ຝ່າຍຫວຽດນາມ ໂດຍທ່ານ ຖ໋າຍຊວນຢຸ໋ງ, ຮອງຫົວໜ້າຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດຫວຽດນາມ ເປັນຫົວໜ້າຄະນະ ພ້ອມດ້ວຍຜູ້ຕາງໜ້າບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງຂອງແຂວງເຂົ້າຮ່ວມ. ຝ່າຍລາວ ໂດຍທ່ານ ອານຸສິນ  ຮອງຫົວໜ້າຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດລາວ ເປັນຫົວໜ້າຄະນະ.

leftcenterrightdel
ຄະນະສໍາຫຼວດສອງຝ່າຍດໍາເນີນການສໍາຫຼວດພູມີປະເທດຕົວຈິງ ແລະເຮັດວຽກຢູ່ດ່ານຊາຍແດນແທງຖຸຍ-ນໍ້າອອນ. ພາບ: ເຟືອງລິງ.

ຄະນະສໍາຫຼວດສອງຝ່າຍໄດ້ດໍາເນີນການສໍາຫຼວດພູມີປະເທດຕົວຈິງຢູ່ບັນດາດ່ານຊາຍແດນທົງທຸ-ນໍ້າໄຕ, ດ່ານຊາຍແດນຕາມເຫີບ-ທອງມີໄຊ ແລະດ່ານຊາຍແດນແທງຖຸຍ-ນໍ້າອອນ ເພື່ອຮັບໃຊ້ໃຫ້ແກ່ການກຳນົດແຜນຜັງລະບົບດ່ານຊາຍແດນປີ 2025, ວິໄສທັດ 2035.

ບົນພື້ນຖານສະພາບຕົວຈິງ ແລະຄວາມຕ້ອງການເຂົ້າ-ອອກເມືອງ, ການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ ແລະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄະນະສໍາຫຼວດລະຫວ່າງຂະແໜງໄດ້ສະເໜີຕໍ່ອົງການທີ່ມີສິດອໍານາດຂອງສອງປະເທດ ພິຈາລະນາປະເມີນຜົນ ແລະເຫັນດີຕໍ່ເລື່ອງຍົກລະດັບດ່ານຊາຍແດນຕາມເຫີບ-ທອງມີໄຊ ແລະດ່ານຊາຍແດນທົງທຸ-ນໍ້າໄຕ ຂຶ້ນເປັນດ່ານຊາຍແດນຕົ້ນຕໍ; ຍົກລະດັບດ່ານຊາຍແດນແທງຖຸຍ-ນໍ້າອອນ ຂຶ້ນເປັນດ່ານຊາຍແດນສາກົນໃນແຜນຮ່າງການວາງແຜນຜັງ ແລະພັດທະນາດ່ານຊາຍແດນຫວຽດນາມ-ລາວ ຮອດປີ 2025, ວິໄສທັດເຖິງປີ 2035.

 

ແປໂດຍ: ຮວ່າງເຈື່ອງ