ໂຄງການດັ່ງກ່າວໂດຍບໍລິສັດຮ່ວມມືສາກົນ 705 ລົງມືກໍ່ສ້າງເຊິ່ງໄດ້ຮັບການຜັນຂະຫຍາຍຢູ່ກຸ່ມບ້ານ ປ່າລັນ, ເມືອງ ໃໝ່ (ແຂວງ ຜົ້ງສາລີ) ແລະກຸ່ມບ້ານ ນາຫຼວງ, ເມືອງ ໂພນທອງ (ແຂວງ ຫຼວງພະບາງ) ລວມມີ 64 ກິດຈະກຳຍ່ອຍ, ດ້ວຍມູນຄ່າລົງທຶນທັງໝົດ 52.208 ລ້ານກີບ ເທົ່າກັບ 141 ຕື້ດົ່ງ, ໃນນັ້ນລັດຖະບານ ລາວ ຮັບປະກັນ 60% ແລະລັດຖະບານ ຫວຽດນາມ ຮັບປະກັນ 40%.

leftcenterrightdel
ສະຫາຍ ແພງ ລີລາວົງ, ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆ ຜົ້ງສາລີ ມອບຫຼຽນໄຊມິດຕະພາບໃຫ້ບໍລິສັດຮ່ວມມືສາກົນ 705. ພາບ: ຊວນມາຍ.

ພາຍຫຼັງເກືອບ 5 ປີແຫ່ງການຜັນຂະຫຍາຍ, ບໍລິສັດຮ່ວມມືສາກົນ 705 ໄດ້ປະຕິບັດສໍາເລັດບັນດາກິດຈະກຳຍ່ອຍທັງໝົດ, ຮັບປະກັນຄຸນນະພາບ, ປະສິດທິຜົນ ແລະຄວາມຄືບໜ້າກໍ່ສ້າງ. ໂຄງການດັ່ງກ່າວໄດ້ປະກອບສ່ວນສໍາຄັນຊ່ວຍໃຫ້ບັນດາທ້ອງຖິ່ນຂອງປະເທດເພື່ອນບ້ານພັດທະນາພື້ນຖານໂຄງລ່າງ, ເສດຖະກິດ, ວັດທະນະທໍາ, ສັງຄົມ, ບັນດາກຸ່ມບ້ານມີຫຼາຍກິດ ຈະກຳຮັບປະກັນຊີວິດສັງຄົມໃຫ້ປະຊາຊົນຕື່ມອີກ.

leftcenterrightdel
ການນໍາບໍລິສັດຮ່ວມມືສາກົນ 705 ແລະແຂວງ ຫຼວງພະບາງ ລົງນາມ, ມອບ-ຮັບບັນດາກິດຈະກຳຍ່ອຍຂອງໂຄງການ. ພາບ: ຊວນມາຍ.

ໂຄງການດັ່ງກ່າວກໍ່ສ້າງສໍາເລັດ ແລະມອບໃຫ້ປະເທດເພື່ອນບ້ານໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມພູນຄູນສ້າງຄວາມສາມັກຄີມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ພັກ, ລັດ, ກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ເວົ້າລວມ, ລະຫວ່າງກໍາລັງປະກອບອາວຸດທະຫານເຂດ ແລະບັນດາທ້ອງຖິ່ນໃນບໍລິເວນພາກເໜືອຂອງລາວໃຫ້ຂຶ້ນສູ່ລະດັບສູງໃໝ່.

ເນື່ອງໃນໂອກາດນີ້, ໂດຍໄດ້ຮັບການມອບສິດຈາກປະທານປະເທດ ແຫ່ງ ສປປ ລາວ, ທ່ານ ແພງ ລີລາວົງ, ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆ ຜົ້ງສາລີ ໄດ້ປະດັບຫຼຽນໄຊມິດຕະພາບ ແລະໃບຍ້ອງຍໍໃຫ້ບໍລິສັດຮ່ວມມືສາກົນ 705; ມອບຫຼຽນໄຊມິດຕະພາບ 31 ຫຼຽນ ແລະຫຼຽນໄຊມິດຕະພາບ 35 ຫຼຽນໃຫ້ແກ່ສ່ວນບຸກຄົນທີ່ມີການອຸທິດສ່ວນ ແລະມີຜົນງານດີເດັ່ນໃນການປະຕິບັດໂຄງການ, ເພີ່ມພູນຄູນສ້າງຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ, ລາວ-ຫວຽດນາມ.

 

ແປໂດຍ: ຮວ່າງເຈື່ອງ