ພາຍຫຼັງ 1 ປີແຫ່ງການປະຕິບັດກົດລະບຽບການແຮກສ່ຽວທີ່ໄດ້ຮັບການລົງນາມ, ກອງບັນຊາການທະຫານແຂວງ ອຽນບ໋າຍ ແລະກອງບັນຊາການທະຫານແຂວງ ໄຊຍະບູລີ ໄດ້ປະຕິບັດບັນດາເນື້ອໃນຕາມກົດລະບຽບການສົມທົບ ແລະບົດບັນທຶກຊ່ວຍຈໍາການເຄື່ອນໄຫວຢ່າງມີປະສິດທິຜົນ, ຮັບປະກັນຖືກຕ້ອງຕາມແນວທາງແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງສອງພັກ, ສອງລັດ ແລະຫຼັກການພົວພັນຕ່າງປະເທດດ້ານການທະຫານຕາມຫຼັກການເຫັນດີເຫັນພ້ອມ, ນໍ້າໃຈສາມັກຄີ, ມິດຕະພາບແບບພິເສດ, ຄວາມເຂົ້າໃຈ ແລະໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ສົມທົບກັນໃນການກໍ່ສ້າງກໍາລັງປະກອບອາວຸດທ້ອງຖິ່ນໝັ້ນຄົງເຂັ້ມແຂງຮອບດ້ານ...

leftcenterrightdel
ກອງບັນຊາການທະຫານແຂວງ ອຽນບ໋າຍ ແລະກອງບັນຊາການທະຫານແຂວງ ໄຊຍະບູລີ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາ, ເຫັນດີເປັນເອກະພາບເນື້ອໃນເຄື່ອນໄຫວພົບປະແລກປ່ຽນ ປີ 2018. ພາບ: quankhu2.vn

ເນື່ອງໃນໂອກາດນີ້, ກອງບັນຊາການທະຫານແຂວງ ອຽນບ໋າຍ ແລະກອງບັນຊາການທະຫານແຂວງ ໄຊຍະບູລີ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາ, ເຫັນດີເປັນເອກະພາບເນື້ອໃນການເຄື່ອນໄຫວພົບປະແລກປ່ຽນ, ແລກປ່ຽນປີ 2018. ກ່ອນໜ້ານັ້ນ, ຄະນະປະຕິບັດງານກອງບັນຊາການທະຫານແຂວງ ອຽນບ໋າຍ ໄດ້ຢ້ຽມຢາມ, ເຮັດວຽກ ແລະເຂົ້າຢ້ຽມຂໍ່ານັບການນໍາແຂວງ ໄຊຍະບູລີ ແລະກອງພົນ 2 (ກອງທັບປະຊາຊົນລາວ).

 

ແປໂດຍ: ຮວ່າງເຈື່ອງ