ປະກອບສ່ວນສ້າງສາຍພົວພັນຮ່ວມມື ຫວຽດນາມ-ລາວ ໃຫ້ຍືນຍົງ.

ຍ້ອນມີນະໂຍບາຍທີ່ສະດວກ, ການສະໜັບສະໜູນຢ່າງແຮງທາງດ້ານການເມືອງຂອງສອງພັກ, ສອງລັດ, ໃນຕະຫຼອດ 40 ປີຜ່ານມາ, ບັນດາວິສາຫະກິດສອງປະເທດ ໄດ້ຍູ້ແຮງການລົງທຶນ, ປະກອບສ່ວນສ້າງສາຍພົວພັນຮ່ວມມື ຫວຽດນາມ-ລາວ ໃຫ້ຍືນຍົງ.

ຕາມກະຊວງແຜນການ ແລະການລົງທຶນລາວ ແລ້ວ, ນັບແຕ່ປີ 1989, ເມື່ອລັດຖະບານລາວ ເປີດປະຕູສົ່ງເສີມການລົງທຶນມາຮອດປັດຈຸບັນ, ການລົງທຶນຂອງ ຫວຽດນາມ ຢູ່ ລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະໃນປັດຈຸບັນ ຫວຽດນາມ ພວມແມ່ນນັກລົງທຶນຕ່າງປະເທດໃຫຍ່ອັນດັບທີ 3 ຢູ່ ລາວ ດ້ວຍຈໍານວນເງິນທຶນປະມານ 3,7 ຕື້ USD. ບັນດາຂົງເຂດດຶງດູດນັກລົງທຶນຂອງ ຫວຽດນາມ ລວມມີ: ການບໍລິການ, ກະສິກໍາ-ປ່າໄມ້, ພະລັງງານໄຟຟ້າ ແລະຂຸດຄົ້ນບໍ່ແຮ່. ມີຫຼາຍໂຄງການຂອງ ຫວຽດນາມ ຢູ່ ລາວ ໄດ້ປະຕິບັດສໍາເລັດ ແລະເຄື່ອນໄຫວຢ່າງມີປະສິດທິຜົນ, ນໍາມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງ ລາວ, ປະກອບສວ່ນເພີ່ມການເກັບລາຍຮັບງົບປະມານໃຫ້ແກ່ລັດຖະບານລາວ ປະມານ 240-260 ລ້ານ USD ແຕ່ລະປີ, ສ້າງປະມານ 35.000 ວຽກເຮັດງານທໍາໃຫ້ແກ່ຜູ້ອອກແຮງງານຢູ່ທ້ອງຖິ່ນ, ຊ່ວຍເຫຼືອ ລາວ ປະຕິບັດນະໂຍບາຍລົບລ້າງຄວາມທຸກຍາກເປັນຢ່າງດີ. ບັນດາຜົນງານນີ້ໄດ້ຮັບການຮັບຮູ້ ແລະຕີລາຄາສູງຈາກຝ່າຍລາວ.

leftcenterrightdel
ສໍານັກງານເຮັດວຽກໃໝ່ຂອງ Unitel – ເຊິ່ງແມ່ນບໍລິສັດຮ່ວມທຸລະກິດກັບກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ Viettel. ພາບ: TTXVN

ກະຊວງແຜນການ ແລະການລົງທຶນຫວຽດນາມ ໃຫ້ຮູ້ວ່າ, ປັດຈຸບັນ ລາວ ພວມແມ່ນຕະຫຼາດລົງທຶນອອກສູ່ຕ່າງປະເທດໃຫຍ່ທີ່ສຸດຂອງຫວຽດນາມ ດ້ວຍ 408 ໂຄງການ. ດ້ວຍການສະໜັບສະໜູນຢ່າງແຮງທາງດ້ານການເມືອງຂອງສອງພັກ, ສອງລັດ ແລະຄວາມຕັດສິນໃຈຂອງສອງລັດຖະບານໃນການເພີ່ມທະວີ ແລະຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດກວ່າອີກ, ຄາດຄະເນວ່າ, ໃນໄລຍະຈະມາເຖິງ, ບັນດາວິສາຫະກິດສອງປະເທດຈະມີກາລະໂອກາດລົງທຶນຫຼາຍກວ່າອີກຢູ່ແຕ່ລະປະເທດ.

leftcenterrightdel
ປໍ້ານໍ້າມັນຂອງ PVIOil ຢູ່ນະຄອນຫຼວງ ວຽງຈັນ. ພາບ: TTXVN

ທ່ານນາງ ສູນທອນ ໄຊຍະຈັກ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ຕີລາຄາວ່າ, ໃນປັດຈຸບັນ, ຫວຽດນາມ ແມ່ນໜຶ່ງໃນຈໍານວນບັນດາປະເທດລົງທຶນແຖວໜ້າຢູ່ລາວ, ການແລກປ່ຽນຮ່ວມມືດ້ານການຄ້າ ແລະການລົງທຶນລະຫວ່າງສອງປະເທດນັບມື້ນັບເພີ່ມຂຶ້ນ, ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ. ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ສະແດງຄວາມປິຕິຊົມຊື່ນຕໍ່ການຊ່ວຍເຫຼືອ, ການຮ່ວມມືດ້ານເສດຖະກິດ ແລະການລົງທຶນຂອງຫວຽດນາມ ຢູ່ ລາວ. ຕາມທ່ານ ທອງລຸນ ສີສຸລິດ ແລ້ວ, ນີ້ແມ່ນຜົນງານຂອງເລື່ອງເສີມຂະຫຍາຍນໍ້າໃຈມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຂອງສອງປະເທດ. ທ່ານ ທອງລຸນ ສີສຸລິດ ເຊື່ອໝັ້ນວ່າໃນອະນາຄົດສອງປະເທດຈະສືບຕໍ່ຊຸກຍູ້, ເສີມຂະຫຍາຍທ່າອ່ຽງຕັ້ງໜ້ານີ້.

ຫຼັກຖານພະຍານໃຫ້ແກ່ສາຍພົວພັນຮ່ວມມືແບບພິເສດ ຫວຽດນາມ-ລາວ

LaoVietBank - ເຊິ່ງແມ່ນທະນາຄານຮ່ວມທຸລະກິດທໍາອິດຂອງສອງປະເທດ. ໂດຍໄດ້ຮັບການສ້າງຕັ້ງນັບແຕ່ປີ 1999, ພາຍຫຼັງ 18 ປີ ເຄື່ອນໄຫວຢູ່ຕະຫຼາດລາວ, ຈາກຈໍານວນເງິນທຶນຈົດທະບຽນໃນເບື້ອງຕົ້ນແມ່ນ 10 ລ້ານ USD, ໃນປັດຈຸບັນ, ການຮ່ວມທຸລະກິດນີ້ມີຍອດຊັບສິນຂຶ້ນເຖິງ 1,15 ຕື້ USD, ດ້ວຍຈໍານວນເງິນທຶນຈົດທະບຽນແມ່ນ 100 ລ້ານ USD, ເຊິ່ງແມ່ນໜຶ່ງໃນ 5 ທະນາຄານໃຫຍ່ທີ່ສຸດຢູ່ລາວ. 

leftcenterrightdel
 ທະນາຄານຮ່ວມທຸລະກິດ LaoVietBank. ພາບ: TTXVN

ໃນຊຸມປີຜ່ານມາ, ບໍ່ພຽງແຕ່ປະຕິບັດໜ້າທີ່ເປັນຂົວເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດເປັນຢ່າງດີເທົ່ານັ້ນ,  ການຮ່ວມທຸລະກິດນີ້ຍັງມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງລາວ ອີກດ້ວຍ, ກາຍເປັນໜຶ່ງໃນບັນດາສັນຍາລັກອັນດີງາມໃນການພົວພັນຮ່ວມມືເສດຖະກິດລະຫວ່າງສອງປະເທດ. ທ່ານ ຫງວຽນວັນບິ່ງ, ຜູ້ອໍານວຍການໃຫຍ່ທະນາຄານ LaoVietBank ຕີລາຄາສູງຕໍ່ການພັດທະນາຂອງ ລາວ, ຖືນີ້ແມ່ນຕະຫຼາດມີຄວາມສາມາດບົ່ມຊ້ອນ ແລະກາລະໂອກາດຫຼາຍຢ່າງໃຫ້ແກ່ບັນດາວິສາຫະກິດລົງທຶນຢູ່ລາວ.

 

ແປໂດຍ: ທູຈາງ