ຕາງໜ້າຄະນະພັກ, ກອງບັນຊາການທະຫານຊາຍແດນແຂວງກອນຕຸມ, ທ່ານພັນເອກ ເລແທງຕຸ່ງ ໄດ້ຢ້ຽມຢາມຖາມຂ່າວ ແລະໃຫ້ກໍາລັງໃຈປະຊາຊົນແຂວງອັດຕະປື ທີ່ຖືກຜົນສະທ້ອນຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ; ພ້ອມທັງມອບເງິນ 50 ລ້ານດົ່ງ ແລະເຄື່ອງຂອງຈໍານວນ 100 ພູດລວມມູນຄ່າ 50 ລ້ານດົ່ງ ພ້ອມຢາປົວພະຍາດ, ຢາຂ້າເຊື້ອໂລກ... ລວມມູນຄ່າ 40 ລ້ານດົ່ງ.

leftcenterrightdel
ຄະນະປະຕິບັດງານທະຫານຊາຍແດນແຂວງກອນຕຸມ ມອບເງິນ ແລະຂອງຂວັນໃຫ້ປະຊາຊົນທີ່ຖືກຜົນສະທ້ອນ. ພາບ: ວັນລີ໋.
leftcenterrightdel
ຄະນະປະຕິບັດງານທະຫານຊາຍແດນແຂວງກອນຕຸມ ມອບຂອງຂວັນໃຫ້ແກ່ປະຊາຊົນຖືກຜົນສະທ້ອນຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ. ພາບ: ວັນລີ໋.

ຕາງໜ້າໃຫ້ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງອັດຕະປື ແລະປະຊາຊົນເມືອງສະໜາມໄຊ - ບ່ອນທີ່ມີ 13 ບ້ານຖືກຜົນສະທ້ອນຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກທີ່ຜ່ານມາ ແລະພິເສດແມ່ນ 6 ບ້ານທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງ, ທ່ານ ບຸນຮຽນ ແກ້ວບານພັດ ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກແຂວງອັດຕະປື ໄດ້ສະແດງຄວາມຂອບອົກຂອບໃຈມາຍັງທະຫານຊາຍແດນແຂວງກອນຕຸມ ທີ່ໄດ້ແບ່ງເບົາຄວາມເສຍຫາຍຕໍ່ປະຊາຊົນໃນເຂດຢ່າງທັນການ”.

ແປໂດຍ: ຮວ່າງເຈື່ອງ