ການແຂ່ງຂັນບານເຕະຊາວໜຸ່ມຫວຽດນາມຢູ່ລາວ ຄັ້ງທີ V 2018 ເພື່ອແນໃສ່ສ້າງກອງທຶນກຸສົນເພື່ອໜູນຊ່ວຍບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກເປັນພິເສດ; ຊ່ວຍເຂົາເຈົ້າຜ່ານຜ່າຄວາມຫຍຸ້ງຍາກ, ສືບຕໍ່ສູ້ຊົນ, ປະກອບສ່ວນໃຫ້ແກ່ການພັດທະນາຂອງປະເທດເພື່ອນລາວ. ນອກຈາກນັ້ນ, ການແຂ່ງຂັນຍັງສ້າງສະໜາມລະຫຼີ້ນທີ່ປອດໃສ, ເພີ່ມທະວີຄວາມສາມັກຄີ, ສະໜິດແໜ້ນໃນປະຊາຄົມຊາວຫວຽດນາມອາໄສ ຢູ່ນະຄອນຫຼວງວຽງຈັນ.

leftcenterrightdel
ທ່ານ ຫງວຽນຢຸຍກ້ວນ ທີ່ປຶກສາທູດປະຈຳສະຖານທູດຫວຽດນາມ ຢູ່ລາວ ມອບຊໍ່ດອກໄມ້ໃຫ້ແກ່ຜູ້ຕາງໜ້າບັນດາທີມເຂົ້າຮ່ວມການແຂ່ງຂັນ. ພາບ: vov.vn.

ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ຫງວຽນຢຸຍກ້ວນ, ທີ່ປຶກສາທູດປະຈຳສະຖານທູດຫວຽດນາມ ຢູ່ລາວ ໃຫ້ຮູ້ວ່າການແຂ່ງຂັນແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ເປັນປະໂຫຍດ, ຊ່ວຍຍົກສູງກໍາລັງກາຍ, ສ້າງສະໜາມລະຫຼີ້ນທີ່ປອດໃສ, ສ້າງຄວາມສະໜິດແໜ້ນໃນປະຊາຄົມຊາວຫວຽດນາມອາໄສຢູ່ລາວ ແລະນອກຈາກນັ້ນຍັງຊ່ວຍຮັກສາມູນເຊື້ອຄຸນສົມບັດ, ວັດທະນະທໍາອັນດີງາມຂອງຊາວຫວຽດນາມ.

ການແຂ່ງຂັນບານເຕະຊາວໜຸ່ມຫວຽດນາມຢູ່ລາວ ຄັ້ງທີ V ຊິງຂັນ Vientiane Cup 2018 ມີທີມເຕະບານເຂົ້າຮ່ວມທັງໝົດ 10 ທີມ, ການແຂ່ງຂັນຈະດໍາເນີນໄປຮອດວັນທີ 22  ກັນຍາ ຈຶ່ງອັດລົງ.

ໂດຍ: ທູຈາງ