ທີ່ການເຮັດວຽກ, ສອງຝ່າຍສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າການພົວພັນຮ່ວມມືລະຫວ່າງສອງລະບົບສານຫວຽດນາມ ແລະລາວ ໃນໄລຍະຜ່ານມາໄດ້ມີການພັດທະນາອັນດີງາມຕາມທິດນັບມື້ນັບມີປະສິດທິຜົນ ແລະແທດຈິງ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ການພົບປະເຈລະຈາ, ທ່ານ ຄໍາພັນ ສິດທິດໍາພາ ຕີລາຄາສູງຕໍ່ການຮ່ວມມືລະຫວ່າງຂະແໜງສານສອງປະເທດໃນໄລຍະຜ່ານມາ, ພິເສດແມ່ນຫວຽດນາມ ໄດ້ໜູນຊ່ວຍລາວໃນການສ້າງຕັ້ງສານບໍລິຫານໃນລະບົບສານປະຊາຊົນ; ໃຫ້ຄໍາໝັ້ນສັນຍາຈະສືບຕໍ່ສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງເພື່ອຮັບປະກັນບັນດາບັນຫາເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບກັນຈະໄດ້ຮັບການຜັນຂະຫຍາຍປະຕິບັດ.

ໃນບົດກ່າວປາໄສຂອງຕົນ, ທ່ານ ຫງວຽນຮວ່າບິ່ງ ໃຫ້ຮູ້ວ່າ: ຝ່າຍຫວຽດນາມບໍ່ພຽງແຕ່ພ້ອມແລ້ວທີ່ຈະໜູນຊ່ວຍການກໍ່ສ້າງໄລຍະສັ້ນດ້ານວິຊາການໃຫ້ແກ່ບັນດາຜູ້ພິພາກສາລາວເທົ່ານັ້ນ, ຫາກຍັງພ້ອມແລ້ວທີ່ຈະສົ່ງນັກຊ່ຽວຊານທີ່ມີປະສົບການໄປລາວເພື່ອແບ່ງປັນຄວາມຮູ້ຕາມຄວາມຮຽກຮ້ອງຂອງຝ່າຍລາວອີກດ້ວຍ.

leftcenterrightdel
ທ່ານ ຫງວຽນຮວ່າບິ່ງ ມອບເງິນຈໍານວນ 500 ລ້ານດົ່ງໃຫ້ທ່ານ ຄໍາພັນ ສິດທິດໍາພາ ເພື່ອຊ່ວຍເຫຼືອປະຊາຊົນລາວທີ່ຖືກຜົນສະທ້ອນຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນໂອກາດນີ້, ທ່ານ ຫງວຽນຮວ່າບິ່ງ ກໍ່ໄດ້ມອບເງິນຈໍານວນ 500 ລ້ານດົ່ງຂອງພະນັກງານ, ພາລະກອນຂະແໜງສານຫວຽດນາມເພື່ອຊ່ວຍເຫຼືອປະຊາຊົນລາວທີ່ຖືກຜົນສະທ້ອນຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ, ແນໃສ່ຊ່ວຍເຫຼືອປະຊາຊົນແກ້ໄຊຜົນຮ້າຍຢ້ອນຫຼັງ ແລະເຮັດໃຫ້ຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິ.

ໂດຍ: ຮວ່າງເຈື່ອງ