ເຂົ້າຮ່ວມກອງປະຊຸມດັ່ງກ່າວມີທ່ານພົນຈັດຕະວາ ຄໍາເພັດ ສີຊານົນ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນລາວ; ທ່ານພົນຈັດຕະວາ ໂດ໊ກວຽດ, ຫົວໜ້າວິທະຍາຄານການແພດກອງທັບຫວຽດນາມ; ທ່ານພັນເອກ ຈັນສະໝອນ ມະຫາວົງ; ຫົວໜ້າວິທະຍາຄານການແພດກອງທັບລາວ ພ້ອມດ້ວຍຜູ້ຕາງໜ້າການນໍາບັນດາໂຮງຮຽນ, ວິທະຍາຄານ, ໂຮງໝໍເປັນຈໍານວນຫຼວງຫຼາຍ...

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນຈັດຕະວາ ຄໍາເພັດ ສີຊານົນ ຢັ້ງຢືນວ່າ, ກອງປະຊຸມສໍາມະນາແມ່ນໂອກາດເພື່ອໃຫ້ບັນດາພະນັກງານ, ຄູອາຈານຂອງສອງວິທະຍາຄານແລກປ່ຽນຄວາມຮູ້ ແລະບົດຮຽນໃນຂົງເຂດຄົ້ນຄວ້າວິທະຍາສາດ, ຊ່ວຍບໍາລຸງສ້າງຖັນແຖວບັນດານັກວິທະຍາສາດໜຸ່ມຮັບໃຊ້ວຽກງານບົ່ງມະຕິ, ປິ່ນປົວ ແລະຮັກສາສຸຂະພາບໃຫ້ແກ່ນາຍ ແລະພົນທະຫານ ກໍຄືສັງຄົມ.

leftcenterrightdel
ກອງປະຊຸມສໍາມະນາວິທະຍາສາດລະຫວ່າງວິທະຍາຄານການແພດກອງທັບຫວຽດນາມ ແລະວິທະຍາຄານການແພດກອງທັບລາວ ຄັ້ງທີ 1. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານພົນຈັດຕະວາ ໂດ໊ກວຽດ, ຫົວໜ້າວິທະຍາຄານການແພດກອງທັບຫວຽດນາມ ໄດ້ຕີລາຄາສູງການຮ່ວມມືລະຫວ່າງສອງວິທະຍາຄານໃນໄລຍະຜ່ານມາ; ຢັ້ງຢືນວ່າກອງປະຊຸມໃນຄັ້ງນີ້ແມ່ນສໍາຄັນທີ່ສຸດ ເຊິ່ງບໍ່ພຽງແຕ່ຊ່ວຍເພີ່ມທະວີການພົວພັນສະໜິດແໜ້ນທີ່ມີມາແຕ່ດົນນານລະຫວ່າງສອງວິທະຍາຄານເທົ່ານັ້ນ, ຫາກຍັງຮັດແໜ້ນການຮ່ວມມືດ້ານວິທະຍາສາດພິເສດແມ່ນໃນການປິ່ນປົວພະຍາດໃຫ້ແກ່ທະຫານ ແລະປະຊາຊົນສອງປະເທດອີກດ້ວຍ.

ສິ້ນສຸດກອງປະຊຸມ, ວິທະຍາຄານການແພດກອງທັບຫວຽດນາມ ແລະວິທະຍາຄານການແພດກອງທັບລາວ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບແຜນການຮ່ວມມືປີ  2018-2019. ນອກຈາກນັ້ນ, ວິທະຍາຄານການແພດກອງທັບຫວຽດນາມ ຈະສືບຕໍ່ຊ່ວຍເຫຼືອວິທະຍາຄານການແພດກອງທັບລາວ ກ່ຽວກັບເຄື່ອງອຸປະກອນ, ຮູບຈໍາລອງ, ເຄື່ອງມືຈໍານວນໜຶ່ງ ແລະຕໍາລາສອນ, ເອກະສານຮັບໃຊ້ວຽກງານບໍາລຸງສ້າງ, ພ້ອມທັງສ້າງ ແລະຜັນຂະຫຍາຍບັນດາຫົວເລື່ອງຄົ້ນຄວ້າວິທະຍາສາດໃນຂົງເຂດການແພດ-ການຢາດ້ານການທະຫານ.

ແປໂດຍ: ທູຈາງ