ນັ້ນກໍ່ແມ່ນຄວາມຮູ້ສຶກທໍາອິດຂອງພວກຂ້າພະເຈົ້າໃນການໄປຢ້ຽມຢາມ, ມອບຂອງຂວັນ, ກວດພະຍາດ, ແຈກຢາຍຢຸກຢາປິ່ນປົວພະຍາດໃຫ້ແກ່ປະຊາຊົນຢູ່ກຸ່ມບ້ານ ເຂດສົມບູນ, ເມືອງ ພູວົງ, ແຂວງ ອັດຕະປື (ລາວ) ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຂອງລາວ ແຕ່ວັນທີ 2-5 ເດືອນເມສາ.

ໂດຍໄດ້ເປັນມູນເຊື້ອແລ້ວ, ໃນຊຸມປີຜ່ານມາ, ເມື່ອບຸນປີໃໝ່ປະຈໍາຊາດຂອງລາວວຽນມາ, ກອງບັນຊາການທະຫານແຂວງ ກອນຕຸມ ລ້ວນແຕ່ແຕ່ງຕັ້ງຄະນະພະນັກງານໄປຢ້ຽມຢາມ, ອວຍພອນ, ມອບຂອງຂວັນ ແລະຈັດການກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນລາວ. ປີນີ້, ຄະນະໂດຍທ່ານພັນເອກພິເສດ ດວ່ານວັນເຍີດ, ຫົວໜ້າການເມືອງ ກອງບັນຂາການທະຫານແຂວງ ກອນຕຸມ ເປັນຫົວໜ້າຄະນະ, ພ້ອມກັບພະນັກງານ, ທ່ານໝໍ, ນາງພະຍາບານ 27 ຄົນຂອງໂຮງໝໍ 13, ທະຫານເຂດ 5 ແລະພະນັກງານກອງບັນຊາການທະຫານແຂວງ ກອນຕຸມ ໄດ້ຜ່ານໄລຍະທາງກວ່າ 300 ກິໂລແມັດ ເພື່ອໄປຫາກຸ່ມບ້ານ ເຂດສົມບູນ (ລວມມີ 4 ບ້ານ: ພູເກືອ, ສົມບູນ, ນໍ້າຊວນ, ພູຍາງ) ແມ່ນ 4 ບ້ານປະສົບກັບຄວາມຫຍຸ້ງຍາກເປັນພິເສດຂອງເມືອງ ພູວົງ, ຢູ່ຕິດກັບຊາຍແດນເມືອງ ຫງັອກໂຮ່ຍ, ແຂວງ ກອນຕຸມ. ເຖິງວ່າໃນຊຸມປີຜ່ານມາໄດ້ຮັບຄວາມເອົາໃຈໃສ່ຈາກທຸກຂັ້ນ, ທຸກຂະແໜງການແລ້ວກໍ່ຕາມ, ແຕ່ການດໍາລົງຊີວິດຂອງປະຊາຊົນຢູ່ທີ່ນີ້ ຍັງປະສົບກັບຄວາມຫຍຸງຍາກຫຼາຍຢ່າງ.

leftcenterrightdel
ບັນດານາງພະຍາບານ, ທ່ານໝໍ ກວດພະຍາດໃຫ້ປະຊາຊົນກຸ່ມບ້ານ ເຂດສົມບູນ. ພາບ: ຈຸງກຽນ

ເພື່ອແບ່ງປັນຄວາມຫຍຸ້ງຍາກລໍາບາກກັບພໍ່ແມ່ປະຊາຊົນກຸ່ມບ້ານຕິດກັບຊາຍແດນ ໃນໂອກາດບຸນປີໃໝ່ວຽນມາ, ພ້ອມທັງເພີ່ມທະວີສາຍພົວພັນສາມັກຄີ, ມິດຕະພາບແບບພິເສດລະຫວ່າງສອງປະເທດເວົ້າລວມ ແລະປະຊາຊົນໃນບໍລິເວນຊາຍແດນ ຂອງແຂວງເວົ້າສະເພາະ, ມີຂອງຂວັນ 115 ພູດ, ດ້ວຍຍອດນູນຄ່າກວ່າ  150 ລ້ານດົ່ງ ໄດ້ມອບໃຫ້ພໍ່ແມ່ປະຊາຊົນຢູ້ທີ່ນີ້.  ນີ້ແມ່ນສິ່ງທີ່ຈຳເປັນໃຫ້ຊີວິດປະຈຳວັນ ຄື: ເຂົ້າ, ນໍ້າປາ, ນ້ຳມັນຄົວກິນ, ປາແຫ້ງ, ເຂົ້າໜົມໃຫ້ເດັກນ້ອຍ ແລະໜູນຊ່ວຍເງິນໃຫ້ 5 ຄອບຄົວທຸກຍາກ, ແຕ່ລະຄອບຄົວ 10 ລ້ານດົ່ງ ເພື່ອສ້ອມແປງເຮືອນຊານ.

leftcenterrightdel
ຜູ້ຕາງໜ້າຄະນະປະຕິບັດງານ ມອບຂອງຂວັນໃຫ້ແກ່ປະຊາຊົນກຸ່ມບ້ານ ເຂດສົມບູນ. ພາບ: ຈຸງກຽນ

ພວກຂ້າພະເຈົ້າພົບປະກັບທ່ານ ລາດສະໝີ, ພວມດໍາລົງຊີວິດຢູ່ບ້ານ ພູເກືອ. ເມື່ອຮັບຂອງຂວັນ, ທ່ານໄດ້ເວົ້າດ້ວຍຄວາມສະເທື່ອນໃຈວ່າ: “ທະຫານຫວຽດນາມດີຫຼາຍ, ໃນສົງຄາມໄດ້ຊ່ວຍປະຊາຊົນລາວ, ປັດຈຸບັນຍັງສືບຕໍ່ລະດົມກໍາລັງໃຈ, ມາຊ່ວຍເຫຼືອພວກຂ້າພະເຂົ້າຜ່ານຜ່າຄວາມຫຍຸ້ງຍາກ”. ແມ່ເຖົ້າ ຄໍາທະວີ, ຢູ່ບ້ານ ສົມບູນ ແມ່ນຄອບຄົວທຸກຍາກ, ທັງມີລູກຫຼາຍຄົນ, ເຮືອນຮົ່ວ, ເປ່ເພສອງສາມປີແລ້ວ, ແຕ່ບໍ່ມີເງິນສ້ອມແປງ,  ປັດຈຸບັນໄດ້ຮັບເງິນສະໜັບສະໜູນ10 ລ້ານດົ່ງ ເພື່ອສ້ອມແປງເຮືອນຄືນໃໝ່, ແມ່ເຖົ້າດີໃຈຫຼາຍ ແລະສະແດງຄວາມຂອບອົກຂອບໃຈຕໍ່ທະຫານຫວຽດນາມ. ແມ່ເຖົ້າໃຫ້ຮູ້ວ່າ ຈະໃຊ້ເງິນ 10 ລ້ານດົ່ງ ເຊິ່ງກອງບັນຊາການທະຫານແຂວງກອນຕຸມ ໜູນຊ່ວຍໃຫ້ເພື່ອຊື້ສັງກະສີມຸງຫຼັງຄາກ່ອນທີ່ລະດູຝົນວຽນມາ.

leftcenterrightdel
ຄະນະປະຕິບັດງານມອບເງິນຊ່ວຍປະຊາຊົນລາວ ສ້ອມແປງເຮືອນຊານ. ພາບ: ຈຸງກຽນ

ພາຍຫຼັງຜ່ານໄລຍະທາງຍາວສົມຄວນ, ເຖິງວ່າຍັງອິດເມື່ອຍທີ່ສຸດກໍ່ຕາມ, ແຕ່ເມື່ອມາຮອດກຸ່ມບ້ານ, ນາງພະຍາບານ, ທ່ານໝໍຂອງໂຮງໝໍ 13, ທະຫານເຂດ 5 ຫຼາຍຄົນໄດ້ເລືອກເອົາສະຖານທີ່, ຈັດວາງບັນດາໂຕະກວດພະຍາດ, ບ່ອນແຈກຢາຍຢຸກຢາ ເພື່ອກວດພະຍາດໃຫ້ພໍ່ແມ່ປະຊາຊົນຢ່າງວ່ອງໄວ. ບັນດາສະມາຊິກຜູ້ລະວຽກ, ເຖິງວ່າຈະຕິດຄາກັບວຽກງານກໍ່ຕາມ ແຕ່ຍາມໃດກໍ່ຮັກສາຮອຍຍິ້ມ, ແນະນໍາພໍ່ແມ່ປະຊາຊົນຂັ້ນຕອນການກວດພະຍາດ, ແຈກຢາຍຢຸກຢາຢ່າງເປັນລະບຽບຮຽບຮ້ອຍ. ໜູນຊ່ວຍຄະນະທ່ານໝໍໃນການແປພາສາ, ຈົດໃສ່ບັດ. ຢູ່ທີ່ນີ້ຍັງມີພະນັກງານ, ພາລະກອນ ຂອງໜ່ວຍທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ K53 ແລະພະນັກງານການແພດເມືອງ ພູວົງ ອີກດ້ວຍ. ຮອດເວລາ 14 ໂມງ ວັນທີ 5 ເມສາ, ໄດ້ມີພໍ່ແມ່ປະຊາຊົນ 650 ເທື່ອຄົນມາກວດພະຍາດ, ຮັບຢຸກຢາ, ແລະຄຳປຶກສາສົ່ງເສີມສຸຂະພາບ.

ທ່ານ ຄໍາບຸນ, ອາຍຸ 74 ປີ,  ຢູ່ບ້ານ ນໍ້າຊວນ, ຫ່າງຈາກໃຈກາງກຸ່ມບ້ານ 15 ກິໂລແມັດ, ເມື່ອໄດ້ຮັບຂ່າວມີຄະນະທ່ານໝໍທະຫານຫວຽດນາມມາ, ທ່ານ ແລະຫຼາຍຄົນໄດ້ມີໜ້າຢູ່ທີ່ນີ້ແຕ່ 6 ໂມງເຊົ້າ ເພື່ອລໍຖ້າຄະນະມາກວດພະຍາດ.

ທ່ານພັນເອກພິເສດ ດວ່ານວັນເຍີດ ແບ່ງປັນວ່າ: ຂອງຂວັນເຖິງວ່ານ້ອຍ, ແຕ່ຫວັງວ່າຈະປະກອບສ່ວນລະດົມກໍາລັງໃຈ ປະຊາຊົນປະເທດເພື່ອນບ້ານຕ້ອນຮັບບຸນປີໃໝ່ ດ້ວຍຄວາມເບີກບານມ່ວນຊື່ນ. ຜົນສຳເລັດຂອງການເດີນທາງ, ອີກເທື່ອໜຶ່ງໄດ້ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດ ຫວຽດນາມ-ລາວ ເວົ້າລວມ ແລະກໍາລັງປະກອບອາວຸດສອງແຂວງ ກອນຕຸມ ແລະແຂວງ ອັດຕະປື ເວົ້າສະເພາະ ຕື່ມອີກ, ລະດົມກໍາລັງໃຈພໍ່ແມ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ ສືບຕໍ່ດຳລົງຊີວິດເປັນປົກກະຕິ ແລະບືນຕົວຂຶ້ນ.

 

ແປໂດຍ: ທູຈາງ