ໃນໄລຍະເວລາໜຶ່ງເດືອນ, ນັກຂ່າວ, ນັກບັນນາທິການໜັງສືພິມກອງທັບປະຊາຊົນ ແນະນໍາກ່ຽວກັບວິທີການ, ບົດຮຽນໃນການຈັດຕັ້ງວຽກງານສື່ມວນຊົນ; ຈັດຕັ້ງການລົງຕົວຈິງ, ຊອກຮູ້, ຂຽນຂ່າວກ່ຽວກັບບາງກົມກອງ, ໂຮງຮຽນຂອງກອງທັບປະຊາຊົນຫວຽດນາມ. ໜັງສືພິມກອງທັບປະຊາຊົນເອເລັກໂຕນິກພາກພາສາລາວ ຄັດສະເໜີບາງຄໍາຄິດເຫັນຂອງນັກສໍາມະນາກອນ ລາວ ທີ່ເຂົ້າຮ່ວມຊຸດຝຶກອົບຮົມວຽກງານສື່ມວນຊົນ.

ສະຫາຍພັນຕີ ບົວແກ້ວ ສິດທິວົງ,  ຮອງຫົວໜ້າພະແນກຂ່າວຕ່າງປະເທດ, ໜັງສືພິມກອງທັບປະຊາຊົນລາວ: ຂອບໃຈໜັງສືພິມກອງທັບປະຊາຊົນຫວຽດນາມ

leftcenterrightdel
ສະຫາຍພັນຕີ ບົວແກ້ວ ສິດທິວົງ,  ຮອງຫົວໜ້າພະແນກຂ່າວຕ່າງປະເທດ, ໜັງສືພິມກອງທັບປະຊາຊົນ ລາວ

ເມື່ອງໃນໂອກາດທີ່ເຝິກອົບຮົມຂ່າວຢູ່ ສສ ຫວຽດນາມ ໃນຄັ້ງນີ້ເຮົາເອງແມ່ນມີຄວາມຮູ້ສຶກດີໃຈຫຼາຍທີ່ໄດ້ມາເຫັນ ແລະໄດ້ຮຽນຮູ້ບົດຮຽນໃໝ່ຫຼາຍດ້ານບໍ່ວ່າຈະເປັນການຂຽນ, ການເອົນຂໍ້ມູນ ແລະການເຂົ້າເຖິງແຫຼ່ງຂໍ້ມູນ, ນອກຈາກການຮຽນຮູ້ທາງດ້ານທິດສະດີ ແລະຫຼັກການແລ້ວ ເຮົາຍັງເຫັນໄດ້ການພັດທະນາ, ຄວາມຈະເລີນຮຸງເຮືອງສີວິໄລ, ວັດທະນະທຳຮີດຄອງປະເພນີຂອງຄົນຫວຽດນາມ.

ບັ້ນເຝິກອົບຮົມຊຸດນີ້ມີຫຼາຍຫົວເລື່ອງທີ່ໜ້າສົນໃຈຍິ່ງເປັນຕົ້ນແມ່ນການຂຽນຂ່າວໃນຄໍລໍາການເມືອງ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການນຳໃຊ້ເຕັກໂນໂລຊີເຂົ້າໃນການຂຽນຂ່າວທັນສະໄໝ, ເສດຖະກິດສັງຄົມ ແລະການເມືອງພາຍໃນ, ຈັດໜ້າໜັງສືພິມລາຍວັນ, ຄໍລໍາວັດທະນະທຳ-ກິລາ, ການໂຄສະນາ, ການວິເຄາະວິໄຈຂ່າວຕ່າງປະເທດຕະຫຼອດຮອດການນຳໃຊ້ກ້ອງຖ່າຍຮູບ, ການລົງເກັບກຳຂ່າວຕົວຈິງຢູ່ບັນດາກົມກອງ, ການແລກປ່ຽນນຳພາກພາສາລາວຂອງພະແນກໜັງສືພິມເອເລັກໂຕນິກລ້ວນແຕ່ສ້າງມິຕິໃໝ່ໃຫ້ແກ່ນັກຂ່າວຂອງພວກເຮົາ.

ໃນຖານະເປັນຕົວແທນນັກຂ່າວໜັງສືພິມກອງທັບປະຊາຊົນລາວພວກຂ້າພະເຈົ້າຈະຈົດຈຳຮູບພາບອັນສວຍງາມ, ອະນຸສອນອັນເລິກເຊິ່ງແຫ່ງນໍ້າໃຈມິດຕະພາບຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລາວ-ຫວຽດນາມ ເຊິ່ງແມ່ນມູນມໍລະດົກອັນລໍ້າຄ່າຂອງປະຊາຊົນສອງຊາດໄວ້ຈົນຊົ່ວກາລະນານ ແລະຈະເປັນຜູ້ສານຕໍ່ເຈດຕະນາລົມອັນສູງສົ່ງຂອງຜູ້ນຳທຸກລຸ້ນ ແລະອຸດົມຄະຕິປະຕິວັດ, ນໍ້າໃຈສາມັກຄີອັນຜ່ອງໃສຂອງຊາວຫວຽດນາມໃຫ້ຄົງຢູ່ໃນຈິດໃຈຂອງປະຊາຊົນສອງຊາດຕະຫຼອດໄປ, ເວົ້າສະເພາະແມ່ນການພົວພັນຮ່ວມມືລະຫວ່າງໜັງສືພິມກອງທັບປະຊາຊົນລາວກັບໜັງສືພິມກອງທັບປະຊາຊົນຫວຽດນາມໃຫ້ກ້າວສູ່ລວງເລິກແທດເຖິງຕົວຈິງ ແລະພັດທະນາຍິ່ງໆຂຶ້ນ.

ສະຫາຍຮ້ອຍໂທ ສົມພອນ ສີສຸມັງ, ນັກຂ່າວປະຈໍາພະແນກຂ່າວພາຍໃນ, ໜັງສືພິມກອງທັບປະຊາຊົນລາວ: ພວກຂ້າພະເຈົ້າມີບົດຮຽນຂຽນຂ່າວຕື່ມອີກຈາກພວກເພື່ອນຫວຽດນາມ

leftcenterrightdel
ສະຫາຍຮ້ອຍໂທ ສົມພອນ ສີສຸມັງ, ນັກຂ່າວປະຈໍາພະແນກຂ່າວພາຍໃນ, ໜັງສືພິມກອງທັບປະຊາຊົນ ລາວ

ເນື່ອງໃນໂອກາດທີ່ໄດ້ເຂົ້າຮ່ວມເຝິກອົບຮົມວຽກງານວິຊາສະເພາະໃນຄັ້ງນີ້ ຂ້າພະເຈົ້າສຸດທີ່ເບີກບານມ່ວນຊື່ນໄດ້ສະແດງຄວາມຮູ້ສຶກຂອງຕົນເອງ ຖືເປັນຄັ້ງທໍາອິດໃນຊີວິດທະຫານຂອງຂ້າພະເຈົ້າ ໄດ້ມາເຫັນກັບຕາປະເທດຫວຽດນາມທີ່ສວຍງາມ, ມີວັດທະນະທຳປະຕິວັດຫວຽດນາມມີຄວາມສັດຊື່ຈົງຮັກພັກດີ ທີ່ອຸດົມສົມບູນໃນການດຳລົງຊີວິດແນວຄິດຈິດໃຈສົມກັບທີ່ວ່າຄົນຫວຽດນາມຄົນວິລະຊົນ. ໃນໄລຍະການເຝິກອົບຮົມຄັ້ງນີ້ ສຸດທີ່ມີຄວາມໝາຍຄວາມສໍາເປັນຢ່າງຍິ່ງເພາະວ່າການເຝິກອົບ ຄັ້ງນີ້ນອກຈາກຈະຮັດແໜ້ນການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານແລ້ວ ພວກເຮົາຍັງໄດ້ບົດຮຽນທີ່ດີຈາກເພື່ອນໂດຍສະເພາະບັນດາຄູອາຈານທີ່ສິດສອນໃຫ້ຢ່າງເປັນຫວ່ງເປັນໃຍຕໍ່ພວກເຮົາບວກກັບພາສາແປທີ່ແປໄດ້ດີເຮັດໃຫ້ຂ້າພະເຈົ້າສາມາດຮັບຮູ້ ແລະເຂົ້າໃຈຫຼາຍສິ່ງຫຼາຍຢ່າງເປັນຕົ້ນແມ່ນບົດຮຽນດ້ານການຈັດໜ້າໜັງສືພິມໃຫ້ມີສີສັນຊວນອ່ານ, ການຂຽນຂ່າວວຽກງານພັກ-ວຽກງານການເມືອງ, ຂຽນຂ່າວດ້ານຄວາມໝັ້ນຄົງ, ຂ່າວເສດຖະກິດ-ວັດທະນະທໍາສັງຄົມ-ກິລາ, ການຂຽນຂ່າວຕ່າງປະເທດ, ການຂຽນຂ່າວໜັງສືພິມອອນໄລ ແລະອື່ນໆອີກ ເພື່ອນໍາໄປປັບປຸງໜັງສືພິມກອງທັບປະຊາຊົນລາວໃຫ້ດີຂຶ້ນກວ່າເກົ່າ. ໃນໂອກາດດັ່ງກ່າວຂ້າພະເຈົ້າຂໍຂອບໃຈບັນດາຄູອາຈານ ໂດຍສະເພາະແມ່ນໜັງສືພິມກອງທັບປະຊາຊົນຫວຽດນາມ ທີ່ໄດ້ສົ່ງບົດຮຽນອັນໃໝ່ໃຫ້ກັບຂ້າພະເຈົ້າ ແລະໃນຕໍ່ໜ້າຂ້າພະເຈົ້າເຊື່ອໝັ້ນວ່າຈະໄດ້ຮັບການຊ່ວຍເຫລືອໃນຂົງເຂດວຽກດັ່ງກ່າວນີ້ຕື່ມອີກ.

ວາທີ ຄໍາປ໊ອກ ພັນທະວົງສາ, ນັກຂ່າວປະຈໍາພະແນກຂ່າວພາຍໃນກອງທັບ, ໜັງສືພິມກອງທັບປະຊາຊົນລາວ: ພວກເຈົ້າໄດ້ຕ້ອນຮັບພວກຂ້າພະເຈົ້າ ຢ່າງອົບອຸ່ນ, ສົມກຽດ ແລະເຕັມໄປດ້ວຍຖານສະຫາຍອ້າຍນ້ອງ.

leftcenterrightdel
ວາທີ ຄໍາປ໊ອກ ພັນທະວົງສາ, ນັກຂ່າວປະຈໍາພະແນກຂ່າວພາຍໃນກອງທັບ, ໜັງສືພິມກອງທັບປະຊາຊົນ ລາວ

ຂ້າພະເຈົ້າ ຮູ້ສຶກປິຕິຊົມຊື່ນເມື່ອໄດ້ເຂົ້າຮ່ວມຊຸດເຝຶກອົບຮົມວຽກງານສື່ມວນຊົນໃຫ້ແກ່ພະນັກງານ, ນັກຂ່າວໜັງສືພິມກອງທັບປະຊາຊົນລາວ ໂດຍໜັງສືພິມກອງທັບປະຊາຊົນຫວຽດນາມ ຈັດຕັ້ງ, ພວກຂ້າພະເຈົ້າໄດ້ຮໍ່າຮຽນ, ຄົ້ນຄວ້າ 17 ຫົວເລື່ອງສະເພາະກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງວຽກງານສື່ມວນຊົນ ໂດຍພະນັກງານ, ນັກຂ່າວທີ່ມີປະສົບການຂອງໜັງສືພິມກອງທັບປະຊາຊົນຫວຽດນາມແນະນໍາ. ບັນດານັກສໍາມະນາກອນ ກໍ່ໄດ້ມີໂອກາດລົງຝຶກງານຢູ່ບັນດາພະແນກ, ຂະແໜງການຂອງໜັງສືພິມກອງທັບປະຊາຊົນຫວຽດນາມ; ລົງຕົວຈິງຢູ່ 4 ກົມກອງ. ນອກຈາກນີ້, ພະນັກງານ, ນັກຂ່າວໜັງສືພິມກອງທັບປະຊາຊົນລາວ ຍັງໄດ້ຢ້ຽມຢາມບາງທັດສະນີຍະພາບທີ່ມີຊື່ສຽງຂອງຫວຽດນາມ.

ຂ້າພະເຈົ້າຂໍຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ, ສົມກຽດ, ເຕັມໄປດ້ວຍນ້ຳໃຈອ້າຍນ້ອງຂອງການນຳ, ພະນັກງານ, ນັກຂ່າວ, ນັກບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ. ຊຸກເຝຶກອົບຮົມນີ້ໄດ້ນຳເອົາຄວາມຮູ້, ທັກສະອັນປະເສີດທີ່ສຸດສຳລັບຂ້າພະເຈົ້າເອງ ແລະບັນດາພະນັກງານ, ນັກຂ່າວໜັງສືພິມກອງທັບປະຊາຊົນລາວ.

ພາຍຫຼັງຊຸດເຝຶກອົບຮົມນີ້ພວກຂ້າພະເຈົ້າ ຈະຕັ້ງໜ້າຮ່ວມງານກັບໜັງສືພິມກອງທັບປະຊາຊົນຫວຽດນາມ ເວົ້າລວມ ແລະໜັງສືພິມກອງທັບປະຊາຊົນ ເອເລັກໂຕນິກ ພາກພາສາລາວເວົ້າສະເພາະ, ຜ່ານນັ້ນປະກອບສ່ວນປັບປຸງການພົວພັນອັນດີງາມລະຫວ່າງໜັງສືພິມກອງທັບປະຊາຊົນລາວ ແລະໜັງສືພິມກອງທັບປະຊາຊົນຫວຽດນາມ.

ພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງໜັງສືພິມກອງທັບປະຊາຊົນຫວຽດນາມ ທີ່ໄດ້ຊ່ວຍພວກຂ້າພະເຈົ້າມີບັນດາບົດຮຽນ ແລະລະດັບຄວາມຮູ້ໃນວຽກງານສື່ມວນຊົນ. ພວກຂ້າພະເຈົ້າຈະໝູນໃຊ້ເຂົ້າໃນວິວັດການກໍ່ສ້າງໜັງສືພິມກອງທັບປະຊາຊົນລາວ ໃຫ້ນັບມື້ນັບພັດທະນາ, ຕອບສະໜອງຄວາມຕ້ອງການດ້ານຂໍ້ມູນຂ່າວສານຂອງເພື່ອນຜູ້ອ່ານ.

ວາທີ ຈັນທະວົງ ອຸ່ນວິໄລຫົງ, ນັກຂ່າວປະຈໍາພະແນກເສດຖະກິດ-ສັງຄົມ, ໜັງສືພິມກອງທັບປະຊາຊົນລາວ: ຊາວຫວຽດນາມມີຄວາມສະໜິດສະໜົມ ແລະຮັກແຂກແພງຄົນທີ່ສຸດ

leftcenterrightdel
ວາທີ ຈັນທະວົງ ອຸ່ນວິໄລຫົງ, ນັກຂ່າວປະຈໍາພະແນກເສດຖະກິດ-ສັງຄົມ, ໜັງສືພິມກອງທັບປະຊາຊົນ ລາວ

ຂ້າພະເຈົ້າຮູ້ສຶກດີໃຈ ແລະພາກພູມໃຈເມື່ອໄດ້ເຂົ້າຮ່ວມຊຸດຝຶກອົບຮົມ ໂດຍໜັງສືພິມກອງທັບປະຊາຊົນຫວຽດນາມ ຈັດຕັ້ງ. ພວກຂ້າພະເຈົ້າໄດ້ຮຽນຮູ້, ແບ່ງປັນບົດຮຽນທີ່ມີປະໂຫຍດກ່ຽວກັບບັນດາເນື້ອໃນທີ່ກ່ຽວຂ້ອງເຖິງວິຊາການສື່ມວນຊົນຂອງພວກຂ້າພະເຈົ້າ. ຂ້າພະເຈົ້າເຫັນວ່າ, ຫວຽດນາມ ເປັນປະເທດວິລະຊົນດ້ວຍປະຫວັດສາດ, ວັດທະນະທໍາ, ມູນເຊື້ອທີ່ມີມາແຕ່ດົນນານ, ຊາວຫວຽດນາມ ສະໜິດສະໜົມ ແລະຮັກແຂກແພງຄົນທີ່ສຸດ.

ຜ່ານການຝຶກອົບຮົມຄັ້ງນີ້, ເຖິງວ່າໄລຍະເວລາຮຽນບໍ່ຫຼາຍປານໃດ, ແຕ່ບັນດາພະນັກງານ, ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ຖ່າຍທອດບົດຮຽນ, ປະສົບການອັນລໍ້າຄ່າກ່ຽວກັບວຽກງານສື່ມວນຊົນ, ໂດຍສະເພາະແມ່ນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການຂຽນຂ່າວ, ການຈັດໜ້າ, ວິທີຖ່າຍຮູບ, ຈັດຕັ້ງການໂຄສະນາເຜີຍແຜ່ໃນສື່ເອເລັກໂຕນິກ...

ບັນດາເນື້ອໃນທີ່ຮັບເອົາໄດ້ຜ່ານຊຸດຝຶກອົບຮົມຄັ້ງນີ້ ໄດ້ຊ່ວຍໃຫ້ພວກຂ້າພະເຈົ້າປະຕິບັດສໍາເລັດໜ້າທີ່ກໍ່ສ້າງ ແລະພັດທະນາໜັງສືພິມກອງທັບປະຊາຊົນລາວ ໃຫ້ນັບມື້ນັບອຸດົມສົມບູນທາງດ້ານເນື້ອໃນ, ມີຊີວິດຊີວາກ່ຽວກັບການຈັດໜ້າເພື່ອດຶງດູດຜູ້ອ່ານ, ຕອບສະໜອງຄວາມຕ້ອງການດ້ານຂໍ້ມູນຂ່າວສານຂອງສັງຄົມ.

 

ແປໂດຍ: ຮວ່າງເຈື່ອງ