ເນື່ອງໃນໂອກາດນີ້, ສະມາຄົມນັກຮົບເກົ່າແຂວງ ແທງຮ໋ວາ ເປັນກຽດໄດ້ຮັບຫຼຽນໄຊແຮງງານຊັ້ນ III ຈາກ ສປປ ລາວ.

ທີ່ການເຮັດວຽກ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການເສດຖະກິດ, ສັງຄົມຂອງສອງແຂວງ; ຕີລາຄາໝາກຜົນແຫ່ງການປະຕິບັດບົດບັນທຶກຊ່ວຍຈໍາກ່ຽວກັບຂໍ້ຕົກລົງຮ່ວມມືໄລຍະ 2015 – 2017 ແລະລົງນາມໃນຂໍ້ຕົກລົງຮ່ວມມືໄລຍະ 2017-2019. ຕາມນັ້ນແລ້ວ, ສອງຝ່າຍຕັ້ງໜ້າໂຄສະນາ, ຂົນຂວາຍສະມາຊິກສະມາຄົມເຂົ້າຮ່ວມຂະບວນການມະຫາຊົນປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດຍແຫ່ງຊາດ; ຊີ້ນໍາສະມາຄົມນັກຮົບເກົ່າບັນດາເມືອງຊາຍແດນສົມທົບກັບທະຫານປ້ອງກັນຊາຍແດນໃນການລາດຕະເວນ, ປ້ອງກັນເສັ້ນຊາຍແດນ, ຄ້າຂາຍ, ຂົນສົ່ງຢາເສບຕິດ, ເງິນຕາຢ່າງຜິດກົດໝາຍຂ້າມຊາຍແດນ...

leftcenterrightdel
ສະມາຄົມນັກຮົບເກົ່າແຂວງ ແທງຮ໋ວາ ແລະສະມາຄົມນັກຮົບເກົ່າແຂວງ ຫົວພັນ (ສປປ ລາວ) ລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືໄລຍະ 2017-2019. ພາບ: baothanhhoa.vn.

ສອງຝ່າຍຈັດຕັ້ງການແລກປ່ຽນຄະນະຜູ້ແທນ, ບົດຮຽນໃນການເຄື່ອນໄຫວປະຈໍາໄລຍະ... ສະມາຄົມນັກຮົບເກົ່າແຂວງຫົວພັນຂົນຂວາຍສະມາຊິກສະມາຄົມ ແລະປະຊາຊົນທ້ອງຖິ່ນສືບຕໍ່ຊອກຫາ, ສະໜອງຂໍ້ມູນຂ່າວສານກ່ຽວກັບຂຸມຝັງສົບທະຫານອາສາສະໝັກຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ຢູ່ລາວ, ຊ່ວຍເຫຼືອຂຸດຄົ້ນ, ທ້ອນໂຮມອັດຖິສົ່ງເມືອບ້ານເກີດເມືອງນອນ...

ສອງຝ່າຍຂົນຂວາຍສະມາຊິກສະມາຄົມເຂົ້າຮ່ວມການປະຕິບັດບັນດາໂຄງການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ, ຍູ້ແຮງຂະບວນການສາມັກຄີຊ່ວຍເຫຼືອກັນພັດທະນາເສດຖະກິດ, ປັບປຸງ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ສະມາຊິກສະມາຄົມເທື່ອລະກ້າວ.

ສະມາຄົມນັກຮົບເກົ່າແຂວງ ຫົວພັນ ໄດ້ພາທາງຊ່ວຍໃຫ້ກອງບັນຊາການທະຫານແຂວງ ແທງຮ໋ວາ ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດໃນປາງສົງຄາມຢູ່ແຂວງຫົວພັນນັບຫຼາຍຮ້ອຍອັດຖິ. ສະມາຄົມນັກຮົບເກົ່າແຂວງ ແທງຮ໋ວາ ກໍ່ສົມທົບກັນກວດກາລາຍຊື່ ແລະຈັດຕັ້ງການຂຸດຄົ້ນ, ອັດຖິທະຫານ, ພະນັກງານ, ນັກສຶກສາລາວ ແລະທ້ອນໂຮມຢູ່ສຸສານສາກົນ ດົ່ງເຕີມ, ເມືອງ ບ໋າເທືອກ, ແຂວງ ແທງຮວ໋າ.


ແປໂດຍ: ທູຈາງ