ຕາມນັ້ນແລ້ວ, ປະຈໍາໄລຍະ ແລະຜັດປ່ຽນກັນໃນແຕ່ລະປີ, ສອງອົງການຈະຈັດຕັ້ງຄະນະຜູ້ແທນຊາວໜຸ່ມ-ເຍົາວະຊົນພົບປະແລກປ່ຽນ ແລະແລກປ່ຽນບົດຮຽນໃນວຽກງານຕ່າງໆ. ຄະນະບໍລິຫານງານຊາວໜຸ່ມນະຄອນໂຮ່ຈິມິນ ໄດ້ເຊື້ອເຊີນຄະນະຜູ້ແທນຂອງນະຄອນຫຼວງວຽງຈັນ ເຂົ້າຮ່ວມຄ້າຍພັກແລ້ງເຍົາວະຊົນ 3 ປະເທດຫວຽດນາມ-ລາວ-ກໍາປູເຈຍ ເຊິ່ງໄດ້ຈັດຕັ້ງຢູ່ນະຄອນໂຮ່ຈິມິນ ປະຈຳໄລຍະ 2 ປີເທື່ອໜຶ່ງ, ເຂົ້າຮ່ວມເວທີປາໄສຊາວໜຸ່ມສາກົນ. ຄະນະບໍລິຫານງານຊາວໜຸ່ມນະຄອນໂຮ່ຈິມິນ ຈະຈັດຕັ້ງບັນດາຊຸດບໍາລຸງທັກສະວຽກງານຊາວໜຸ່ມໃຫ້ແກ່ພະນັກງານຊາວໜຸ່ມຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວນະຄອນຫຼວງວຽງຈັນ ຢູ່ໂຮງຮຽນຊາວໜຸ່ມ ຫຼີ໋ຕຶຈ້ອງ.

leftcenterrightdel
ສອງຝ່າຍເຊັນບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມື. ພາບ: ຮວາເລ.

ກໍ່ຢູ່ລາຍການ, ສະມາຄົມນັກທຸລະກິດໜຸ່ມນະຄອນໂຮ່ຈິມິນ ແລະສະມາຄົມນັກທຸລະກິດໜຸ່ມນະຄອນຫຼວງວຽງຈັນ ໄດ້ເຊັນບົດບັນທຶກຊ່ວຍຈໍາກ່ຽວກັບການສ້າງສາຍພົວພັນມິດຕະພາບ, ຊຸກຍູ້ການຮ່ວມມືສອງຝ່າຍ, ສ້າງເວທີປາໄສໃຫ້ແກ່ສະມາຊິກສອງຝ່າຍພົບປະ, ແລກປ່ຽນ ແລະຮ່ວມມື...

ແປໂດຍ: ຮວ່າງເຈື່ອງ