ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານ ສຸລິອຸດົງ ສູນດາລາ ໃຫ້ຮູ້ວ່າຄະນະປະຕິບັດງານກະຊວງວິທະຍາສາດ ແລະເຕັກໂນໂລຢີລາວ ເຮັດວຽກຢູ່ຫວຽດນາມ ແລະຢ້ຽມຢາມນະຄອນໂຮ່ຈິມິນ ເພື່ອແນໃສ່ຊອກຮູ້ຮໍ່າຮຽນປະສົບການກ່ຽວກັບບັນດານະໂຍບາຍຊຸກຍູ້ການພັດທະນາວິທະຍາສາດ-ເຕັກໂນໂລຢີ ແລະຂົງເຂດຊັບສິນທາງປັນຍາ ເຊິ່ງນະຄອນໂຮ່ຈິມິນ ແມ່ນໜຶ່ງໃນບັນດາທ້ອງຖິ່ນນໍາໜ້າຂອງຫວຽດນາມ. ທ່ານ ສຸລິອຸດົງ ສູນດາລາ ສະແດງຄວາມມຸ່ງມາດປາດຖະໜາວ່າໃນໄລຍະຈະມາເຖິງຈະສືບຕໍ່ໄດ້ຮັບການໜູນຊ່ວຍ, ຊ່ວຍເຫຼືອຈາກນະຄອນໂຮ່ຈິມິນ ໃນບັນດາຂົງເຂດພັດທະນາຂອງລາວ, ໃນນັ້ນມີຂົງເຂດພັດທະນາວິທະຍາສາດ ແລະເຕັກໂນໂລຢີ.

leftcenterrightdel
ການນໍານະຄອນໂຮ່ຈິມິນ ຕ້ອນຮັບຄະນະພະນັກງານກະຊວງວິທະຍາສາດ ແລະເຕັກໂນໂລຢີລາວ. ພາບ: hcmcpv.org.vn

ທີ່ການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບນະໂຍບາຍໜູນຊ່ວຍພັດທະນາຂົງເຂດວິທະຍາສາດ ແລະເຕັກໂນໂລຢີຂອງນະຄອນໂຮ່ຈິມິນ (ພິເສດແມ່ນໃນໄລຍະ 2016-2020); ລະບົບຄຸ້ມຄອງລັດກ່ຽວກັບຊັບສິນທາງປັນຍາ, ນະໂຍບາຍໜູນຊ່ວຍພັດທະນາຊັບສິນທາງປັນຍາຢູ່ນະຄອນໂຮ່ຈິມິນ.

ໂດຍ: ຮວ່າງເຈື່ອງ