ໂດຍໄດ້ຮັບການສ້າງຕັ້ງໃນວັນທີ 30 ກັນຍາ 2005 ຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ, ຜ່ານ 12 ປີແຫ່ງການສ້າງຕັ້ງ, ສູ້ຊົນ ແລະເຕີບໃຫຍ່, ພາຍໃຕ້ການຊີ້ນໍາ, ນໍາພາຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ຄະນະພັກ, ກອງບັນຊາການທະຫານເຂດ ແລະຄະນະຊີ້ນໍາໜ້າທີ່ “C” ທະຫານເຂດ; ພະນັກງານ, ພາລະກອນ ບໍລິສັດຮ່ວມມືສາກົນ 705 ຍາມໃດກໍ່ສາມັກຄີ, ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ເພິ່ງຕົນເອງ, ກຸ້ມຕົນເອງ, ແກ້ໄຂທຸກຄວາມຫຍຸ້ງຍາກປະຕິບັດສໍາເລັດທຸກໜ້າທີ່, ກໍ່ສ້າງບໍລິສັດນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ, ໝັ້ນຄົງເຂັ້ມແຂງ.

leftcenterrightdel
ທ່ານພັນເອກພິເສດ ບຸ່ຍວັນດ້າຍ, ປະທານທັງເປັນຜູ້ອໍານວຍການບໍລິສັດຮ່ວມມືສາກົນ 705 ແລະຜູ້ຕາງໜ້າກະຊວງປ້ອງກັນປະເທດ ລາວ ລົງນາມໃນເອກະສານມອບຮັບສະໜາມຝຶກແອບສັງລວມ ກອງພົນທີ 3. ພາບ: quankhu2.vn

ໂດຍແມ່ນກົມກອງປະຕິບັດໜ້າທີ່ແຈກຢາຍຢູ່ບັນດາບໍລິເວນທຸກຍາກບົນດິນແດນຂອງປະເທດເພື່ອນບ້ານ, ແຕ່ລະປີ, ຄະນະພັກ, ຄະນະອໍານວຍການ ບໍລິສັດຮ່ວມມືສາກົນ 705 ຍາມໃດກໍ່ເປັນເຈົ້າການວາງອອກແຜນນະໂຍບາຍ, ມາດຕະການຊີ້ນຳ, ນໍາພາ, ໃກ້ຊິດຕິດແທດກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່, ສອດຄ່ອງກັບລັກສະນະພິເສດສະເພາະຂອງກົມກອງ ແລະບໍລິເວນ.

ຍາມໃດ ບໍລິສັດຮ່ວມມືສາກົນ 705 ກໍ່ສົມທົບຢ່າງແໜ້ນແຟ້ນກັບຄະນະພັກ, ອໍານາດການປົກຄອງ, ບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ໂດຍສະເພາະແມ່ນບັນດາກົມກອງກໍາລັງປະກອບອາວຸດ, ບັນດາກົມກອງກໍ່ສ້າງຮາກຖານຂອງປະເທດເພື່ອນບ້ານໃນການເຂົ້າຮ່ວມບັນດາການເຄື່ອນໄຫວກໍ່ສ້າງຮາກຖານການເມືອງທ້ອງຖິ່ນ, ຍົກສູງຄວາມສາມາດຊີ້ນຳ, ນໍາພາ, ກໍາລັງສູ້ຮົບຂອງອົງການຈັດຕັ້ງພັກ, ການຄຸ້ມຄອງ, ບໍລິຫານຂອງອໍານາດການປົກຄອງທຸກຂັ້ນ, ການເຄື່ອນໄຫວຂອງບັນດາອົງການຈັດຕັ້ງມະຫາຊົນ; ກໍ່ສ້າງ, ປັບປຸງ, ບູລະນະບັນດາກົມກອງໃຫ້ໝັ້ນຄົງເຂັ້ມແຂງ...

ພ້ອມກັບໜ້າທີ່ຊ່ວຍເພື່ອນກໍ່ສ້າງຮາກຖານການເມືອງ, ການເຄື່ອນໄຫວຫຼາຍຢ່າງ ແລະວຽກເຮັດງານທໍາແທດຈິງຊ່ວຍເຫຼືອບັນດາກົມກອງກໍາລັງປະກອບອາວຸດ ເຊິ່ງບໍລິສັດໄດ້ຜັນຂະຫຍາຍໃນບໍລິເວນບັນດາແຂວງພາກເໜືອຂອງ ລາວ, ໃນນັ້ນມີກິດຈະການສະໜາມຝຶກແອບສັງລວມຂອງກອງພົນທີ 3 ໂດຍກະຊວງປ້ອງກັນປະເທດຫວຽດນາມຊ່ວຍເຫຼືອ ແລະບໍລິສັດຮ່ວມມືສາກົນ 705 ດໍາເນີນການກໍ່ສ້າງ, ໄດ້ສໍາເລັດບັນດາໄລຍະຂອງໂຄງການຕາມແຜນການທີ່ໄດ້ວາງອອກ, ຮັບປະກັນຄຸນນະພາບ, ເຕັກນິກ ແລະສິລະປະກໍາສູງ, ປະກອບສ່ວນຍົກສູງຄຸນນະພາບສັງລວມ ແລະກໍາລັງສູ້ຮົບຂອງບັນດາກົມກອງປະເທດເພື່ອນບ້ານ.

ແຕ່ລະປີ, ບໍລິສັດ ຍາມໃດກໍ່ປະຕິບັດບົດບາດເປັນເສນາທິການໃຫ້ຄະນະພັກ, ກອງບັນຊາການທະຫານເຂດ ແລະຄະນະຊີ້ນໍາໜ້າທີ່ “C” ທະຫານເຂດດໍາເນີນວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດຕາມທິດນໍາ, ກົດລະບຽບ, ເພີ່ມທະວີສາຍພົວພັນ, ຄວາມສາມັກຄີ, ມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານກັບປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ເວົ້າລວມ, ກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ, ບັນດາກົມກອງ ແລະກໍາລັງປະກອບອາວຸດບັນດາແຂວງພາກເໜືອຂອງລາວ ເວົ້າສະເພາະໃຫ້ນັບມື້ນັບພັດທະນາຢ່າງໝັ້ນຄົງເຂັ້ມແຂງ.

ດ້ວຍບັນດາຜົນງານທີ່ບັນລຸໄດ້ ໃນ 12 ປີຜ່ານມາ, ບໍລິສັດຮ່ວມມືສາກົນ 705 ເປັນກຽດໄດ້ຮັບບັນດາລາງວັນ ແລະນາມມະຍົດອັນສູງສົ່ງຈາກພັກ, ລັດ, ລັດຖະບານ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຄື: ຫຼຽນໄຊແຮງງານ ຊັ້ນ III, ຫຼຽນໄຊມິດຕະພາບ, ຫຼຽນໄຊແຮງງານ ຊັ້ນ I ສາມຫຼຽນ ພ້ອມກັບຫຼາຍລາງວັນສູງສົ່ງອື່ນໆ...

 

ແປໂດຍ: ຮວ່າງເຈື່ອງ