ໂດຍແມ່ນໜຶ່ງໃນສອງກົມກອງຂອງທະຫານເຂດ 5 ທີ່ມີໜ້າຢູ່ບ່ອນເກີດເຫດເຂື່ອນໄຟຟ້າແຕກ, ພະນັກງານ, ນັກຮົບບໍລິສັດມິດຕະພາບພາກໃຕ້ລາວ ຈໍາກັດ ໄດ້ຜັນຂະຫຍາຍກໍາລັງຊ່ວຍເຫຼືອອໍານາດການປົກຄອງ ແລະປະຊາຊົນທ້ອງຖິ່ນ. ຊີ້ນໍາວຽກງານກູ້ໄພຢູ່ປະເທດເພື່ອນບ້ານລາວໂດຍກົງ, ທ່ານພັນເອກ ຮວິ່ງກົງວູ້ ຮອງຜູ້ອໍານວຍການບໍລິສັດມິດຕະພາບພາກໃຕ້ລາວ ຈໍາກັດ ໃຫ້ຮູ້ວ່າ: ປັດຈຸບັນ ບໍລິສັດມິດຕະພາບ 206 ໄດ້ຈັດສົ່ງທ່ານໝໍ, ນາງພະຍາບານຂອງກົມກອງສົມທົບກັບສຸກສາລາຂອງເມືອງສະໜາມໄຊ ສຸມໃສ່ປິ່ນປົວໃຫ້ແກ່ຜູ້ເຈັບເປັນ ແລະຜູ້ຖືກບາດເຈັບ.

leftcenterrightdel
ພະນັກງານ, ພາລະກອນບໍລິສັດມິດຕະພາບພາກໃຕ້ລາວ ຈໍາກັດ ພ້ອມກັບບັນດາກົມກອງເພື່ອນບ້ານຂົນສົ່ງເຄື່ອງຊ່ວຍເຫຼືອເຖິງປະຊາຊົນແຂວງ ອັດຕະປື. ພາບ: ເຈິ່ງທົງ.

ພ້ອມກັບບັນດາກົມກອງປະເທດເພື່ອນບ້ານລາວ, ພະນັກງານ, ນັກຮົບບັນດາກົມກອງຂອງທະຫານເຂດ 5 ໄດ້ສຸມໃສ່ຊ່ວຍເຫຼືອປະຊາຊົນກວ່າ 5.800 ຄົນຈາກ 13 ບ້ານຖືກໄພນໍ້າຖ້ວມທີ່ກໍາລັງພັກຊົ່ວຄາວຢູ່ບັນດາສະຖານທີ່ໂຮງຮຽນຂອງເມືອງສະໜາມໄຊ. ວຽກງານກູ້ໄພກູ້ຊີບຢູ່ບັນດາເຂດຖືກນໍ້າຖ້ວມສືບຕໍ່ໄດ້ຮັບການຜັນຂະຫຍາຍໃນໄລຍະນີ້ດ້ວຍການເຂົ້າຮ່ວມຂອງບັນດາກົມກອງມາຈາກຫວຽດນາມ.

ແປໂດຍ: ກວຽດເຕິມ