ປະກອບສ່ວນເພີ່ມທະວີ ແລະປັບປຸງສາຍພົວພັນມິດຄະພາບ ຫວຽດນາມ-ລາວ

ໂດຍປະຕິບັດຕາມສົນທິສັນຍາຂີດເສັ້ນຊາຍແດນປີ 1977, ແຕ່ປີ 1978 ຫາປີ 1987, ຫວຽດນາມ ແລະລາວ ໄດ້ສົມທົບກັນປະຕິບັດ ແລະສໍາເລັດການຂີດເສັ້ນຊາຍແດນທັງໝົດຢູ່ພູມີປະເທດຕົວຈິງ, ກໍ່ສ້າງຫຼັກໝາຍຊາຍແດນໄດ້ 214 ຫຼັກໝາຍຢູ່ 199 ຈຸດທີ່ຕັ້ງຫລັກໝາຍ.

ລະບົບຫຼັກໝາຍຊາຍແດນແຫ່ງຊາດມີບົດບາດສໍາຄັນໃນວຽກງານຄຸ້ມຄອງຊາຍແດນລວມລະຫວ່າງສອງປະເທດ. ພາຍຫຼັງສໍາເລັດການຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນ ແລະລົງນາມໃນສັນຍາກ່ຽວກັບກົດລະບຽບຊາຍແດນ, ສອງຝ່າຍໄດ້ສົມທົບກັນກໍ່ສ້າງ ແລະຍົກລະດັບດ່ານຊາຍແດນຫຼາຍແຫ່ງພ້ອມກັບບັນດາກິດຈະກໍາໃໝ່ໄດ້ຮັບການກໍ່ສ້າງຢ່າງໃຫຍ່ໂຕ, ສວຍງາມ ແລະທັນສະໄໝ.

ໂດຍເລີ່ມຈາກພຶດຕິກຳຕົວຈິງ ເພື່ອແນໃສ່ປັບປຸງຄຸນນະພາບຂອງເສັ້ນຊາຍແດນ, ກໍ່ສ້າງລະບົບຫຼັກໝາຍຊາຍແດນແຫ່ງຊາດຢ່າງໃຫຍ່ໂຕ, ສວຍງາມ ແລະທັນສະໄໝ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານຄຸ້ມຄອງຊາຍແດນໃນສະພາບການໃໝ່, ການນໍາຂັ້ນສູງສອງປະເທດໄດ້ເຫັນດີເປັນເອກະພາບສົບທົບກັນກໍ່ສ້າງ ແລະປະຕິບັດໂຄງການປັກຫລັກໝາຍຖີ່ ແລະບູລະນະລະບົບຫລັກໝາຍຊາຍແດນແຫ່ງຊາດ ຫວຽດນາມ - ລາວ, ຖືນີ້ແມ່ນໜຶ່ງໃນບັນດາເນື້ອໃນຮ່ວມມືສໍາຄັນລະຫວ່າງສອງປະເທດ, ຮັບໃຊ້ຄວາມຕ້ອງການສົມທົບກັນຄຸ້ມຄອງຊາຍແດນ, ປົກປັກຮັກສາຊາຍແດນໃຫ້ມີຄວາມສະຖຽນລະພາບຍາວນານ. ໂຄງການໄດ້ຮັບອະນຸຍາດໃຫ້ຜັນຂະຫຍາຍປະຕິບັດນັບແຕ່ປີ 2008 ເປັນຕົ້ນມາ. ມາຮອດປະຈຸບັນ, ລະບົບຫຼັກໝາຍຊາຍແດນແຫ່ງຊາດລະຫວ່າງສອງປະເທດມີ  1002 ຫຼັກໝາຍ ແລະເສົາຫຼັກໝາຍຢູ່ 905 ຈຸດທີ່ຕັ້ງ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກ່າວປາໄສທີ່ກອງປະຊຸມ. ພາບ: ຮວ່າງຫວູ໋

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ, ເລື່ອງສໍາເລັດແຜນການສັງລວມຢ່າງມີໄຊປະກອບສ່ວນສໍາຄັນເຂົ້າໃນການປັບປຸງຄຸນນະພາບເສັ້ນຊາຍແດນ ຫວຽດນາມ-ລາວ ທັງດ້ານນິຕິກໍາ ແລະພຶດຕິກໍາຕົວຈິງໃຫ້ສົມບູນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຊີ້ແຈ້ງວ່ານັບແຕ່ປະຈຸບັນ, ຫວຽດນາມ - ລາວ ມີເສັ້ນຊາຍແດນຢ່າງຈະແຈ້ງ, ໄດ້ຮັບຮອງຢ່າງລະອຽດໃນບັນດາເອກະສານນິຕິກໍາ, ແຜນທີ່ຕິດພ້ອມ  ແລະໄດ້ຮັບການຂີດໝາຍດ້ວຍຫຼັກໝາຍຊາຍແດນລະບົບຫຼວງ, ທັນສະໄໝ, ຍືນຍົງໃນພູມີປະເທດຕົວຈິງ. ຜົນງານດັ່ງກ່າວບໍ່ພຽງແຕ່ສ້າງປະຖົມປັດໄຈສະດວກໃຫ້ວຽກງານຄຸ້ມຄອງ ແລະປົກປັກຮັກສາເສັ້ນຊາຍແດນເທົ່ານັ້ນ, ຫາກຍັງປະກອບສ່ວນຊຸກຍູ້ສາຍພົວພັນຮ່ວມມືດ້ານການຄ້າ, ການລົງທຶນ ແລະພົບປະແລກປ່ຽນເສດຖະກິດ, ວັດທະນະທໍາ, ການທ່ອງທ່ຽວຂອງບັນດາທ້ອງຖິ່ນ ແລະປະຊາຊົນເຂດຊາຍແດນຢ່າງແຮງ; ປັບປຸງຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພໃນສັງຄົມ; ຮັບປະກັນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ; ປະກອບສ່ວນເພີ່ມທະວີ ແລະປັບປຸງສາຍພົວພັນມິດຕະພາບ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

leftcenterrightdel
ໂດຍໄດ້ຮັບມອບສິດຈາກທ່ານປະທານປະເທດຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ແລະທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ປະດັບຫຼຽນໄຊແຮງງານຊັ້ນ III ໃຫ້ແກ່ບັນດາໝູ່ຄະນະ, ສ່ວນບຸກຄົນ. ພາບ: ຮວ່າງຫວູ໋

ໃນຂະນະນັ້ນ, ທ່ານ ຟ້າມບີງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຖືວ່າ, ກອງປະຊຸມມີຄວາມໝາຍສໍາຄັນໃນການຢັ້ງຢືນການສໍາເລັດໄລຍະແກ້ໄຂບັນຫາຊາຍແດນຜືນແຜ່ນດິນກັບປະເທດ ລາວ ອ້າຍນ້ອງ. ຕາມທ່ານ ຟ້າມບີງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລ້ວ, ເລື່ອງສອງປະເທດໄດ້ເຊັນເອກະສານນິຕິກໍາສໍາຄັນ 2 ສະບັບແມ່ນ: ອະນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນແຫ່ງຊາດ ແລະສັນຍາກ່ຽວກັບກົດລະບຽບການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນໃນເຂດດິນຕໍ່ແຜ່ນ ຫວຽດນາມ-ລາວ ເປັນເຫດການສໍາຄັນຍິ່ງໃນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດ ຫວຽດນາມ-ລາວ, ເປັນຫຼັກໝາຍສໍາຄັນໃນປະຫວັດສາດແຫ່ງການຮ່ວມມືແກ້ໄຂບັນຫາຊາຍແດນຜືນແຜ່ນດິນລະຫວ່າງສອງປະເທດ. ທ່ານ ຟ້າມບີງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ  ກໍ່ເນັ້ນໜັກວ່າ “ປະຈຸບັນເອກະສານ 2 ສະບັບນີ້ໄດ້ຮັບການເຊັນອະນຸມັດຈາກຂັ້ນທີ່ມີສິດອໍານາດຂອງສອງປະເທດ ແລະເລີ່ມມີຜົນສັກສິດນັບແຕ່ວັນທີ 5 ກັນຍາ 2017 ຢ່າງເປັນທາງການ, ອັນໄດ້ເປັນຂີດໝາຍການສໍາເລັດວຽກງານປັກຫລັກໝາຍຖີ່ ແລະບູລະນະລະບົບຫລັກໝາຍຊາຍແດນແຫ່ງຊາດ ຫວຽດນາມ - ລາວ ພາຍຫຼັງ 9 ປີທີ່ບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນທີ່ກ່ຽວຂ້ອງຂອງສອງປະເທດໄດ້ມານະພະຍາຍາມສົມທົບກັນປະຕິບັດ”.

 ຄວາມສະດວກສະຫຼັບກັນກັບຄວາມຫຍຸ້ງຍາກ

ທ່ານ ເລຮວ່າຍຈູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະກໍາມະການຊາຍແດນແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ, ວິວັດການຜັນຂະຫຍາຍແຜນການສັງລວມປະຕິບັດວຽກງານປັກຫລັກໝາຍຖີ່ ແລະບູລະນະລະບົບຫລັກໝາຍຊາຍແດນແຫ່ງຊາດ ຫວຽດນາມ - ລາວ, ມີຄວາມສະດວກຫຼາຍຢ່າງເມື່ອໄດ້ຮັບຄວາມເອົາໃຈໃສ່ໃກ້ຊິດຕິດແທດ, ສ້າງທຸກເງື່ອນໄຂຂອງການນໍາຂັ້ນສູງສອງປະເທດ, ບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນຂອງ ຫວຽດນາມ ແລະລາວ ລ້ວນແຕ່ເບີກບານມ່ວນຊື່ນ ແລະສະໜັບສະໜູນ, ຕັດສິນໃຈສົມທົບກັນສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ. ນອກຈາກນັ້ນ, ເລື່ອງຈັດຕັ້ງປະຕິບັດແຜນການສັງລວມຂອງ ຫວຽດນາມ ໄດ້ຖອດຖອນບົດຮຽນຫຼາຍຢ່າງຈາກການຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນທາງບົກ ຫວຽດນາມ-ຈີນ, ຫວຽດນາມ-ກໍາປູເຈຍ.

“ເສັ້ນຊາຍແດນ ຫວຽດນາມ-ລາວ ໄດ້ຮັບການກຳນົດຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນ, ບັນດາຂໍ້ຄົງຂ້າງ ແລະການຂັດແຍ່ງກັນ, ຜິດພາດໄດ້ຮັບການແກ້ໄຂສຳເລັດສະນັ້ນການກໍານົດຈຸດທີ່ຕັ້ງຫຼັກໝາຍຈຶ່ງມີຄວາມສະດວກ. ໂຄງການໂດຍບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນທີ່ກ່ຽວຂ້ອງຂອງສອງປະເທດເພີ່ມພູນສົມທົບກັນຄົ້ນຄວ້າສ້າງເງື່ອນໄຂສະດວກໃຫ້ຂັ້ນຕອນສ້າງແຜນການ ແລະແຜນງົບປະມານຄ່າໃຊ້ຈ່າຍໃນການປະຕິບັດວຽກ ງານປັກຫຼັກໝາຍແຕ່ລະປີ. ທ່ານ ເລຮວ່າຍຈູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ  ຢັ້ງຢືນວ່າ, ລັດຖະບານໄດ້ອະນຸຍາດໃຫ້ລົງທຶນຊື້ບັນດາເຄື່ອງຈັກ, ອຸປະກອນວັດແທກທັນສະໄໝທີ່ສຸດ, ຮັບປະກັນໃຫ້ກໍາລັງເຕັກນິກເຮັດວຽກຢ່າງມີປະສິດທິຜົນ, ຮັບປະກັນຄວາມຊັດເຈນ”.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ຖ່າຍຮູບລວມກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ຮວ່າງຫວູ໋

ເຖິງຢ່າງໃດກໍ່ຕາມ, ບໍ່ພຽງແຕ່ມີບັນດາຄວາມສະດວກເທົ່ານັ້ນ, ວິວັດແຫ່ງການປະຕິບັດແຜນການສັງລວມປະຕິບັດວຽກງານປັກຫລັກໝາຍຖີ່ ແລະບູລະນະລະບົບຫລັກໝາຍຊາຍແດນແຫ່ງຊາດ ຫວຽດນາມ - ລາວ ຍັງປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ. ເຂດຊາຍແດນ ຫວຽດນາມ - ລາວ ມີພູມີປະເທດທຸລະກັນດານ, ດິນຟ້າອາກາດຮ້າຍແຮງ, ຝົນຕົກນໍ້າຖ້ວມຜິດປົກກະຕິເຮັດໃຫ້ການຂົນສົ່ງວັດສະດຸ, ອຸປະກອນເຖິງເຂດຊາຍແດນແມ່ນສິ່ງທີ່ກີດຂວາງທີ່ສຸດ.    ຄຽງຂ້າງນັ້ນ, ບັນດາກໍາລັງທີ່ເປັນປໍລະປັກມີການເຄື່ອນໄຫວມ້າງເພທໍາລາຍ, ຍຸແຫຍ່ພໍ່ແມ່ປະຊາຊົນຊົນເຜົ່າສ່ວນນ້ອຍກໍ່ຄວາມຫຍຸ້ງ ຍາກໃຫ້ແກ່ການເຄື່ອນໄຫວປັກຫຼັກໝາຍຊາຍແດນ”, ທ່ານ ເລຮວ່າຍຈູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້.

 ການເຂົ້າຮ່ວມຢ່າງຕັ້ງໜ້າຂອງກໍາລັງກອງທັບ

ຕາງໜ້າໃຫ້ກໍາລັງກອງທັບເຂົ້າຮ່ວມວຽກງານປັກຫລັກໝາຍຖີ່ ແລະບູລະນະລະບົບຫລັກໝາຍຊາຍແດນແຫ່ງຊາດ ຫວຽດນາມ - ລາວ, ທ່ານພົນຈັດຕະວາ ບູ່ຍດຶກແຫ້ງ, ຮອງຜູ້ບັນຊາການທະຫານປ້ອງກັນຊາຍແດນ ຫວຽດນາມ ຖືວ່າ, ເລື່ອງສອງປະເທດ ຫວຽດນາມ-ລາວ ໄດ້ມີລະບົບຫຼັກໝາຍຊາຍແດນທີ່ທັນສະໄໝ, ຮັບປະກັນລັກສະນະນິຕິກໍາ, ເຕັກນິກ, ຄວາມໝັ້ນ ແລະຄວາມງາມເທົ່າທຽບກັບບັນດາປະເທດອື່ນໃນພາກພື້ນ, ສ້າງຄວາມສະດວກໃຫ້ວຽກງານຄຸ້ມຄອງປ້ອງກັນຊາຍແດນ, ພັດທະນາເສດຖະກິດ, ວັດທະນະທໍາ, ຍົກສູງຊີວິການເປັນຢູ່ຂອງປະຊາຊົນນັ້ນ, ແມ່ນຍ້ອນມີການສົມທົບຂອງບັນດາກະຊວງ, ຂະແໜງການສູນກາງ, ອໍານາດການປົກຄອງທ້ອງຖິ່ນທຸກຂັ້ນ ແລະຄວາມເຫັນດີເຫັນພ້ອມ, ການຊ່ວຍເຫຼືອຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດຊາຍແດນຂອງສອງປະເທດ, ຄວາມມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ ແລະວິທີເຮັດວຽກທີ່ມີຫົວຄິດປະດິດສ້າງຂອງບັນດາກົມກອງທະຫານ.

ຕາມການແບ່ງປັນຂອງທ່ານພົນຈັດຕະວາ ບູ່ຍດຶກແຫ້ງ ແລ້ວ, ບັນດາກົມກອງທະຫານໄດ້ເກັບກູ້ລະເບີດບໍ່ທັນແຕກໃນເນື້ອທີ່ 2000 ແຮັກຕາຢູ່ບັນດາຈຸດທີ່ຕັ້ງປັກຫຼັກໝາຍ ແລະທາງລັດຖະການ, ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຮັບປະກັນຄວາມປອດໄພໃຫ້ແກ່ພະນັກງານເຂົ້າຮ່ວມການສໍາຫຼວດ, ກໍ່ສ້າງຫຼັກໝາຍນັບພັນໆຄົນ, ຮັບປະກັນວຽກງານສື່ສານ, ກົດລັບ, ຈັດສົ່ງພະນັກງານສັງກັດທະຫານປ້ອງກັນຊາຍແດນເຂົ້າຮ່ວມເປັນຫົວໜ້າບັນດາກອງປັກຫຼັກໝາຍຊາຍແດນ, ບັນດາປ້ອມປ້ອງກັນຊາຍແດນເຂົ້າຮ່ວມການປົກປ້ອງ, ພາທາງ ແລະສ້າງເງື່ອນໄຂຊ່ວຍເຫຼືອບັນດາກອງປັກຫຼັກໝາຍຊາຍແດນໃນພູມີປະເທດຕົວຈິງ. ທ່ານພົນຈັດຕະວາ ບູ່ຍດຶກແຫ້ງ ຢັ້ງຢືນວ່າ, “ກໍາລັງເຂົ້າຮ່ວມວຽກງານປັກຫຼັ້ກໝາຍຊາຍແດນສັງກັດກະຊວງປ້ອງກັນປະເທດແມ່ນໜຶ່ງໃນບັນດາກໍາລັງຕັດສິນປະກອບສ່ວນສໍາເລັດໂຄງການດັ່ງກ່າວ”.

 ທີ່ກອງປະຊຸມ, ກະຊວງການຕ່າງປະເທດໄດ້ປະກາດຂໍ້ຕົກລົງ ແລະມອບບັນດາຮູບການຍ້ອງຍໍຂອງທ່ານປະທານປະເທດ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ແລະທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ແກ່ບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນວຽກງານປັກຫລັກໝາຍຖີ່ ແລະບູລະນະລະບົບຫລັກໝາຍຊາຍແດນແຫ່ງຊາດ ຫວຽດນາມ - ລາວ.

 

ແປໂດຍ: ຫງວຽນກຸກ