້ທຸ່ມເທເຮື່ອແຮງ, ສະຕິປັນຍາເຂົ້າຮ່ວມເຄື່ອນໄຫວເພື່ອຊຸກຍູ້, ຖະຫນຸຖະຫນອມ, ເພີ່ມພູນຄູນສ້າງ ແລະເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມ ໃຫ້ມີຄວາມຈະເລີນງອກງາມຄືດັ່ງທຸກວັນນີ້ ແລະໄດ້ກະຈາຍລົງສູ່ທ້ອງຖິ່ນຮາກຖານໃນທຸກຂົງເຂດວຽກງານໃນທົ່ວປະເທດເຊິ່ງຂ້າພະເຈົ້າກໍນັບວ່າເປັນໜຶ່ງໃນຜູ້ທີ່ໂຊກດີທີ່ໄດ້ສຶກສາຮໍ່າຮຽນຈາກປະເທດຫວຽດນາມ.

ໃນສະໄໝຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ ເຊິ່ງເປັນສັດຕູຕົວດຽວກັນ, ປະຊາຊົນສອງຊາດໄດ້ຄຽງບ່າຄຽງໄລ່ກັນ ເພື່ອຕໍ່ສູ້ກູ້ຊາດດ້ວຍຄວາມເສຍສະຫລະສູງເພື່ອຜົນປະໂຫຍດລວມຂອງສອງຊາດ, ທະຫານ ແລະປະຊາຊົນຫວຽດນາມອ້າຍນ້ອງໄດ້ປະຕິບັດພັນທະສາກົນອັນສູງສົ່ງຂອງຕົນ, ຕັ້ງໜ້າສະໜັບສະໜູນພາລະກິດປົດປ່ອຍຊາດ ແລະຄວາມເປັນເອກະລາດຂອງຊາດລາວ, ປະຊາຊົນຫວຽດນາມໄດ້ສົ່ງລູກຮັກຫລານແພງອັນປະເສີດຂອງຕົນມາຊ່ວຍເຫລືອຕາມຄວາມຮຽກຮ້ອງຕ້ອງການຂອງການປະຕິວັດລາວ; ບັນດານັກຮົບອາສາສະໝັກຫວຽດນາມໄດ້ຮ່ວມສູ້ຮົບຮ່ວມຂຸມຄອງດຽວກັນກັບທະຫານ ແລະ ປະຊາຊົນລາວ ພ້ອມກັນຕໍ່ສູ້ດ້ວຍຄວາມອົງອາດກ້າຫານ, ຍາດເອົາໄຊຊະນະແຕ່ນ້ອຍເຖິງໃຫຍ່ຈົນໄດ້ຮັບໄຊຊະນະສົມບູນ,  ຍາດເອົາເອກະລາດ ແລະຜືນແຜ່ນດີນອັນຄົບຖ້ວນມາໃຫ້ປະຊາຊາຊົນສອງຊາດ. ນັກຮົບອາສາສະໝັກດັ່ງກ່າວຈຳນວນບໍ່ໜ້ອຍໄດ້ມາເສຍສະຫລະເລືອດເນື້ອ, ຊີວິດໃນໄວໜຸ່ມມຂອງຕົນຢູ່ຜືນແຜ່ນດິນລາວແຫ່ງນີ້; ປະຊາຊົນລາວບັນດາເຜົ່າຍາມໃດກໍມີຄວາມຈົດຈຳຈາລຶກຕະຫລອດມາເຖິງຄຸນງາມຄວາມດີອັນໃຫຍ່ຫລວງດັ່ງກ່າວ ແລະໄດ້ຮ່ວມກັນສ້າງອະນຸສາວະລີໃຫ້ແກ່ນັກຮົບນິລະນາມເຫລົ່ານັ້ນທີ່ໄດ້ສະຫລະເລືອດເນື້ອ ແລະຊີວິດຂອງຕົນເຂົ້າໃນພາລະກິດອັນຍິ່ງໃຫຍ່ຂອງສອງຊາດລາວ ແລະ ຫວຽດນາມ.

ເມື່ອເຂົ້າສູ່ຍຸກສະໄຫມໃໝ່, ສາຍພົວພັນມິດຕະພາບອັນເປັນມູນເຊື້ອຂອງສອງປະເທດ ລາວ-ຫວຽດນາມ ຍິ່ງໄດ້ຮັບການຖະນຸຖະຫນອມ, ເພີ່ມພູນຄູນສ້າງ ແລະເສີມຂະຫຍາຍຕໍ່ເຕີມຂຶ້ນຕື່ມເຕັມໄປດ້ວຍຄວາມມີຊີວິດຊີວາອັນໃໝ່; ການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດໄດ້ຮັບການເປີດກວ້າງ, ເຂົ້າສູ່ລ່ວງເລິກຢ່າງຮອບດ້ານ ແລະແທດຕົວຈິງກວ່າເກົ່າ; ການໄປມາຫາສູ່ກັນລະຫວ່າງການນໍາຂັ້ນສູງຂອງສອງພັກ, ສອງລັດນັບມື້ນັບໃກ້ຊິດ ສະໜິດສະໜົມກັນຂຶ້ນຕື່ມ, ໄດ້ສ້າງຄວາມເຊື່ອຫມັ້ນຢ່າງຫນັກແຫນ້ນ ແລະສ້າງຄວາມໄວ້ເນື້ອເຊື່ອໃຈກັນຢ່າງບໍ່ຢຸດຢັ້ງ, ການພົວພັນດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແມ່ນມີຄວາມໝັ້ນທ່ຽງເຂັ້ມແຂງໄດ້ກາຍເປັນເສົາຄໍ້າ, ກ້ອນກຳລັງແຮງ ແລະປັດໄຈສຳຄັນຕົ້ນຕໍໃຫ້ແກ່ການເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານອັນສະເໝີຕົ້ນສະເຫມີປາຍ  ລະຫວ່າງສອງປະເທດແນໃສ່ນຳເອົາຜົນປະໂຫຍດລວມຕົວຈິງມາສູ່ປະຊາຊົນສອງຊາດ ເຊິ່ງສາມາດເວົ້າໄດ້ວ່າການພົວພັນ ລະຫວ່າງສອງປະເທດລາວ-ຫວຽດນາມ  ຖືເປັນແບບຢ່າງທີ່ໃສແຈ້ງຂອງການພົວພັນ ແລະຮ່ວມມືຮອບດ້ານໜຶ່ງບໍ່ມີສອງໃນໂລກແຫ່ງນີ້.

ສອງປະເທດ ລາວ ແລະຫວຽດນາມໄດ້ສືບຕໍ່ປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມທີ່ຕົນວາງອອກ, ໃນນັ້ນ ຫວຽດນາມໄດ້ຕັ້ງຫນ້າສຸມໃສ່ຈັດຕັ້ງຜັນຂະຫຍາຍ “ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ XII” ຂອງຫວຽດນາມ; ສ່ວນ ສປປ ລາວ ກໍໄດ້ສືບຕໍ່ຈັດຕັ້ງປະຕິບັດຍຸດທະສາດ “ຫັນຈາກປະເທດທີ່ບໍ່ມີຊາຍແດນອອກສູ່ທະເລກາຍເປັນປະເທດເຊື່ອມຕໍ່ ໃນອະນຸພາກພື້ນ” ແລະເອົາໃຈໃສ່ສູ້ຊົນຈັດຕັ້ງປະຕິບັດ “ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII” ຂອງຕົນ; ອັນສຳຄັນໃນນັ້ນສອງປະເທດໄດ້ກຳນົດຍຸດທະສາດການພັດທະນາເຊື່ອມຕໍ່ເສັ້ນທາງຄົມມະນາຄົມລະຫວ່າງລາວ-ຫວຽດນາມ,  ໂຄງການ “ກໍ່ສ້າງເສັ້ນທາງດ່ວນວຽງຈັນ (ລາວ) - ຮ່າໂນ້ຍ (ຫວຽດນາມ)”, ໂຄງການທາງລົດໄຟ ວຽງຈັນ-ທ່າແຂກ-ເຕິ່ນເອີບ-ຫວຸງອາງ ແລະໂຄງການຮ່ວມມືພັດທະນາທ່າທຽບເຮືອ 1, 2 ແລະ 3 ຂອງທ່າເຮືອຫວຸງອາງໃຫ້ກາຍເປັນທ່າເຮືອສາກົນ ລາວ-ຫວຽດນາມ, ເຊິ່ງກໍເປັນໜຶ່ງໃນການສ້າງເສັ້ນທາງເຊື່ອມຕໍ່ເຂົ້າໃນພາກພື້ນຕາມທິດຮ່ວມມືສົ່ງເສີມພັດທະນາແລວທາງເສດຖະກິດ ຕາວັນອອກ-ຕາວັນຕົກ ໃຫ້ເປັນຮູບປະທຳຫລາຍຂຶ້ນເພື່ອຊຸກຍູ້ສົ່ງເສີມການທ່ອງທ່ຽວ, ການຄ້າ, ການລົງທຶນເຊິ່ງສອງປະເທດລ້ວນແຕ່ມີທ່າແຮງ.

ໃນກອງປະຊຸມຄັ້ງທີ່ 40 ປະຈໍາປີ 2018, ຂອງຄະນະກໍາມະການຮ່ວມມືທະວີພາຄີລະຫວ່າງສອງລັດຖະບານລາວ ແລະ ຫວຽດນາມ ທີ່ຜ່ານມາໄດ້ເຫັນດີເປັນເອກະພາບຕົກລົງຮ່ວມມືກັນຫລາຍບັນຫາເຊັ່ນ: ການເຊື່ອມຈອດຕາຂ່າຍໄຟຟ້າ ແລະ ການຊື້ຂາຍໄຟຟ້າລະຫວ່າງສອງປະເທດໄດ້ມີບາດກ້າວຂະຫຍາຍຕົວໃໝ່, ຫລາຍໂຄງການພະລັງງານໄຟຟ້າຂອງລາວ ໄດ້ຖືກລົງນາມເພື່ອຂາຍໄຟໄປຫວຽດນາມ. ການເຊື່ອມຈອດດ້ານຄົມມະນາຄົມກໍໄດ້ຮັບການຮ່ວມມືພັດທະນານຳກັນ ແລະໄດ້ຮັບການເອົາໃຈໃສ່ຕິດຕາມຊຸກຍູ້ຢ່າງໃກ້ຊິດຈາກສອງລັດຖະບານ, ອັນພົ້ນເດັ່ນແມ່ນລັດຖະບານ ສສ.ຫວຽດນາມ ເຫັນດີໃຫ້ ສປປ ລາວເຂົ້າມາຮ່ວມມືລົງທຶນພັດທະນາທ່າເຮືອຫວຸງອາງ 1, 2 ແລະ 3 ເພື່ອສ້າງເງື່ອນໄຂສະດວກໃຫ້ລາວ ມີທາງອອກສູ່ທະເລ ແລະພັດທະນາທ່າເຮືອດັ່ງກ່າວໃຫ້ກາຍເປັນທ່າເຮືອສາກົນຂອງລາວ, ນອກນັ້ນສອງປະເທດຍັງໄດ້ພ້ອມກັນສືບຕໍ່ຊຸກຍຸ້ ໂຄງການສ້າງເສັ້ນທາງລົດໄຟແຕ່ວຽງຈັນ-ທ່າແຂກ-ເຕິ່ນເອີບ-ຫວຸງອາງ ແລະໂຄງການເສັ້ນທາງດ່ວນຮ່າໂນ້ຍ-ວຽງຈັນ,  ໂຄງການພັດທະນາເຂື່ອນໄຟຟ້າຈຸດຫລວງພະບາງຮ່ວມກັນ ແລະການລົງທຶນ, ການຄ້າຂາຍຕາມບໍລິເວນຊາຍແດນລາວ-ຫວຽດນາມໃຫ້ປະກົດຜົນເປັນຈິງໃນອະນາຄົດອັນໃກ້ນີ້; ບັນດາໂຄງການຮ່ວມມືເຫລົ່ານີ້ຖືເປັນໂຄງການສັນຍະລັກແຫ່ງການ ຮ່ວມມືພັດທະນາທີ່ມີປະສິດທິຜົນ, ແທດເຖິງຕົວຈິງ, ຍືນຍົງຂະນົງແກ່ນທີ່ສຸດລະຫວ່າງສອງປະເທດເຊິ່ງເປັນການເອື້ອອຳນວຍ ຄວາມສະດວກເຊິ່ງກັນ ແລະກັນ ທັງເປັນການສ້າງແຮງບັນດານໃຈຕໍ່ຄວາມໄຝ່ຝັນຂອງທັງສອງປະເທດທີ່ຢາກເຫັນການພັດທະນາຂອງປະຊາຊົນລາວ-ຫວຽດນາມ ນັ້ນໃຫ້ເປັນຮູບປະທຳ ເຊິ່ງປັດຈຸບັນພວມເກີດເປັນຮູບຮ່າງຂຶ້ນມາ ແລະຈະຄ່ອຍໆ ກາຍເປັນຈິງໃນບໍ່ດົນນີ້.

ນັກລົງທືນຫວຽດນາມໄດ້ເຂົ້າມາລົງທຶນຢູ່ລາວ ຫລາຍທີ່ສຸດ ແລະເປັນປະເທດຄູ່ຄ້າໃຫຍ່ອັນດັບຕົ້ນໆຂອງລາວ. ປີ 2017 ຜ່ານມານີ້, ມູນຄ່າການຄ້າລະຫວ່າງສອງຝ່າຍບັນລຸໄດ້ 936,8 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 13,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ມູນຄ່າການລົງທຶນຂອງຫວຽດນາມຢູ່ລາວ  ປະມານ 3,7 ຕື້ໂດລາສະຫະລັດ ສ່ວນໃຫ່ຍແມ່ນເຂົ້າໃນຂະແໜງເຂື່ອນໄຟຟ້ານ້ຳຕົກ, ບໍ່ແຮ່, ກະສິກຳ, ການບໍລິການ ແລະຂະແໜງການອື່ນໆຂອງລາວ. ບັນດາວິສາຫະກິດຂອງຫວຽດນາມ ທີ່ເຂົ້າມາລົງທຶນຢູ່ລາວ ບໍ່ໄດ້ຄຳນຶງແຕ່ຜົນປະໂຫຍດດ້ານເສດຖະກິດຂອງຕົນເທົ່ານັ້ນ, ແຕ່ພວກເຂົາເຈົ້າໄດ້ຊ່ວຍສ້າງໂຄງການທີ່ມີຜົນດີຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວເຊັ່ນ: ໂຮງຮຽນ, ໂຮງໝໍ, ເສັ້ນທາງເປັນຕົ້ນທັງນີ້ກໍເພື່ອຊ່ວຍຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວ ໃຫ້ດີຂຶ້ນກວ່າແຕ່ກ່ອນຫລາຍ. ສິ່ງທີ່ຫນ້າຊົມເຊີຍ ແລະເຫັນປະຈັກຕາກໍແມ່ນໂຄງການສ້າງເຂື່ອນໄຟຟ້າເຊຂະໝານ 1 ເຊິ່ງແມ່ນສະຫະບໍລິສັດຊົງດາເປັນຜູ້ລົງທຶນມາເຖິງປັດຈຸບັນໄດ້ດໍາເນີນການຜະລິດ ແລະໄດ້ຮັບຜົນເປັນຢ່າງດີເຊິ່ງໄດ້ຂາຍກະແສໄຟຟ້າໄປຍັງຫວຽດນາມສ້າງລາຍຮັບຫລາຍລ້ານໂດລາ ແລະໄດ້ຖອກພັນທະການເງິນໃຫ້ລັດຖະບານລາວໄດ້ຫລາຍສົມຄວນ. ສຳລັບ ສປປ ລາວ ກໍ່ມີການສົ່ງສິນຄ້າໄປຂາຍຢູ່ຫວຽດນາມ ເພີ່ມຂຶ້ນໂດຍສະເພາະແມ່ນຜະລິດຕະພັນສິນຄ້າກະສິກຳທີ່ເປັນທ່າແຮງຂອງລາວເຊັ່ນ: ເຂົ້າສານ, ກາເຟ, ໝາກກ້ວຍ ແລະໝາກໂມອື່ນໆເປັນຕົ້ນ. ນັບມື້ນັບໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ບໍລິໂພກຂອງຫວຽດນາມ.

ການແລກປ່ຽນດ້ານວັດທະນະທຳລາວ-ຫວຽດນາມ ນັບມື້ນັບເພີ່ມຫລາຍຂຶ້ນ, ນັກສະແດງລາວ ແລະຫວຽດນາມໄດ້ຮ່ວມກັນສະແດງລະຄອນເລື່ອງ: “ຮ່ວມຂຸມຄອງດຽວກັນ” ເຊິ່ງເປັນການສະແດງສີລະປະວັນນະຄະດີເຜີຍແຜ່ປະຫວັດການຕໍ່ສູ້ກູ້ຊາດ  ສະທ້ອນໃຫ້ເຫັນມູນເຊື້ອແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ  ລະຫວ່າງສອງປະເທດເຊິ່ງໄດ້ຮັບຄວາມນິຍົມຊົມຊອບ ແລະເຮັດໃຫ້ປະຊາຊົນສອງປະເທດມີຄວາມເອກອ້າງ ແລະປະທັບໃຈຫລາຍທີ່ສຸດ. ໃນຊຸມປີຜ່າມາ, ຈຳນວນນັກທ່ອງທ່ຽວຫວຽດນາມໄດ້ມາທ່ອງທ່ຽວຢູ່ລາວ ນັບມື້ນັບຫລາຍຂຶ້ນ ແລະຈຳນວນຄົນລາວ ໄປທ່ອງທ່ຽວ ຫລື ທຳມາຄ້າຂາຍກັບຊາວຫວຽດນາມ ນັບມື້ນັບຫລາຍຂຶ້ນ; ຈໍານວນນັກສຶກສາລາວທີ່ໄດ້ຮັບທຶນການສຶກສາຂອງລັດຖະບານຫວຽດນາມ ນັບມື້ນັບເພີ້ມຂື້ນ, ບໍ່ນັບທຶນແຂວງແຮກສ່ຽວ ແລະໄປຮຽນດ້ວຍທຶນສ່ວນຕົວ, ມາຮອດປະຈຸບັນນັກສຶກສາລາວ ທີ່ໄປຮຽນ ຢູ່ ສສ ຫວຽດນາມ ແມ່ນຫລາຍທີ່ສຸດໃນຈຳນວນນັກສຶກສາລາວທີ່ໄປຮຽນຢູ່ຕ່າງປະເທດ ແລະສາມາດເວົ້າໄດ້ວ່າ ສສ ຫວຽດນາມ ໄດ້ກໍ່ສ້າງບຸກຄະລາກອນໃຫ້ລາວຫລາຍທີ່ສຸດໃນແຕ່ລະປີ ແລະບຸກຄະລາກອນເຫລົ່ານັ້ນໄດ້ກາຍເປັນພະນັກງານຫລັກແຫລ່ງ ເຊິ່ງໄດ້ຖືກຊັບຊ້ອນ ແລະບັນຈຸເຂົ້າໃນບັນດາກະຊວງ, ຂະແຫນງການ, ອົງການຈັດຕັ້ງຕ່າງໆນັບທັງບັນດາແຂວງໃນທົ່ວປະເທດ.

ດ້ານສາທາລະນະສຸກກໍໄດ້ຮັບການເສີມຂະຫຍາຍເປັນຢ່າງດີ, ໂດຍສະເພາະແມ່ນການບໍລິການດ້ານການປິ່ນປົວພະຍາດຢູ່ບັນດາທ້ອງຖິ່ນທີມີຊາຍແດນຕິດຈອດກັນ, ແພດຫວຽດນາມໄດ້ຈັດຕັ້ງການມາກວດກາສຸຂະພາບ ແລະປິ່ນປົວພະຍາດຢູ່ ບັນດາແຂວງຊາຍແດນຕາມການສະເໜີຂອງລາວ; ອັນສຳຄັນໃນນັ້ນລັດຖະບານຫວຽດນາມໄດ້ຕົກລົງໃຫ້ການຊ່ວຍເຫລືອລ້າ  “ໂຄງການກໍ່ສ້າງໂຮງໝໍມິດຕະພາບ  ລາວ-ຫວຽດນາມ ຢູ່ສອງແຂວງຫົວພັນ ແລະຊຽງຂວາງ” ເຊິ່ງເປັນສອງໂຄງການກໍ່ສ້າງໂຮງຫມໍຂະໜາດໃຫຍ່, ທັນສະໄຫມ ແລະຄົບວົງຈອນເພື່ອຮັບໃຊ້ປິ່ນປົວປະຊາຊົນລາວ ຢູ່ບັນດາເຂດພາກເຫນືອເຊິ່ງຄາດວ່າຈະກໍ່ສ້າງສຳເລັດໃນປີ 2020, ນີ້ສະແດງໃຫ້ເຫັນເຖິງມິດຈິດມິດໃຈຂອງສະຫາຍຫວຽດນາມ ເຖິງວ່າຕົນເອງຍັງພົບຄວາມຫຍຸ້ງຍາກບໍ່ຫນ້ອຍ ແຕ່ກໍຍັງຕັດສິນໃຈບິແບ່ງໃຫ້ການຊ່ວຍເຫລືອແບ່ງສຸກແບ່ງທຸກກັບພັກ-ລັດຖະບານລາວຕະລອດມາເຊິ່ງກໍໄດ້ຮັບການຍ້ອງຍໍຊົມເຊີຍຈາກປະຊາຊົນລາວຢ່າງກວ້າງຂວາງ; ສິ່ງເຫລົ່ານີ້ໄດ້ເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດໃຫ້ແກ່ ສປປ ລາວ ເວົ້າລວມ, ເວົ້າສະເພາະກໍແມ່ນຂະແຫນງສາທາລະນະສຸກຂອງລາວໃຫ້ມີຄວາມເຂັ້ມແຂງເຊິ່ງ, ພັກ, ລັດ  ແລະປະຊາຊົນລາວ ຍາມໃດກໍຮູ້ບຸນຄຸນ, ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫລືອອັນລໍ້າຄ່າ ແລະທັນການຂອງເພື່ອນຫວຽດນາມ.

ໃນອານາຄົດ, ສອງປະເທດພວກເຮົາຕ້ອງສືບທອດພາລະກໍາປະຕິວັດອັນຍິ່ງໃຫຍ່ທີ່ສອງຊາດໄດ້ມອບຫມາຍໃຫ້ໂດຍສືບຕໍ່ເສີມຂະຫຍາຍມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ  ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດຢ່າງໜັກແໜ້ນກ້າວເຂົ້າສູ່ລວງກວ້າງ  ແລະລວງເລິກດ້ວຍການສ້າງຄວາມໄວ້ເນື້ອເຊື່ອໃຈໃນລະດັບສູງໃຫ້ແກ່ກັນ ແລະກັນ, ໃນນັ້ນ ເອົາໃຈໃສ່ຖອດຖອນບົດຮຽນໃນດ້ານການຊຸກຍູ້ການປະຕິຮູບທີ່ເປັນຜົນດີໃຫ້ແກ່ການພັດທະນາ,ຊອກຄົ້ນຄວ້າ, ຮຽນຮູທິດສະດີການເມືອງແນໃສ່ສ້າງພຶດຕິກຳໃນການສ້າງສາສັງຄົມນິຍົມໃຫ້ເປັນຮູບປະທຳ, ສືບຕໍ່ຮັດແໜ້ນການໄປມາຫາສູ່ກັນລະຫວ່າງສອງພັກ, ສອງລັດຖະບານ, ນັບທັງພາກສ່ວນນິຕິບັນຍັດ ແລະລະດັບທ້ອງຖີ່ນ; ສອງປະເທດຕ້ອງໄດ້ສືບຕໍ່ຮ່ວມມື, ໃຫ້ການສະໜັບສະໜູນກັນໃນບັນຫາຕ່າງໆທີ່ກ່ຽວພັນເຖິງຜົນປະໂຫຍດ ແລະຊະຕາກຳອັນດຽວກັນ, ພ້ອມກັນປົກປັກຮັກສາສິດ ແລະ  ຜົນປະໂຫຍດອັນຊອບທໍາຂອງຕົນ. ບໍ່ພຽງເທົ່ານັ້ນພວກເຮົາຈະຕ້ອງໄດ້ຮ່ວມກັນສຶກສາຄົ້ນຄວ້າເຖິງຄວາມຈຳເປັນການເຊື່ອມຈອດກັນດ້ານຍຸດທະສາດແນໃສ່ພັດທະນາເສດຖະກິດຂອງແຕ່ລະປະເທດໃຫ້ມີຄວາມເຂັ້ມແຂງແບບຍືນຍົງຍ້ອນສອງປະເທດພວກເຮົາໄດ້ສ້າງວິລະກຳ ແລະເຄີຍຮ່ວມຊະຕາກຳອັນດຽວກັນໃນໄລຍະຜ່ານມາ. ແນ່ນອນວ່າ ສສ ຫວຽດນາມ ມີທ່າແຮງທີ່ເປັນພື້ນຖານໂຄງລ່າງອັນຫນັກແຫນ້ນ, ແຂງແກ່ນເຊິ່ງເປັນເງື່ອນໄຂສະດວກທັງເປັນເຄື່ອງມືທີ່ພ້ອມຊ່ວຍຂັບເຄື່ອນພັດທະນາ ເສດຖະກິດຂອງຊາດໃຫ້ຈະເລີນເຕີບໂຕຢ່າງວ່ອງໄວໃນລະດັບພາກພື້ນ ແລະສາກົນ, ແຕ່ພ້ອມດຽວກັນນັ້ນເສດຖະກິດຂອງລາວ ຍັງອ່ອນນ້ອຍ ແລະບອບບາງຈຶ່ງຮຽກຮ້ອງໃຫ້ຫວຽດນາມອ້ານນ້ອງຕ້ອງໄດ້ສະໜັບສະໜູນເສີມຂະຫຍາຍທ່າແຮງດ້ານພູມິປະເທດ, ທ່າ­ແຮງທີ່ບົ່ມຊ້ອນ ແລະຂໍ້ໄດ້ປຽບຂອງລາວ ເພື່ອສ້າງສາພັດທະນາປະເທດຊາດ ແລະກ້າວຫນ້າເດີນຕາມເສັ້ນທາງສັງຄົມນິຍົມຮ່ວມກັນ, ນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນສອງປະເທດດັ່ງຄຳສັ່ງສອນຂອງປະທານ ໂຮ່ຈິມິງທີ່ວ່າ “ຊ່ວຍເພື່ອນ ກໍຄືຊ່ວຍຕົນເອງ”.

ຄຳສຸພາສິດລາວ ກ່າວໄວ້ວ່າ “ໄມ້ລຳດຽວລ້ອມຮົ້ວບໍ່ໄຂວ່, ໄຜ່ບໍ່ພ້ອມແປງບ້ານບໍ່ເຮືອງ”. ຂໍໃຫ້ສອງປະເທດພວກເຮົາຢຶດໝັ້ນໃນມູນເຊື້ອໃນອັນດີງາມທີ່ການນຳຮຸ່ນອາວຸໂສໄດ້ສ້າງໄວ້, ຂ້າພະເຈົ້າເຊື່ອແນ່ວ່າ ອະນາຄົດອັນສົດໄສທີ່ເປັນມູນເຊື້ອແຫ່ງການພົວພັນມິດຕະພາບທີ່ຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະການຮ່ວມມືແບບຮອບດ້ານລະຫວ່າງສອງປະເທດລາວ ແລະຫວຽດນາມ  ຈະຂະໜານຄຽງຄູ່ກັນໄປຢ່າງສວຍສົດງົດງາມເໜືອນດັ່ງໄມ້ຄໍ້າກ້ວຍກ້ວຍຄໍ້າໄມ້ແຕກດອກອອກຜົນ, ສົດຊື່ນແຈ່ມໃສຍິ່ງໆຂຶ້ນຢ່າງແນ່ນອນ.

ເນື່ອງໃນໂອກາດວັນຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ຄົບຮອບ 73 ປີ (02/09/1945–02/09/2018),  ຂ້າພະເຈົ້າຂໍສົ່ງຄວາມຂ່ຳນັບຊົມເຊີຍອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະຄຳອວຍພອນໄຊອັນປະເສີດໄປຍັງການນຳພັກ, ລັດ ແລະປະຊົນຫວຽດນາມອ້າຍນ້ອງທຸກຖ້ວນທົ່ວໜ້າ ແລະຂໍສະແດງຄວາມຮູ້ບຸນຄຸນອັນລົ້ນເຫລືອຕໍ່ການຊ່ວຍເຫລືອອັນລໍ້າຄ່າ ແລະທັນການຂອງ ພັກ-ລັດຖະບານຫວຽດນາມ ອ້າຍນ້ອງທີ່ຍາມໃດກໍ່ໄດ້ບິແບ່ງມາໃຫ້ປະຊາຊົນລາວ ບໍ່ວ່າຍຸກໃດສະໄໝໃດ.

ຂ້າພະເຈົ້າເຊື່ອໝັ້ນວ່າ  ພາຍໃຕ້ການນຳພາອັນປີຊາສາມາດຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ຜູ້ດຸໝັ່ນຂະຫຍັນພຽນ ຈະສາມາດຍາດໄດ້ຜົນສຳເລັດໃໝ່ຍິ່ງໃຫຍ່ກວ່າເກົ່າໃນການຈັດຕັ້ງປະຕິບັດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະສືບຕໍ່ດຳເນີນຍຸດທະສາດການພັດທະນາເສດຖະກິດ-ສັງຄົມ  ຮອດປີ 2020 ຢ່າງມີໄຊ, ສ້າງບາດລ້ຽວອັນສຳຄັນໃຫ້ແກ່ການນຳເອົາປະເທດຫວຽດນາມ ກ້າວຂຶ້ນຢ່າງໜັກແໜ້ນ, ຫັນເປັນອຸດສາຫະກຳຕາມທິດທັນສະໄໝ,  ປະເທດຊາດມັ່ງຄັ້ງ, ເຂັ້ມແຂງ, ປະຊາທິປະໄຕ, ຍຸດຕິທຳ ແລະສີວິໄລ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ໃນພາກພື້ນ ແລະໃນໂລກ.

ໃນໂອກາດອັນມີຄວາມໝາຍປະຫວັດສາດຂອງປະຊາຊົນຫວຽດນາມອ້າຍນ້ອງ, ຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ເຫັນວ່າສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດພວກເຮົາ; ແມ່ນການພົວພັນຮ່ວມມືບົນຫລັກການສະເໜີພາບ, ເຄົາລົບເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງກັນ ແລະກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດຊ່ວຍເຫລືອເກື້ອກຸນກັນດ້ວຍຄວາມຈິງໃຈຕໍ່ກັນທີ່ມີມູນເຊື້ອອັນດີງາມມາແຕ່ດົນນານແລ້ວນັ້ນໄດ້ຮັບການພັດທະນາໃຫ້ເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ.

 

ໂດຍ: ຄຳເຜີຍ ແກ້ວກີນນາລີ