ວັນທີ 25 ພະຈິກ, ທີ່ ຮ່າໂນ້ຍ, ທ່ານພົນຕີ ຮວ່າງຊວນຈ໋ຽນ, ກໍາມະການສູນກາງພັກ, ກໍາມະການຄະນະພັກການທະຫານສູນກາງ, ຫົວໜ້າກອງບັນຊາການທະຫານປ້ອງກັນຊາຍແດນ, ໄດ້ເປັນປະທານການພົບປະກັບຄະນະປະທານສະມາຄົມມິດຕະພາບລາວ-ຫວຽດນາມ, ໂດຍທ່ານ ວິໄລວົງ ບຸດດາຄໍາ ກໍາມະການຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ, ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານສູນກາງສະມາຄົມມິດຕະພາບລາວ-ຫວຽດນາມ ນໍາໜ້າຄະນະມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.

ເຂົ້າຮ່ວມການພົບປະຍັງມີທ່ານ ຄໍາສິງ ດວງວັນດີ ທີ່ປຶກສາ, ສະຖານທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ; ທ່ານ ຕ້າມິງເຈົາ, ຮອງປະທານຜູ້ປະຈໍາການສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ; ບັນດາຫົວໜ້າກອງບັນຊາການທະຫານປ້ອງກັນຊາຍແດນ, ຜູ້ຕາງໜ້າກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: bienphong.com.vn

ກ່າວຄໍາເຫັນທີ່ການພົບປະ, ທ່ານພົນຕີ ຮວ່າງຊວນຈ໋ຽນ ຢັ້ງຢືນວ່າການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມຂອງຄະນະປະທານສະມາຄົມມິດຕະພາບລາວ-ຫວຽດນາມ ຄັ້ງນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສອງປະເທດສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະຮ່ວມມື ແລະປີສາມັກຄີມິດຕະພາບຫວຽດນາມ-ລາວ 2017.

leftcenterrightdel
 ທ່ານພົນຕີ ຮວ່າງຊວນຈ໋ຽນ ກ່າວຄໍາເຫັນທີ່ການພົບປະ. ພາບ: bienphong.com.vn

ທ່ານພົນຕີ ຮວ່າງຊວນຈ໋ຽນ ໃຫ້ຮູ້ວ່າ, ໃນຊຸມປີຜ່ານມາ, ທະຫານປ້ອງກັນຊາຍແດນຫວຽດນາມ ໄດ້ສົມທົບກັບກົມທະຫານປ້ອງກັນຊາຍແດນ ກົມໃຫຍ່ເສນາທິການ ກອງທັບປະຊາຊົນ ລາວ; ກົມໃຫຍ່ຕໍາຫຼວດ, ກົມໃຫຍ່ປ້ອງກັນຄວາມສະຫງົບທຂອງກະຊວງປ້ອງກັນຄວາມສະຫງົບ ລາວ ໃນວຽກງານຄຸ້ມຄອງ ແລະປ້ອງກັນຊາຍແດນ, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນສອງປະເທດຢ່າງແໜ້ນແຟ້ນ.

ທ່ານພົນຕີ ຮວ່າງຊວນຈ໋ຽນ ໃຫ້ຮູ້ຕື່ມອີກວ່າ, ໃນໄລຍະຈະມາເຖິງທະຫານປ້ອງກັນຊາຍແດນຫວຽດນາມ ຈະສືບຕໍ່ສົມທົບກັບບັນດາກໍາລັງທີ່ກ່ຽວຂ້ອງຂອງລາວໃນການຕໍ່ສູ້ສະກັດກັ້ນບັນດາການເຄື່ອນໄຫວທໍາລາຍຄວາມໝັ້ນຄົງຢູ່ເຂດຊາຍແດນຢ່າງຕັ້ງໜ້າ... ສືບຕໍ່ເສີມຂະຫຍາຍຄວາມສາມັກຄີມິດຕະພາບແບບພິເສດຫວຽດນາມ-ລາວ, ສ້າງເສັ້ນຊາຍແດນຮ່ວມຫວຽດນາມ-ລາວ ເປັນເສັ້ນຊາຍແດນແບບຢ່າງ, ສັນຕິພາບ, ມິດຕະພາບ, ຮ່ວມມື, ພ້ອມກັນພັດທະນາ.

leftcenterrightdel
ທ່ານ ວິໄລວົງ ບຸດດາຄໍາ ກ່າວຄໍາເຫັນຢືນຢັນສາຍພົວພັນແບບພິເສດລະຫວ່າງສອງປະເທດ ຫວຽດນາມ ແລະລາວ ກໍາລັງໄດ້ຮັບການປົກປັກຮັກສາ ແລະພັດທະນາຕະຫຼອດໄປ. ພາບ: bienphong.com.vn

ຕາງໜ້າຄະນະຜູ້ແທນສະມາຄົມມິດຕະພາບລາວ-ຫວຽດນາມ, ທ່ານ ວິໄລວົງ ບຸດດາຄໍາ ສະແດງຄວາມຂອບອົກຂອບໃຈຕໍ່ການນໍາກອງບັນຊາການທະຫານປ້ອງກັນຊາຍແດນ ແລະບັນດາອົງການທີ່ກ່ຽວຂ້ອງທີ່ໄດ້ສະຫງວນເວລາໃຫ້ການຕ້ອນຮັບຄະນະ.
ຢັ້ງຢືນນໍ້າໃຈພິເສດ, ສັດຊື່ບໍລິສຸດ, ສະໜິດຕິດພັນມາແຕ່ດົນນານຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ. ທ່ານ ວິໄລວົງ ບຸດດາຄໍາ ໃຫ້ຮູ້ວ່າ, ການພົວພັນແບບພິເສດຫວຽດນາມ-ລາວ ໂດຍປະທານໂຮ່ຈິມິນ ແລະປະທານ ໄກສອນ ພົມວິຫານ ພ້ອມກັບການນໍາພັກ, ລັດ ແລະປະຊາຊົນສອງປະເທດຫຼາຍຮຸ່ນຄົນ ໄດ້ເພີ່ມພູນຄູນສ້າງ ເຊິ່ງກໍາລັງໄດ້ຮັບການປົກປັກຮັກສາ ແລະພັດທະນາຕະຫຼອດໄປ.


ແປໂດຍ: ຮວ່າງເຈື່ອງ