ການລາດຕະເວນສອງຝ່າຍໃນຄັ້ງນີ້, ບັນດາກົມກອງໄດ້ຈັດຕັ້ງການລາດຕະເວນຮ່ວມຕອນຊາຍແດນຈາກຫຼັກໝາຍຊາຍແດນ ເລກທີ 460 ເຖິງຫຼັກໝາຍຊາຍແດນ ເລກທີ 462. ສອງຝ່າຍໄດ້ປະຕິບັດຖືກຕ້ອງຕາມຫຼັກການ, ພິທີການ, ລະບຽບການໃນການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາຍແດນ.

leftcenterrightdel
ສອງຝ່າຍປະຕິບັດພິທີການຂໍ່ານັບຫຼັກໝາຍຊາຍແດນ. ພາບ: ເຟືອງລິງ.

ທ່ານຮ້ອຍເອກ ຖ໋າຍດິ່ງຮ່າ, ຫົວໜ້າໜ່ວຍປະກອບອາວຸດ, ຮັບຜິດຊອບກໍາລັງລາດຕະເວນປ້ອມປ້ອງກັນຊາຍແດນ ດ່ານຊາຍແດນ ແທງຖຸຍ ໃຫ້ຮູ້ວ່າ, ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ຄົ້ນພົບບັນດາການລະເມີດກົດລະບຽບຊາຍແດນ, ແກ້ໄຂບັນດາກໍລະນີເກີດຂຶ້ນຢູ່ຊາຍແດນຢ່າງທັນການ; ສົມທົບກັນປົກປັກຮັກສາເສັ້ນຊາຍແດນລວມ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນຫວຽດນາມ-ລາວ ໃຫ້ເປັນປົກກະຕິ.

ສິ້ນສຸດການລາດຕະເວນ, ສອງຝ່າຍໄດ້ຈັດຕັ້ງການຖອດຖອນບົດຮຽນ, ເຊັນບົດບັນທຶກຮັບຮູ້ໝາກຜົນຂອງວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນໃນໄລຍະຜ່ານມາ, ພ້ອມທັງວາງອອກແຜນນະໂຍບາຍ, ມາດຕະການແກ້ໄຂ ແລະເຫັນດີເປັນເອກະພາບກ່ຽວກັບເວລາ, ຈໍານວນພົນໃຫ້ແກ່ການລາດຕະເວນສອງຝ່າຍໃນຄັ້ງຕໍ່ໄປ.

 

ແປໂດຍ: ຮວ່າງເຈື່ອງ