ທາງໄປມາກໍ່ຄວາມຫຍຸ້ງຍາກ, ດັ່ງນັ້ນເມື່ອຂ້າພະເຈົ້າສະເໜີໄປປ້ອມປ້ອງກັນຊາຍແດນແມ່ນໍ້າແທງ-663 ໃຜກໍ່ສະແດງຄວາມເປັນຫ່ວງ. ແຕ່ວ່າໃນແສງແດດຂ້າພະເຈົ້າຍັງໄປເຖິງປ້ອມປ້ອງກັນຊາຍແດນແມ່ນໍ້າແທງໄດ້ຢູ່.

ຄຸ້ມຄອງບໍລິເວນມີພຽງປ່າ ແລະປ່າ, ຢູ່ຫ່າງຈາກປະຊາຊົນແຕ່ວ່າພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນແມ່ນໍ້າແທງ ຍັງມີບັນດາອ້າຍນ້ອງຄົນລາວ ຢູ່ຊາຍແດນຕິດກັບຫວຽດນາມ ແມ່ນຜູ້ທີ່ມີຄວາມໃກ້ຊິດສະໜິດສະໜົມທີ່ສຸດ, ນັບເມື່ອກົມກອງແຮກສ່ຽວກອງຮ້ອຍປົກປັກຮັກສາຊາຍແດນ 532 (ກອງບັນຊາການທະຫານແຂວງ ເຊກອງ, ລາວ). ເຖິງວ່າພາສາຕ່າງກັນ, ຊົນຊາດຕ່າງກັນແຕ່ວ່າອາລົມຈິດອ້າຍ-ນ້ອງຂອງບັນດາທະຫານ ແລະປະຊາຊົນຢູ່ເຂດຊາຍແດນ ດັ໋ກເບີໂລ (ດັ໋ກເລີຍ, ກອນຕູມ, ຫວຽດນາມ) ແລະດັ໋ກບາ (ເມືອງ ດັກຈຶງ, ແຂວງ ເຊກອງ, ລາວ) ຍັງສະໜິດຕິດແທດກັນ.

leftcenterrightdel
ພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນແມ່ນໍ້າແທງ ແລະກອງຮ້ອຍປົກປັກຮັກສາຊາຍແດນ 532 ຢື້ຢາມຖາມຂ່າວພໍ່ແມ່ປະຊາຊົນບ້ານ ດັ໋ກບາ, ລາວ. ພາບ: ຈູກຮ່າ.

ບັນດາເລື່ອງລາວທັງໝົດລ້ວນແລ້ວແຕ່ສະແດງໃຫ້ເຫັນນໍ້າໃຈສາມັກຄີ, ມິດຕະພາບອ້າຍນ້ອງແບບພິເສດຄືດັ່ງໄດ້ມີມາຫຼາຍພັນປີ, ໄດ້, ພວມ ແລະຈະຍືນຍົງຄົງຕົວຕະຫຼອດໄປ...

ເມື່ອຂ້າພະເຈົ້າສະເໜີຢາກໄປຢ້ຽມຢາມພໍ່ແມ່ປະຊາຊົນບ້ານ ດັ໋ກບາ, ພັນເອກ ຫງວຽນຕ໋ຽນຢູງ-ຫົວໜ້າປ້ອມປ້ອງກັນຊາຍແດນແມ່ນໍ້າແທງກໍ່ຕົກລົງເລີຍແຕ່ກໍ່ບອກເລີຍວ່າຢາກໄປໄສ, ເຮັດຫຍັງກໍ່ຕ້ອງແວ່ຢາມເຮືອນອ້າຍນ້ອງກອງຮ້ອຍປົກປັກຮັກສາຊາຍແດນ 532 ກ່ອນ. ຍ້ອນໄດ້ນັດມາກ່ອນ, ຮ້ອຍເອກ ສີສະຫວ່າງ ຈັນວິໄລ ຮອງຫົວໜ້າການເມືອງກອງຮ້ອຍໄດ້ຕ້ອນຮັບພວກຂ້າພະເຈົ້າແຕ່ປະຕູ. ກໍ່ເຊັ່ນດຽວກັບພະນັກງານ, ນັກຮົບອື່ນໆ, ອ້າຍກໍ່ຮູ້ພາສາຫວຽດນາມໜ້ອຍໜຶ່ງເພາະວ່າ: ພໍ່ແມ່ປະຊາຊົນຢູ່ ລາວ ກໍ່ໃຊ້ພາສາຫວຽດນາມ ສະນັ້ນຕ້ອງຮຽນເພື່ອຮູ້ພາສາຫວຽດນາມ. ແລ້ວອ້າຍແນະນໍາໃຫ້ພວກຂ້າພະເຈົ້າຮູ້ວ່າຢູ່ກອງຮ້ອຍ 532 ມີພີ່ນ້ອງຂອງນັກຮົບຍັງຢູ່ ຫວຽດນາມ, ຄື ວາທີ ແກ້ວ ນີສົງ, ປັດຈຸບັນຢູ່ເມືອງ ເຊກອງ ແຕ່ວ່າມີພີ່ນ້ອງຫຼາຍຄົນຢູ່ເມືອງ ເຄີມດືກ, ແຂວງ ກວາງນາມ, ຫວຽດນາມ. ພໍ່ແມ່ຂອງອ້າຍເສຍຊີວິດໝົດແລ້ວ,  ສະນັ້ນປີໃດອ້າຍໄປ ຫວຽດນາມ ຢ້ຽມຢາມພີ່ນ້ອງ, ຜູ້ໃດປຸກສ້າງເຮືອນ, ຈັດພິທີງານດອງ, ງານເຮືອນດີ, ອ້າຍກໍ່ມາຊ່ວຍ.

ກອງຮ້ອຍປົກປັກຮັກສາຊາຍແດນ 532 ແຮກສ່ຽວກັບປ້ອມປ້ອງກັນຊາຍແດນແມ່ນໍ້າແທງ, ໃນປີ 2014 ບ້ານ ດັ໋ກບາ, ລາວ ແລະບ້ານ ດັ໋ກເບີໂລ, ຫວຽດນາມ ກໍ່ແຮກສ່ຽວຕື່ມອີກ, ດັ່ງນັ້ນ, ເຖິງວ່າ ເດືອນ ເມສາ ບ້ານ ດັ໋ກບາ ຈຶ່ງຮອດບຸນປີໃໝ່ປະຈຳຊາດຂອງ ລາວ ກໍ່ຕາມ, ແຕ່ຮອດບຸນເຕັດຂອງ ຫວຽດນາມ ເຂົາເຈົ້າຍັງຂ້າໝູ, ຫໍ່ເຂົ້າຕົ້ມຄືຊາວເຜົ່າແຢ ຢູ່ ດັ໋ກເບີໂລ ແລະ ຟ້ອນລຳທຳເພງຢ່າງຄືກຄຶ້ນມ່ວນຊື່ນ. ຮອດບຸນປີໃໝ່ປະຈຳຊາດຂອງ ລາວ ເຂົາເຈົ້ານຸ່ງໂສ້ງເສື້ອໃໝ່, ຟ້ອນລໍາວົງຢ່າງເບີກບານ.

leftcenterrightdel
ພາກສ່ວນພະລາທິການກອງຮ້ອຍປົກປັກຮັກສາຊາຍແດນ 532 ກະກຽມພາເຂົ້າເຊື້ອເຊີນແຂກ. ພາບ: ຈູກຮ່າ.

ບ້ານ ດັ໋ກບາ ຢູ່ ລາວ ແຕ່ວ່າຜູ້ໃດກໍ່ຮູ້ຈັກພັນເອກ ອາດ້າຍ ຢູ່ປ້ອມກວດກາຊາຍແດນ-ປ້ອມປ້ອງກັນຊາຍແດນແມ່ນໍ້າແທງ, ບໍ່ແມ່ນວ່າຍ້ອນອ້າຍມີໜ້າເປັນປະຈໍາຢູ່ທີ່ນີ້ເທົ່ານັ້ນ, ຫາກຍັງຍ້ອນອ້າຍເວົ້າພາສາລາວ, ພາສາແຢ (ພາສາທ້ອງຖິ່ນບ້ານ ດັ໋ກບາ) ເກັ່ງຫຼາຍ. ດ້ວຍສາຍພົວພັນອັນສະໜິດສະໜົມຄືແນວນັ້ນ, ເມື່ອອ້າຍຈາກບ້ານກັບເມືອກົມກອງກໍ່ນຳເອົາເຄື່ອງຂອງສິນຄ້າເຕັມລົດ, ໃນນັ້ນສ່ວນຫຼາຍແມ່ນເຄື່ອງຂອງໂດຍພໍ່ແມ່ປະຊາຊົນຢາກຊື້ຊ່ວຍ.

ສະແດງຄວາມຮັກແພງແຂກ, ຮ້ອຍເອກ ສີສະຫວ່າງ ພ້ອມກັບຂ້າພະເຈົ້າໄດ້ໄປຢ້ຽມຢາມພໍ່ແມ່ປະຊາຊົນໃນບ້ານ ດັ໋ກບາ. ພວກຂ້າພະເຈົ້າແວ່ຢາມເຮືອນຂອງນ້ອງ ເກສີ-ນັກຮຽນໄດ້ຮັບການຊ່ວຍເຫຼືອຈາກປ້ອມປ້ອງກັນຊາຍແດນແມ່ນໍ້າແທງໃນໂຄງການຊ່ວຍນ້ອງໄປໂຮງຮຽນ.

ພັນເອກ ຫງວຽນຕ໋ຽນຢູງ ແບ່ງປັນວ່າກ່ອນທີ່ມີໂຄງການຊ່ວຍນ້ອງໄປໂຮງຮຽນ, ພວກຂ້າພະເຈົ້າກໍ່ໄດ້ມີການຊ່ວຍເຫຼືອຄອບຄົວຫຼານ ເກສີ. ບໍ່ແມ່ນວ່າຍ້ອນຫຼານປະສົບກັບຄວາມທຸກຍາກເທົ່ານັ້ນ, ຫາກຍັງແມ່ນລູກຂອງນັກຮົບປ້ອງກັນຊາຍແດນຄືພວກຂ້າພະເຈົ້າອີກ. ດຽວນີ້ເພື່ອນຮ່ວມກົມກອງພວກຂ້າພະເຈົ້າເສຍຊີວິດໄປແລ້ວພວກຂ້າພະເຈົ້າກໍ່ຕ້ອງມີຄວາມຮັບຜິດຊອບກັບຫຼານ.

ເມື່ອເຫັນຂ້າພະເຈົ້າມັກກິນເຂົ້າໜຽວລາວໃນຕິບເຂົ້າ, ຮ້ອຍເອກ ສີສະຫວ່າງ ໄດ້ມອບເຂົ້າໜຽວເຄິ່ງກະເປົ່າໃຫ້ພວກຂ້າພະເຈົ້າແລ້ວເວົ້າວ່າ, ເຂົ້າໜຽວເອົາມາຈາກສາງຂອງກົມກອງເດີ. ເພື່ອຫໍ່ເຂົ້າຕົ້ມຍ້ອນໃກ້ຈະຮອດບຸນປີໃໝ່ປະຈຳຊາດຫວຽດນາມ ແລ້ວ. ຖ້າວ່າກິນບໍ່ໝົດກໍ່ແບ່ງໃຫ້ພີ່ນ້ອງເດີ. ເຈົ້າຈົ່ງເວົ້າກັບທຸກຄົນວ່າ, ນີ້ແມ່ນຂອງຂວັນຂອງທະຫານລາວເດີ.

ຢືນຢູ່ຂ້າງຂ້າພະເຈົ້າ, ພັນເອກ ຫງວຽນຕ໋ຽນຢູງ ກໍ່ມອບໜ້າທີ່ໃຫ້ຂ້າພະເຈົ້າວ່າ, ກ່ຽວກັບການດໍາລົງຊີວິດ, ອາລົມຈິດຂອງທະຫານລາວ, ທະຫານຫວຽດນາມ ເຈົ້າກໍ່ຮູ້ໝົດແລ້ວ. ສຳລັບກອງຮ້ອຍ 532 ແລະພະນັກງານ, ນັກຮົບຂອງປ້ອມ, ນ້ອງຂຽນຫຍັງກໍ່ໄດ້ແຕ່ຕ້ອງເອົາຊື່, ຊັ້ນ, ຕໍາແໜ່ງຂອງທຸກຄົນລົງໜ້າໜັງສືພິມແດ່ເດີ. ໂດຍແມ່ນນັກຂ່າວມາເປັນເວລາກວ່າ 10 ປີ ແລະເຄີຍໄປເຂດຊາຍແດນຫຼາຍເທື່ອແລ້ວ, ແຕ່ຍັງບໍ່ທັນມີເທື່ອໃດຂ້າພະເຈົ້າໄດ້ຮັບໜ້າທີ່ພິເສດຄືຈັ່ງຊີ້.

 

ແປໂດຍ: ເກື່ອງດັ້ງ