leftcenterrightdel
ບໍລິສັດມິດຕະພາບພາກໃຕ້ລາວ ຈໍາກັດຜູ້ດຽວ ສົ່ງເຄື່ອງໜູນຊ່ວຍເຖິງພໍ່ແມ່ປະຊາຊົນ. ພາບ: qdnd.vn
leftcenterrightdel
ໂດຍໄດ້ຮັບການມອບສິດຈາກກອງບັນຊາການທະຫານເຂດ 5, ຄະນະອໍານວຍການບໍລິສັດມິດຕະພາບພາກໃຕ້ລາວ ຈໍາກັດຜູ້ດຽວ ມອບເງິນຈໍານວນ 200 ລ້ານດົ່ງຂອງທະຫານເຂດ 5 ໜູນຊ່ວຍປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດສຸກເສີນນໍ້າຖ້ວມໃຫ້ທ່ານຮອງເລຂາພັກແຂວງ ອັດຕະປື, ສປປ ລາວ. ພາບ: qdnd.vn.

ບໍລິສັດມິດຕະພາບ ພາກໃຕ້ລາວ ຈໍາກັດຜູ້ດຽວ (ທະຫານເຂດ 5) ກໍ່ໄດ້ໜູນຊ່ວຍພໍ່ແມ່ປະຊາຊົນຢູ່ເມືອງ ສະໜາມໄຊ ເຄື່ອງຂອງໃຊ້ຈໍາເປັນໃຫ້ແກ່ການດຳລົງຊີວິດປະຈໍາວັນດ້ວຍລວມມູນຄ່າ 50 ລ້ານດົ່ງ. ໂດຍປະຕິບັດຕາມການຊີ້ນໍາຂອງທະຫານເຂດ 5, ຄະນະພະນັກງານແພດໝໍພ້ອມດ້ວຍພາຫະນະອຸປະກອນການແພດຂອງບໍລິສັດ ແລະໜ່ວຍ K53 (ກອງບັນຊາການທະຫານແຂວງ ກອນຕຸມ) ກໍາລັງປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ, ກໍ່ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບກໍາລັງປະກອບອາວຸດແຂວງ ອັດຕະປື ກວດ, ປິ່ນປົວພະຍາດ ແລະຊ່ວຍເຫຼືອປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ.

 

ແປໂດຍ: ຮວ່າງເຈື່ອງ