ທ່ານພົນໂທ ເຈິ່ນເດີນ ເນັ້ນໜັກວ່າ, ພັກ, ລັດຖະບານ, ປະຊາຊົນ ແລະກອງທັບປະຊາຊົນຫວຽດນາມ ພ້ອມຈະໃຫ້ການຊ່ວຍເຫຼືອ ແລະແບ່ງເບົາກັບພັກ, ລັດຖະບານ ແລະປະຊາຊົນລາວ, ພິເສດແມ່ນພໍ່ແມ່ພີ່ນ້ອງຢູ່ແຂວງ ອັດຕະປື ພາຍຫຼັງເກີດເຫດເຂື່ອນໄຟຟ້າແຕກ; ທ່ານພົນໂທ ເຈິ່ນເດີນ ໃຫ້ຮູ້ວ່າ, ບັນດາກົມກອງຂອງກອງທັບປະຊາຊົນຫວຽດນາມ ກໍ່ກໍາລັງຕັ້ງໜ້າຜັນຂະຫຍາຍບັນດາກໍາລັງ, ພາຫະນະໄປຊ່ວຍເຫຼືອ ສປປ ລາວ ເພື່ອຊອກຫາກູ້ໄພ ແລະແກ້ໄຂຜົນຮ້າຍຈາກເຫດເຂື່ອນໄຟຟ້າແຕກ.

leftcenterrightdel
ທ່ານພົນໂທ ເຈິ່ນເດີນ ມອບເງິນ 50.000 ໂດລາສະຫະລັດ ໃຫ້ທ່ານ ວຽງໄຊ ດາລາແສນ. ພາບ: ວັນຮ໋ຽວ.

ຕາງໜ້າພັກ, ລັດຖະບານ ແລະປະຊາຊົນລາວ, ທ່ານ ວຽງໄຊ ດາລາແສນ, ອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງມາຍັງ ພັກ, ລັດຖະບານ ແລະປະຊາຊົນຫວຽດນາມເວົ້າລວມ ແລະກອງທັບປະຊາຊົນຫວຽດນາມເວົ້າສະເພາະ ທີ່ໄດ້ມີຄວາມເປັນຫ່ວງເປັນໃຍຕໍ່ໄພພິບັດທີ່ເກີດຂຶ້ນຢູ່ແຂວງ ອັດຕະປື ແລະຈະນຳເອົາເງິນຊ່ວຍເຫຼືອຄັ້ງນີ້,  ໄປນຳໃຊ້ເຂົ້າໃນການແກ້ໄຂໄພພິບັດທີ່ເກີດຂຶ້ນໃຫ້ມີປະສິດທິຜົນສູງສຸດ.

ແປໂດຍ: ກວຽດເຕິມ.