ທີ່ກອງປະຊຸມ, ມີ 6 ໝູ່ຄະນະ ແລະ 11 ສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນການປະຕິບັດລາຍການ homestay ໄດ້ຮັບໃບຍ້ອງຍໍ.

ທ່ານ ສຈ.ປອ ດັ້ງວັນມິງ, ຮອງຜູ້ອໍານວຍການມະຫາວິທະຍາໄລຖ໋າຍງວຽນ ໃຫ້ຮູ້ວ່າ, ລາຍການ homestay ກັບນັກສຶກສາລາວແມ່ນສຸດທີ່ມີປະໂຫຍດ, ປະກອບສ່ວນເພີ່ມພູນຄູນສ້າງອາລົມຈິດອັນດີງາມທີ່ບໍ່ຈືດຈາງຕະຫຼອດໄປລະຫວ່າງສອງຊາດຫວຽດນາມ-ລາວ. ພິເສດ, ລາຍການໄດ້ປະກອບສ່ວນສ້າງເງື່ອນໄຂສະດວກເພື່ອໃຫ້ນັກສຶກສາລາວຮຽນພາສາຫວຽດນາມ ໄດ້ດີ, ນັ້ນແມ່ນລູກກະແຈຊ່ວຍໃຫ້ພວກນ້ອງຮັບເອົາຄວາມຮູ້ຢູ່ໂຮງຮຽນ, ສໍາຜັດກັບວັດທະນະທໍາ, ຮີດຄອງປະເພນີ, ອາຫານການກິນ, ອາລົມຈິດຂອງຄົນຫວຽດນາມໃຫ້ດີກວ່າອີກ...

leftcenterrightdel
ທ່ານ ສຈ.ປອ ດັ້ງວັນມິງ, ຮອງຜູ້ອໍານວຍການມະຫາວິທະຍາໄລຖ໋າຍງວຽນ ມອບໃບຍ້ອງຍໍໃຫ້ບັນດາສ່ວນບຸກຄົນທີ່ມີຜົນງານດີເດັ່ນ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນໄລຍະຈະມາເຖິງ, ຄະນະຊີ້ນໍາລາຍການສືບຕໍ່ສົມທົບກັບບັນດາມະຫາວິທະຍາໄລ, ວິທະຍາໄລ ໂຄສະນາເຜີຍແຜ່ເນື້ອໃນ, ຄວາມໝາຍຂອງລາຍການເຖິງບັນດາຄອບຄົວຫວຽດນາມ, ພະນັກງານ, ຄູອາຈານບັນດາໂຮງຮຽນ, ນັກສຶກສາລາວກໍາລັງຮໍ່າຮຽນຢູ່ແຂວງຖ໋າຍງວຽນ ຢ່າງເລິກເຊິ່ງ ແລະທົ່ວເຖິງ.

ໂດຍ: ຮວ່າງເຈື່ອງ