ກວ່າ 10 ວັນຜ່ານໄປຫຼັງເຫດການຄູກັ້ນນໍ້າເຂື່ອນໄຟຟ້າພະລັງງານນໍ້າ ເຂື່ອນເຊປ່ຽນ-ເຊນໍ້ານ້ອຍ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ແຕກ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນເຂດນີ້ພົບກັບຄວາມຫຍຸ້ງຍາກ-ລຳບາກ. ປະຊາຊົນຂາດສະບຽງອາຫານ, ນໍ້າສະອາດ, ພະຍາດລະບາດ...

leftcenterrightdel
ທ່ານໝໍທະຫານເສນາຮັກຫວຽດນາມ ກວດພະຍາດໃຫ້ແກ່ພໍ່ແມ່ປະຊາຊົນຜູ້ປະສົບໄພ ບ້ານທ່າອວນ, ເມືອງສະໜາມໄຊ. ພາບ : vov.vn.

ໄດ້ຮັບການອະນຸຍາດຈາກກະຊວງປ້ອງກັນປະເທດຂອງສອງປະເທດລາວ-ຫວຽດນາມ ໃນຫຼາຍມື້ທີ່ຜ່ານມາ, ກຳລັງປະກອບອາວຸດທະຫານເຂດ 5 ປະສານສົມທົບກັບກອງບັນຊາການທະຫານແຂວງອັດຕະປື ເລີ່ມປະຕິບັດການໃຫ້ການຊ່ວຍເຫຼືອແກ່ປະຊາຊົນ ເພື່ອແກ້ໄຂຜົນກະທົບຢ່າງຮີບດ່ວນ ແລະໃຫ້ທັນການ.

ພະນັກງານ, ນາງໝໍ, ທ່ານໝໍໂຮງໝໍເສນາຮັກ 17 ກວ່າ 20 ຄົນ, ກຳລັງແພດສາດສຸກເສີນທະຫານເຂດ 5 ແລະພະນັກງານ, ລັດຖະກອນກວ່າ 200 ຄົນ ລະດົມມາຈາກຂະແໜງການ-ໜ່ວຍງານປະກອບມີ: ບໍລິສັດມິດຕະພາບ ລາວພາກໃຕ້, ກອງຮ້ອຍ ກາ 53, ກອງບັນຊາການທະຫານແຂວງກອນຕຸມ ເຂົ້າປະຈຳການຮ່ວມຢູ່ເຂດປະສົບໄພພິບັດທີ່ມີຄວາມຮຸນແຮງເພື່ອຊ່ວຍປະຊາຊົນແກ້ໄຂຜົນກະທົບຈາກເຫດການຄູກັ້ນນໍ້າເຂື່ອນໄຟຟ້າແຕກ. 

leftcenterrightdel
ປະຊາຊົນຜູ້ປະສົບໄພ ບ້ານ ທ່າອວນ, ເມືອງສະໜາມໄຊ ແຂວງອັດຕະປື. ພາບ: vov.vn.

ແຕ່ລະມື້ໂຮງໝໍຊົ່ວຄາວຂອງທະຫານເສນາຮັກທະຫານເຂດ 5 ຢູ່ບ້ານ ທ່າອວນ, ເມືອງສະໜາມໄຊ, ແຂວງອັດຕະປື ກວດ ແລະຮັກສາຄົນເຈັບ ສະເລ່ຍຕັ້ງແຕ່ 200 ຫາ 300 ຄົນ.

ທ່ານພັນຕີ ບຸນມີ ໄຊປັນຍາ ຫົວໜ້າກອງບັນຊາການທະຫານເມືອງສະໜາມໄຊ, ແຂວງອັດຕະປື ໃຫ້ຮູ້ວ່າ: “ຫຼາຍມື້ທີ່ຜ່ານມາ ບັນດາໜ່ວຍງານຂອງທະຫານເຂດ 5 ໄດ້ປະສານສົມທົບກັບພວກເຮົາຊອກຫາຊ່ວຍເຫຼືອ, ກູ້ໄພໃຫ້ແກ່ປະຊາຊົນ. ໃນນັ້ນມີ ບໍລິສັດມິດຕະພາບ ລາວພາກໃຕ້ 206 ໄດ້ຊ່ວຍເຫຼືອຜູ້ຫຼອດຊີວິດເຖິງ 32 ຄົນ, ນອກນີ້ຍັງໃຫ້ການຊ່ວຍເຫຼືອໃນການກວດ-ຮັກສາໂລກ ແລະແຈກຍາປິ່ນປົວມອບສະບຽງອາຫານເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ຜູ້ປະສົບໄພ. ພວກເຮົາຂໍຂອບອົກຂອບໃຈນຳພວກທ່ານຈາກໃຈຈິງ”.

leftcenterrightdel
ທະຫານເສນາຮັກທະຫານເຂດ 5 ຫວຽດນາມ ໃຫ້ການຮັກສາຄົນເຈັບເມືອງສະໜາມໄຊ, ແຂວງອັດຕະປື. ພາບ: vov.vn.

ປະຈຸບັນສະພາບອາກາດຢູ່ພາກໃຕ້ຂອງລາວຍັງຄົງມີຜົນຕົກຕະຫຼອດ. ເສັ້ນທາງເຂົ້າບ້ານເຂດປະສົບໄພຖືກຕັດຂາ, ເຕັມໄປດ້ວຍຕົມ. ພະນັກງານ, ນັກຮັບ ແລະຄະນະແພດໝໍໂຮງໝໍເສນາຮັັກ 17 ທະຫານເຂດ 5 ຍັງຄົງສືບຕໍ່ພະລະກິດກັບທີ່ເຂດໄພພິບັດ, ກິນ-ຢູ່ ກັບທີ່ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນເມືອງສະໜາມໄຊ ເພື່ອເຮັດໃຫ້ຊີວິດການເປັນຢູ່ກັບສູ່ສະພາບເດີມ.

ຄະນະແພດໝໍເສນາຮັກທະຫານເຂດ 5 ໄດ້ເປີດປະຕິບັດການຊີດຢາຂ້າຍຸງ, ຕ້ານພະຍາດໃນຂອບເຂດເນື້ອທີ່ກວ່າ 120.000 ຕາແມັດ; ກັ່ນນໍ້າສະອາດ ກ່ວາ 80ແມັດກ້ອນໃຫ້ພໍ່ແມ່ປະຊາຊົນໄດ້ໃຊ້.

ຕ່າງໜ້າກອງບັນຊາການທະຫານເຂດ 5, ທ່ານພົນໂທ ເຈີ່ນກວາງເຟືອງ ໄດ້ມອບເງິນຊ່ວຍເຫຼືອເບື້ອງຕົ້ນໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບຮ້າຍແຮງ 5 ຄອບຄົວ, ຄອບຄົວລະ 10 ລ້ານດົ່ງ; ມອບເງິນຊ່ວຍເຫຼືອໃຫ້ຄະນະກອງບັນຊາການທະຫານເມືອງສະໜາມໄຊ 150 ລ້ານດົ່ງ, ກອງພົນທີ 5, ບ້ານ ທ່າອວນ ແລະມອບເງິນຊ່ວຍເຫຼືອໃຫ້ພໍ່ແມ່ປະຊາຊົນບ້ານ ທ່າອວນ ຈຳນວນ 50 ລ້ານດົ່ງ ເພື່ອຜ່ານຜ່າຄວາມທຸກຍາກ, ເຮັດໃຫ້ຊີວິດການເປັນຢູ່ກັບສູ່ສະພາບເດີມໂດຍໄວ.

 

ຫັດ​ທະ​ບູນ