ຫໍພິພິທະພັນ ດ່າໜັ້ງ ຄຶກຄື້ນມ່ວນຊື່ນກວ່າໃນສຽງດົນຕີ, ສຽງຫົວ, ສຽງຮ້ອງຂອງໄວໜຸ່ມສອງປະເທດ ຫວຽດນາມ-ລາວ. ບັນດາສີສັນວັດທະນະທໍາ ທີ່ເປັນເອກະລັກສະເພາະຂອງດິນແດນແຫ່ງດອກຈໍາປາ  ຄືອາຫານການກິນ, ດົນຕີ, ຊຸດອາພອນປະຈຳຊາດ, ຮີດຄອງປະເພນີ... ລ້ວນແຕ່ໂດຍບັນດານັກສຶກສາລາວຢູ່ນະຄອນ ດ່າໜັ້ງ ເປັນຜູ້ສະແດງ.

ທັງບາສີໃສ່ແຂນພວກຂ້າພະເຈົ້າ, ເພື່ອນ ສາຍປະສິດ ວານທານອນ ທັງແບ່ງປັນວ່າ: “ນີ້ແມ່ນປະເພນີທີ່ເປັນມູນເຊື້ອຂອງປະເທດຂ້າພະເຈົ້າ, ພາວະນາຂໍໃຫ້ເພື່ອນໄດ້ຮັບທຸກສິ່ງທຸກຢ່າງທີ່ດີງາມໃນປີໃໝ່. ນີ້ແມ່ນປີທີ 4 ທີ່ຂ້າພະເຈົ້າ ຕ້ອນຮັບບຸນປີໃໝ່ລາວຢູ່ຫວຽດນາມ, ເຖິງວ່າບໍ່ກັບເມືອປະເທດກໍ່ຕາມ, ແຕ່ຢູ່ທີ່ນີ້ ພວກຂ້າພະເຈົ້າ ກໍ່ໄດ້ຕ້ອນຮັບບຸນປີໃໝ່ດ້ວຍຄວາມເບີກບານມ່ວນຊຶ່ນກັບບັດດາເພື່ອນມິດຢູ່ນະຄອນ ດ່າໜັ້ງ ທີ່ເປັນຕາຮັກ ແລະຈິງໃຈນີ້”.

leftcenterrightdel
ນັກສຶກສາລາວບາສີສູ່ຂວັນ ໃຫ້ແກ່ນັກສຶກສາຫວຽດນາມ. ພາບ: ແທງຖຸ໋ຍ.

ທີ່ໂຕະໃກ້ນັ້ນ, ບັນດາເພື່ອນໜຸ່ມຫວຽດນາມ ທີ່ກະຕືລືລົ້ນໃນຊຸດອາພອນປະຈຳຊາດຂອງລາວ. ຖ້າຫາກວ່າຫວຽດນາມ ມີເສື້ອຍາວ, ຢູ່ລາວ ມີສິ້ນ (ສໍາລັບເພດຍິງ) ແລະຊາລອງ (ສໍາລັບເພດຊາຍ). ເພື່ອນ ນາລອງ ແຊກ ແບ່ງປັນວ່າ: “ບຸນປີໃໝ່ປີນີ້ມ່ວນຊື່ນກວ່າ ເພາະວ່າຫວຽດນາມ ຈັດຕັ້ງວັນບຸນວັດທະນະທໍາລາວໃຫ້ແກ່ ພວກຂ້າພະເຈົ້າ. ຂ້າພະເຈົ້າ ປາດຖະໜາວ່າ, ໃນຊຸມປີຕໍ່ໄປ, ປະເທດຂອງເພື່ອນກໍ່ຈະມີບັນດາການເຄື່ອນໄຫວວັດທະນະທໍາ ເພື່ອໃຫ້ໄວໜຸ່ມສອງປະເທດມີຄວາມເຂົ້າໃຈ, ຕິດພັນກັນກວ່າອີກ”.

ບໍ່ພຽງແຕ່ບັນດານັກສຶກສາລາວ ຮູ້ສຶກມ່ວນຊື່ນເທົ່ານັ້ນ, ຫາກຍັງບັນດາເພື່ອນໜຸ່ມຫວຽດນາມ ກໍ່ມີຄວາມສຸດຈິດສຸດໃຈຕໍ່ວັນບຸນ. ເປັນຄັ້ງທໍາອິດທີ່ໄດ້ເຫັນປະຈັກຕາບັນດາຜະລິດຕະພັນທີ່ເຕັມໄປດ້ວຍວັດທະນະທໍາລາວ, ເພື່ອນ ຫງອັກລິງ ດີໃຈຫຼາຍ: “ອາຫານຂອງລາວແຊບນົວ ແລະມີລົດຊາດເປັນເອກະລັກສະເພາະ. ຂ້າພະເຈ້ົາ ໄດ້ພະຍາຍາມຟ້ອນລໍາວົງ, ແຕ່ບໍ່ທັນງາມຄືບັນດາເພື່ອນລາວຟ້ອນເທື່ອ. ພວກເພື່ອນລາວເປັນຕາຮັກ ແລະສະໜິດສະໜົມທີ່ສຸດ”.

ທ່ານ ຮີ່ງດີ່ງກວກທ້ຽນ, ຜູ້ອໍານວຍການຫໍພິພິທະພັນ ດ່າໜັ້ງ ໃຫ້ຮູ້ວ່າ, ສອງປະເທດ ຫວຽດນາມ-ລາວ ມີຫຼາຍຈຸດທີ່ຄ້າຍຄືກັນດ້ານວັດທະນະທໍາ, ສະນັ້ນບັນດາລາຍການ, ການເຄື່ອນໄຫວ ຄືດັ່ງນັ້ນຈະປະກອບສ່ວນສ້າງຄວາມສາມັກຄີ, ສະໜິດຕິດພັນຢ່າງແໜ້ນແຟ້ນລະຫວ່າງສອງປະເທດ ກໍ່ຄື ສ້າງການເຄື່ອນໄຫວທີ່ມີຄຸນປະໂຫຍດໃຫ້ແກ່ບັນດານັກສຶກສາລາວທີ່ພວມຮໍ່າຮຽນຢູ່ນະຄອນນີ້.

ການຈັບມື, ແສງຕາອັນສະໜິດສະໜົມຂອງບັນດາພວກເພື່ອນນັກຮຽນ ໄດ້ລົບລ້າງໄລຍະຫ່າງ ແລະຄວາມແຕກຕ່າງກັນລະຫວ່າງສອງຊາດ, ສອງພື້ນຖານວັດທະນະທໍາ. ບັນດາເພື່ອນໜຸ່ມທີ່ເຂົ້າຮ່ວມວັນບຸນນີ້ຮູ້ສຶກໄດ້ນໍ້າໃຈສັດຊື່ບໍລິສຸດ  ແລະນັບມື້ນັບສະໜິດສະໜົມລະຫວ່າງສອງປະເທດ ຫວຽດນາມ-ລາວ .

 

ແປໂດຍ: ທູຈາງ