ຫວຽດນາມ-ລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ມີແມ່ນ້ຳລຳເຊ ແລະສາຍພູຫຼວງຕິດຈອດກັນ, ການພົວພັນແບບພິເສດ ຫວຽດນາມ-ລາວ ແມ່ນແບບຢ່າງທີ່ດີເດັ່ນ, ຫາຍາກກ່ຽວກັບຄວາມສະໜິດຕິດພັນຢ່າງໝັ້ນແກ່ນ, ບໍລິສຸດຜຸດຜ່ອງ ແລະການຮ່ວມມືທີ່ເຕັມໄປດ້ວຍປະສິດທິຜົນລະຫວ່າງສອງປະເທດ.

ການພົວພັນແບບພິເສດຫວຽດນາມ-ລາວ ໄດ້ຮັບການພັດທະນາຈາກການພົວພັນທີ່ເປັນມູນເຊື້ອ, ໂດຍປະທານໂຮ່ຈິມິນ ສ້າງພື້ນຖານ. ປະທານໂຮ່ຈິມິນ ໄດ້ພ້ອມກັບປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະການນໍາສອງພັກ, ສອງລັດ, ປະຊາຊົນສອງປະເທດທຸ່ມເທເຫື່ອແຮງເພີ່ມພູມຄູນສ້າງໃຫ້ສາຍໃຈມິດຕະພາບ ຫວຽດນາມ-ລາວ ນັບມື້ນັບເກີດດອກອອກຜົນ.

leftcenterrightdel
ພິທີສະເຫຼີມສະຫຼອງ 42 ປີແຫ່ງວັນຊາດລາວ. ພາບ:  TTXVN

ໃນຊຸມປີຜ່ານມາ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ສືບຕໍ່ໄດ້ຮັບການພັດທະນາອັນດີງາມ. ບັນດາກົນໄກຮ່ວມມືລະຫວ່າງສອງປະເທດ, ພິເສດຢູ່ຂັ້ນສູງໄດ້ຮັບການປັບປຸງ, ເສີມຂະຫຍາຍຢ່າງມີປະສິດທິຜົນ, ຊຸກຍູ້ການພົວພັນສອງປະເທດໃຫ້ນັບມື້ນັບພັດທະນາ. ການພົວພັນດ້ານການເມືອງນັບມື້ນັບສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈ, ພັດທະນາ ແລະເຂົ້າສູ່ລວງເລິກ. ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບລະຫວ່າງສອງປະເທດໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ ແລະຜັນຂະຫຍາຍເປັນຢ່າງດີໃນທຸກໆຂົງເຂດ, ພິເສດກ່ຽວກັບການຝຶກອົບຮົມ, ກໍ່ສ້າງ. ສອງຝ່າຍສືບຕໍ່ສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນຢ່າງດີ. ສອງຝ່າຍໄດ້ສໍາເລັດໂຄງການປັກຫຼັກໝາຍຖີ່ ແລະບູລະນະລະບົບຫຼັກໝາຍຊາຍແດນ ຫວຽດນາມ-ລາວ; ລົງນາມເຊັນອະນຸສັນຍາກ່ຽວກັບເສັ້ນຊາຍແດນແຫ່ງຊາດ ຫວຽດນາມ-ລາວ; ສັນຍາກ່ຽວກັບກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກ ຫວຽດນາມ-ລາວ; ສືບຕໍ່ຍູ້ແຮງການຜັນຂະຫຍາຍຂໍ້ຕົກລົງລະຫວ່າງລັດຖະບານສອງປະເທດກ່ຽວກັບການແກ້ໄຂບັນຫາຄົນອົບພະຍົບເສລີ ແລະການສົມລົດໂດຍບໍ່ມີໜັງສືຮັບຮອງຢູ່ເຂດຊາຍແດນ ຫວຽດນາມ-ລາວ. ວຽກງານຊອກຫາ ແລະທ້ອນໂຮມອັດຖິທະຫານອາສາສະໝັກ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດກໍ່ໄດ້ຮັບການຜັນຂະຫຍາຍເປັນຢ່າງດີ.

ການຮ່ວມມືດ້ານເສດຖະກິດໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ກາຍເປັນພື້ນຖານອັນຍາວນານໃນການພົວພັນສອງປະເທດ.

ການຮ່ວມມືດ້ານການສຶກສາ-ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດແມ່ນຂົງເຂດທີ່ສອງຝ່າຍໄດ້ບຸລິມະສິດຍົກທັງດ້ານປະລິມານ ແລະຄຸນນະພາບ. ສອງຝ່າຍກໍ່ຮ່ວມມືຢ່າງແໜ້ນແຟ້ນໃນບັນດາຂົງເຂດຄື: ສາທາລະນະສຸກ, ກະສິກໍາ ແລະການພັດທະນາຊົນນະບົດ, ຄົມມະນາຄົມ-ຂົນສົ່ງ, ການທ່ອງທ່ຽວ.

ຫວຽດນາມ ສືບຕໍ່ສະຫງວນໃຫ້ລາວ ຫຼາຍທຶນສຶກສາຢູ່ທຸກໆຊັ້ນ...; ປະຕິບັດຄໍາສັ່ງສອງນາຍົກລັດຖະມົນຕີສອງທ່ານກ່ຽວກັບການປັບປຸງ, ຍົກສູງຄຸນນະພາບການຮ່ວມມືດ້ານການສຶກສາ-ບໍາລຸງສ້າງຢ່າງມີປະສິດທິຜົນ. ກະຊວງສຶກສາ ແລະກິລາລາວ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອດຶງດູດນັກສຶກສາລາວ ມາຮໍ່າຮຽນຢູ່ບັນດາໂຮງຮຽນມະຫາວິທະຍາໄລຕ່າງໆຂອງຫວຽດນາມ. ການຮ່ວມມືດ້ານວັດທະນະທໍາ-ທ່ອງທ່ຽວ ສືບຕໍ່ໄດ້ຮັບການພັດທະນາ.

ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຮ່ວມມືໃນພາກພື້ນ ແລະສາກົນ; ສືບຕໍ່ເພີ່ມທະວີການຮ່ວມມື, ສົມທົບກັບບັນດາປະເທດສະມາຊິກ ອາຊຽນ ໃນການກໍ່ສ້າງປະຊາຄົມອາຊຽນ ແລະຮັກສາຄວາມສາມັກຄີ, ເຫັນດີເຫັນພ້ອມອາຊຽນ ໃນບັນດາບັນຫາຍຸດທະສາດຢູ່ພາກພື້ນ.

ພວກເຮົາເຊື່ອໝັ້ນຢ່າງແນ່ວແນ່ວ່າ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງ ພັກກອມມູນິດ ຫວຽດນາມ ແລະພັກປະຊາຊົນປະຕິວັດລາວ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ. ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ສືບຕໍ່ໄດ້ຮັບການປັບປຸງ ແລະພັດທະນາ, ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ແປໂດຍ: ຫງວຽນກຸກ