ເຂົ້າຮ່ວມຝ່າຍ ລາວ ມີທ່ານ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງ, ປະທານແນວລາວສ້າງຊາດ; ທ່ານ ວິໄລວົງ ບຸດດາຄໍາ, ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ພ້ອມກັບການນໍາບັນດາກະຊວງ, ຂະແໜງການຂອງ ລາວ.

ຝ່າຍຫວຽດນາມ ມີທ່ານ ຫງວຽນບ໋າຮຸ່ງ, ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສປປ ລາວ, ຜູ້ຕາງໜ້າບັນດາວິສາຫະກິດ ຫວຽດນາມ ພວມທໍາມາຫາກິນດໍາເນີນທຸລະກິດຢູ່ ລາວ, ພ້ອມກັບພໍ່ແມ່ປະຊາຊົນຊາວຫວຽດນາມ ທີ່ພວມທໍາມາຫາກິນດໍາລົງຊິວີດ ແລະຮໍ່າຮຽນຢູ່ ລາວ ປະມານ 500 ຄົນ...

leftcenterrightdel
ປະຊາຄົມຊາວຫວຽດນາມ ຢູ່ ລາວ ຂໍ່ານັບຮັບຕ້ອນປີໃໝ່ປີຈໍ 2018 ເຕັມໄປດ້ວຍນໍ້າໃຈຮັກແພງບ້ານເກີດເມືອງນອນ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄໍາເຫັນທີ່ງານລາຕີ, ທ່ານ ຫງວຽນຢຸຍຈູງ, ປະທານສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ ລາວ ໃຫ້ຮູ້ວ່າສໍາລັບຊາວຫວຽດນາມ, ພິເສດແມ່ນຊາວຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ບຸນເຕັດແມ່ນຈຸດເວລາທີ່ສັກສິດທີ່ສຸດ, ແມ່ນຈຸດເວລາທີ່ດີ ເພື່ອພົບປະສັງສັນ, ແລກປ່ຽນ, ຮັດແໜ້ນຄວາມສາມັກຄີໃນປະຊາຄົມ, ພ້ອມກັນນັ້ນກໍ່ແມ່ນກາລະໂອກາດເພື່ອສຶກສາ, ໂຄສະນາໃຫ້ບັນດາລຸ້ນລູກລຸ້ນຫຼານເຂົ້າໃຈ ແລະສືບຕໍ່ຮັກສາບັນດາມູນເຊື້ອວັດທະນະທໍາອັດດີງາມຂອງຊາດ. ນີ້ແມ່ນສາເຫດ ເຊິ່ງສະມາຄົມໃຫຍ່ຈັດຕັ້ງງານລາຕີພົບປະແລກປ່ຽນສະເຫຼີມສະຫຼອງລະດູບານໃໝ່ໃນຄືນນີ້.

ຕາມທ່ານ ຫງວຽນຢຸຍຈູງ ແລ້ວ, ໃນປີ 2017, ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ປະຊາຄົມຊາວຫວຽດນາມ ອາໄສຢູ່ ລາວ ຍາມໃດກໍ່ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວມຸ່ງໄປເຖິງບ້ານເກີດເມືອງນອນ ຄື: ບໍລິຈາກເງິນຊ່ວຍເຫຼືອພໍ່ແມ່ປະຊາຊົນປະສົບໄພທໍາມະຊາດ, ພາຍຸນ້ຳຖ້ວມ, ຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ, ລະດົມກໍາລັງໃຈພະນັກງານ ແລະນັກຮົບເຮັດໜ້າທີ່ຢູ່ ເຈື່ອງຊາ...

ພ້ອມທັງຕັ້ງໜ້າປະກອບສ່ວນເພີ່ມພູນຄູນສ້າງ, ປັບປຸງ ແລະເພີ່ມທະວີສາຍພົວພັນສາມັກຄີມິດຕະພາບແບບພິເສດລະຫວ່າງສອງປະເທດຫວຽດນາມ ແລະລາວ.

ຕາງໜ້າພັກ, ລັດ ແລະປະຊາຊົນ ລາວ, ທ່ານ ວິໄລວົງ ບຸດດາຄໍາ ໄດ້ຕີລາຄາສູງບັນດາການປະກອບສ່ວນສໍາຄັນຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ ລາວ ບໍ່ພຽງແຕ່ໃນວິວັດແຫ່ງການຕໍ່ສູ້ປົດປ່ອຍປະເທດ ລາວ ໃນເມື່ອກ່ອນເທົ່ານັ້ນ, ຫາກຍັງໃນພາລະກິດສ້າງສາ, ປົກປັກຮັກສາ ແລະພັດທະນາເສດຖະກິດ-ສັງຄົມຂອງລາວ ໃນປັດຈຸບັນອີກດ້ວຍ.

ທ່ານ ວິໄລວົງ ບຸດດາຄໍາ ຮຽກຮ້ອງໃຫ້ປະຊາຄົມຊາວຫວຽດນາມ ສືບຕໍ່ມີການປະກອບສ່ວນຫຼາຍອັນໃຫຍ່ຫຼວງກວ່າອີກໃຫ້ແກ່ພາລະກິດພັດທະນາເສດຖະກິດ-ສັງຄົມຂອງ ລາວ; ສືບຕໍ່ແມ່ນຂົວເຊື່ອມຕໍ່ສໍາຄັນໃນການຮັກສາ ແລະເພີ່ມພູນຄູນສ້າງນໍ້າໃຈສາມັກຄີແບບພິເສດລະຫວ່າງສອງປະເທດ ລາວ-ຫວຽດນາມ ອ້າຍນ້ອງ.

ທ່ານເອກອັກຄະລັດຖະທູດ ຫງວຽນບ໋າຮຸ່ງ ໄດ້ເນັ້ນໜັກວ່າ, ປີ 2017 ໄດ້ສະແດງໃຫ້ເຫັນການພັດທະນາເຕີບໃຫຍ່ເຂັ້ມແຂງຂອງປະຊາຄົມຊາວຫວຽດນາມ ຢູ່ທຸກແຫ່ງຫົນໃນໂລກກວ່າອີກ. ໃນນັ້ນມີຊາວຫວຽດນາມ ທີ່ພວມທໍາມາຫາກິນດຳລົງຊີວິດ ແລະຮໍ່າຮຽນຢູ່ ລາວ ກວ່າ 100.000 ຄົນ. ໃນປີຜ່ານມາ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ບັນລຸໄດ້ຜົນງານໃໝ່ຫຼາຍຢ່າງໃນການດໍາລົງຊີວິດ, ສືບຕໍ່ປັບປຸງປະຊາຄົມໃຫ້ນັບມື້ນັບເຂັ້ມແຂງ, ເຊື່ອມຕົວເຂົ້າເລິກ ແລະນັບມື້ນັບມີປະສິດທິຜົນເຂົ້າໃນສັງຄົມ ລາວ.

ຕາງໜ້າພັກ, ລັດ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ຫງວຽນບ໋າຮຸ່ງ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ແລະເລິກເຊິ່ງເຖິງ ພັກ, ລັດ, ອໍານາດການປົກຄອງທຸກຂັ້ນ ແລະປະຊາຊົນລາວ ຍາມໃດກໍ່ສ້າງເງື່ອນໄຂ ເພື່ອໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ ລາວໄດ້ດໍາລົງຊີວິດ ແລະພັດທະນາຢ່າງດີງາມຢູ່ປະເທດລາວ; ສະແດງຄວາມເຊື່ອໝັ້ນວ່າ, ໃນປີ 2018, ສາຍພົວພັນຫວຽດນາມ-ລາວ ຈະສືບຕໍ່ພັດທະນານັບມື້ນັບສະໜິດຕິດແໜ້ນ, ໝັ້ນຄົງເຂັ້ມແຂງ.

 

ແປໂດຍ: ເກື່ອງດັ້ງ