ທີ່ການຕ້ອນຮັບ, ທ່ານ ຫງວຽນດຶກເລີ້ຍ ສະແດງຄວາມຂອບອົກຂອບໃຈຕໍ່ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ ລາວ ທີ່ໄດ້ສະຫງວນເວລາຕ້ອນຮັບຄະນະ, ຢືນຢັນວ່າສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ, ລັດ ລາວ ທີ່ມີຕໍ່ວຽກງານສື່ສານໂຄສະນາ, ໂດຍສະເພາະແມ່ນສາຍພົວພັນຮ່ວມມືລະຫວ່າງສໍານັກຂ່າວສານຫວຽດນາມ ແລະສຳນັກຂ່າວສານ ປະເທດລາວ (KPL). ລາຍງານຕໍ່ທ່ານ ທອງລຸນ ສີສຸລິດ ຮັບຊາບກ່ຽວກັບສາຍພົວພັນຮ່ວມມືລະຫວ່າງສໍານັກຂ່າວສານສອງປະເທດ, ທ່ານ ຫງວຽນດຶກເລີ້ຍ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາສໍານັກຂ່າວສານ ຫວຽດນາມ ໄດ້ສະຫງວນການໜູນຊ່ວຍຫຼາຍດ້ານໃຫ້ສຳນັກຂ່າວສານປະເທດ ລາວ, ໂດຍສະເພາະໃນວຽກງານແລກປ່ຽນຂໍ້ມູນຂ່າວສານ, ບໍາລຸງສ້າງໃຫ້ນັກຂ່າວ, ນັກບັນນາທິການ ແລະໜູນຊ່ວຍອຸປະກອນເຕັກນິກໃຫ້ສຳນັກຂ່າວສານປະເທດ ລາວ.

leftcenterrightdel
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະທ່ານ ຫງວຽນດຶກເລີ້ຍ, ຜູ້ອໍານວຍການໃຫຍ່ສຳນັກຂ່າວສານຫວຽດນາມ. ພາບ: TTXVN

ສຳນັກຂ່າວສານຫວຽດນາມ ມີຄວາມປາດຖະໜາວ່າທ່ານນາຍົກລັດຖະມົນຕີ ແລະບັນດາການນໍາລາວ ສະໜັບສະໜູນ ແລະສ້າງເງື່ອນໄຂເພື່ອໃຫ້ສຳນັກຂ່າວສານຫວຽດນາມ ແລະສຳນັກຂ່າວສານປະເທດລາວ ສືບຕໍ່ເພີ່ມທະວີການຮ່ວມມື, ປະຕິບັດສໍາເລັດໜ້າທີ່ຂອງສໍານັກຂ່າວສານສອງປະເທດເປັນຢ່າງດີ.

ທ່ານ ທອງລຸນ ສີສຸລິດ ເນັ້ນໜັກວ່າການຢ້ຽມຢາມຂອງຄະນະຜູ້ແທນສຳນັກຂ່າວສານຫວຽດນາມ ໄດ້ດໍາເນີນໃນໂອກາດ, ທີ່ສອງພັກ, ສອງລັດ ແລະປະຊາຊົນສອງປະເທດພວມສະເຫຼີມສະຫຼອງປີມິດຕະພາບ ແລະສາມັກຄີແບບພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ  2017 ຢ່າງຄຶກຄື້ນ. ທ່ານຍັງຢືນຢັນເຖິງຄວາມສໍາຄັນຂອງສຳນັກຂ່າວສານສອງປະເທດ, ພ້ອມທັງຕີລາຄາສູງເລື່ອງສຳນັກຂ່າວສານຫວຽດນາມ ຍາມໃດກໍ່ຮ່ວມເດີນທາງພ້ອມກັບສຳນັກຂ່າວສານປະເທດ ລາວ ນັບຕັ້ງແຕ່ສຳນັກຂ່າວສານປະເທດລາວ ໄດ້ຮັບການສ້າງຕັ້ງຈົນເຖິງປະຈຸບັນ, ຢືນຢັນວ່າສິ່ງນີ້ບໍ່ພຽງແຕ່ຊ່ວຍໃຫ້ສຳນັກຂ່າວສານປະເທດລາວ ນັບມື້ນັບພັດທະນາເທົ່ານັ້ນ, ຫາກຍັງຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ເຊິ່ງພັກ ແລະລັດລາວ ໄດ້ມອບໝາຍໃຫ້ດີກວ່າອີກ.

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 5 ທັນວາ, ຄະນະຜູ້ແທນສຳນັກຂ່າວສານຫວຽດນາມ ໂດຍທ່ານ ຫງວຽນດຶກເລີ້ຍ ຜູ້ອໍານວຍການໃຫຍ່ສຳນັກຂ່າວສານຫວຽດນາມ ເປັນຫົວໜ້າຄະນະໄດ້ມີການພົບປະເຈລະຈາກັບຄະນະຜູ້ແທນສຳນັກຂ່າວສານປະເທດ ລາວ ໂດຍທ່ານ ສູນທອນ ຄັນທະວົງ ຜູ້ອໍານວຍການໃຫຍ່ສຳນັກຂ່າວສານປະເທດລາວ ເປັນຫົວໜ້າຄະນະ. ເຂົ້າຮ່ວມການພົບປະເຈລະຈາມີທ່ານ ສະຫວັນຄອນ ຣາຊະມົນຕີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະສໍາ ແລະທ່ອງທ່ຽວ ສປປ ລາວ, ເຊິ່ງເປັນອົງການຄຸ້ມຄອງສຳນັກຂ່າວສານປະເທດ ລາວ.

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ສະຫຼຸບຕີລາຄາໝາກຜົນການຮ່ວມມືລະຫວ່າງອົງການສໍານັກຂ່າວສານສອງປະເທດໃນປີ 2017, ພ້ອມທັງແລກປ່ຽນກ່ຽວກັບແບບວິທີເຄື່ອນໄຫວ ແລະແຜນການຮ່ວມມືໃນປີ 2018 ຕາມຈິດໃຈອະນຸສັນຍາກ່ຽວກັບການຮ່ວມມືດ້ານວິຊາການໃນໄລຍະ 2016-2020.

ກ່າວຄໍາເຫັນທີ່ການພົບປະເຈລະຈາ, ທ່ານ ສູນທອນ ຄັນທະວົງ ໄດ້ຂອບອົກຂອບໃຈການຊ່ວຍເຫຼືອ ແລະຮ່ວມມືຮອບດ້ານຂອງ ສຳນັກຂ່າວສານຫວຽດນາມ ທີ່ມີຕໍ່ສຳນັກຂ່າວສານປະເທດ ລາວໃນຕະຫຼອດໄລຍະຜ່ານມາ, ພິເສດແມ່ນການຊ່ວຍເຫຼືອຂອງສຳນັກຂ່າວສານຫວຽດນາມໃຫ້ສຳນັກຂ່າວສານປະເທດລາວ ໃນປີ 2017 ໃນບັນດາຂົງເຂດຄືບໍາລຸງສ້າງດ້ານພາສາຫວຽດນາມ ໃຫ້ນັກຂ່າວ, ນັກບັນນາທິການຂອງສຳນັກຂ່າວສານປະເທດລາວ ແລະໜູນຊ່ວຍອຸປະກອນໃຫ້ສຳນັກຂ່າວສານປະເທດ ລາວ.

ຜູ້ອໍານວຍການໃຫຍ່ສຳນັກຂ່າວສານຫວຽດນາມ ຫງວຽນດຶກເລີ້ຍ ຂອບອົກຂອບໃຈສຳນັກຂ່າວສານປະເທດ ລາວ ຍາມໃດກໍ່ສະຫງວນການໜູນຊ່ວຍຢ່າງມີປະສິດທິຜົນໃຫ້ແກ່ການເຄື່ອນໄຫວຂອງສຳນັກຂ່າວສານຫວຽດນາມ ປະຈໍາ ສປປ ລາວ; ແລະຕີລາຄາສູງການສົມທົບກັນຂອງສຳນັກຂ່າວສານປະເທດລາວ ໃນວຽກງານກະກຽມ ແລະຈັດຕັ້ງງານວາງສະແດງຮູບພາບ “ການພົວພັນຫວຽດນາມ-ລາວ ໜັກແໜ້ນ, ຍືນຍົງກວ່າພູເຂົາກ້າ, ກວ່າແມ່ນໍ້າລໍາເຊ” ເນື່ອງໃນໂອກາດປີສາມັກຄີ ແລະມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2017, ກໍ່ຄືເລື່ອງພິມຈໍາໜ່າຍຂ່າວພາບຫວຽດນາມ ດ້ວຍພາສາລາວ ຢູ່ ສປປ ລາວ.

ກ່ຽວກັບທິດທາງການຮ່ວມມືໃນປີ 2018, ການນໍາສຳນັກຂ່າວສານຫວຽດນາມ ແລະສຳນັກຂ່າວສານປະເທດ ລາວ ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມື, ຍົກສູງປະສິດທິຜົນການແລກປ່ຽນຂໍ້ມູນຂ່າວສານລະຫວ່າງສໍານັກຂ່າວສານສອງປະເທດ. ສຳນັກຂ່າວສານປະເທດ ລາວ ສືບຕໍ່ໜູນຊ່ວຍພິມຈໍາໜ່າຍຂ່າວພາບຫວຽດນາມ ດ້ວຍພາສາລາວ ຢູ່ ສປປ ລາວ ແລະອອກອາກາດບັນດາລາຍການຂອງຊ່ອງໂທລະພາບສຳນັກຂ່າວສານຫວຽດນາມ (Vnews) ຢູ່ ສປປ ລາວ. ສຳນັກຂ່າວສານຫວຽດນາມ ສືບຕໍ່ສ້າງເງື່ອນໄຂໃຫ້ນັກຂ່າວ, ນັກບັນນາທິການຂອງສຳນັກຂ່າວສານປະເທດ ລາວ ໄດ້ຮັບການບໍາລຸງສ້າງຍົກສູງວິຊາການ ແລະໜູນຊ່ວຍສຳນັກຂ່າວສານປະເທດ ລາວ ປັບປຸງລະບົບອຸປະກອນເຕັກນິກໃຫ້ຕຶກອາຄານໃໝ່ຂອງສໍານັກຂ່າວສານປະເທດ ລາວ...

ສິ້ນສຸດການພົບປະເຈລາຈາ, ການນໍາສໍານັກຂ່າວສານສອງປະເທດໄດ້ພ້ອມລົງນາມໃນບົດບັນທຶກການຮ່ວມມືໃນປີ 2018.


ແປໂດຍ: ເກື່ອງດັ້ງ