ໃນໂອກາດນີ້, ຜູ້ຕາງໜ້າ​ແຕ່​ລະ​ພາກສ່ວນ​ທີ່​ມາ​ມອບ​ເງິນ​ຊ່ວຍ​ເຫລືອຕ່າງກໍ່ໄດ້ສະແດງຄວາມເຫັນໃຈຕໍ່​ເຫດໄພພິບັດດັ່ງກ່າວ, ​ເຊິ່ງໄດ້ສ້າງຄວາມສູນເສຍຕໍ່ຊີວິດ ແລະຊັບສິນຂອງປະຊາຊົນເຂດເມືອງສະໜາມໄຊ, ແຂວງອັດຕະປືເປັນຈຳນວນຫລວງຫລາຍ, ພ້ອມທັງເຊື່ອໝັ້ນວ່າພາຍໃຕ້ການຊີ້ນຳ-ນຳພາຂອງລັດຖະບານລາວ ກໍຄື ຄວາມສາມັກຄີຂອງປວງຊົນລາວທັງຊາດ  ແລະການຊ່ວຍເຫລືອຈາກນາໆຊາດຈະສາມາດຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

leftcenterrightdel
 
leftcenterrightdel
 
leftcenterrightdel
ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ ໄດ້ຮັບເງິນຊ່ວຍເຫລືອຈາກຝ່າຍຫວຽດນາມ. ພາບ: kpl.gov.la.

​​ພ້ອມ​ນີ້, ​ທ່ານ ທອງສະຫວັນ ພົມວິຫານ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫລືອດັ່ງກ່າວ, ເຊິ່ງສະແດງເຖິງນໍ້າຈິດນໍ້າໃຈ, ຄວາມເປັນຫ່ວງເປັນໄຍຂອງລັດຖະບານ ກໍຄື ປະຊາຊົນຫວຽດນາມທີ່ມີຕໍ່ປະຊາຊົນລາວທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງນີ້, ເປັນການປະກອບສ່ວນຊ່ວຍເຫລືອບັນເທົາທຸກໃຫ້ປະຊາຊົນທີ່ປະສົບໄພໃນຄັ້ງນີ້ປົວແປງຊີວິດການເປັນຢູ່ໃຫ້ດີຂຶ້ນໂດຍໄວ ແລະຈະນຳເອົາເງິນຊ່ວຍເຫລືອນີ້ໄປນຳໃຊ້ເຂົ້າໃນການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ໃຫ້ມີປະສິດທິຜົນສູງສຸດ.

 

ເນື້ອໃນ: ຂປລ