ຄະນະຜູ້ແທນໄດ້ເຂົ້າຢ້ຽມຂ່ຳນັບ ແລະອວຍພອນປີໃໝ່ທ່ານພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.

ຕາງໜ້າກະຊວງປ້ອງກັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ທ່ານພົນໂທ ຈັນສະໝອນ ຈັນຍາລາດ ສະແດງຄວາມຂອບອົກຂອບໃຈ ແລະຕີລາຄາສູງການຢ້ຽມຢາມຂອງຄະນະຜູ້ແທນກອງບັນຊາການທະຫານເຂດ 2 ແລະຖືວ່າການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນເຮັດໃຫ້ຄວາມສາມັກຄີ, ມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງພັກ, ລັດ, ກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ເວົ້າລວມ, ລະຫວ່າງກຳລັງປະກອບອາວຸດທະຫານເຂດ 2 ກັບກອງທັບປະຊາຊົນລາວ ແລະບັນດາກົມກອງ, ທ້ອງຖິ່ນຢູ່ບໍລິເວນບັນດາແຂວງພາກເໜືອຂອງ ລາວ ເລິກເຊິ່ງກວ່າເກົ່າ.

leftcenterrightdel
ຄະນະຜູ້ແທນກອງບັນຊາການທະຫານເຂດ 2 ມອບດອກໄມ້ອວຍພອນປີໃໝ່ກະຊວງປ້ອງກັນປະເທດ ລາວ. ພາບ: ໂງຮຸ່ງ-ເຈີ່ນຮວ່ານ.

ທ່ານພົນໂທ ຈັນສະໝອນ ຈັນຍາລາດ ຢືນຢັນວ່າ, ການຊ່ວຍເຫຼືອຈາກພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ, ໃນນັ້ນມີກຳລັງປະກອບອາວຸດ ແລະບັນດາທ້ອງຖິ່ນຢູ່ບໍລິເວນທະຫານເຂດ 2 ສຳລັບ ສປປ ລາວ, ໃນນັ້ນມີກອງທັບ ແລະບັນດາກົມກອງ, ທ້ອງຖິ່ນໃນບໍລິເວນບັນດາແຂວງພາກເໜືອຂອງ ລາວ ແມ່ນໃຫຍ່ຫຼວງທີ່ສຸດ. ການຊ່ວຍເຫຼືອດັ່ງກ່າວໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ; ເພີ່ມທະວີການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນບໍລິເວນ, ເພີ່ມພູນຄູນສ້າງຄວາມສາມັກຄີ, ມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງຊາດຫວຽດນາມ ແລະລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

 

ແປໂດຍ: ຮຸຍດົງ