ນັກຂ່າວ: ຂໍທ່ານໃຫ້ຮູ້ບາງເນື້ອໃນຕົ້ນຕໍຂອງເອກະສານນິຕິກໍາ ຫວຽດນາມ - ລາວ 2 ສະບັບທີ່ຫາກໍ່ມີຜົນສັກສິດນັບແຕ່ວັນທີ 5 ກັນຍາ 2017 ແລະແຜນການຈັດຕັ້ງປະຕິບັດ 2 ເອກະສານນີ້?


ທ່ານຮອງລັດຖະມົນຕີ ເລຮ່ວາຍຈູງ: ອະນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນແຫ່ງຊາດ ຫວຽດນາມ - ລາວ ລົງວັນທີ 16 ມີນາ 2016 ແມ່ນເອກະສານນິຕິກໍາລະດັບຊາດຮັບຮູ້ຜົນງານທັງໝົດໃນການແກ້ໄຂຊາຍແດນລະຫວ່າງສອງປະເທດ ເຊິ່ງລວມມີ: ໝາກຜົນແຫ່ງການວາງແຜນ ແລະຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນໄລຍະ 1977 - 1987; ໝາກຜົນແຫ່ງການແກ້ໄຂເສັ້ນຊາຍແດນບາງຕອນທີ່ຍັງຄົງຄ້າງ ແລະຄວາມຂັດແຍ້ງກັນ, ຜິດໂຕນກັນກ່ຽວກັບເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດພາຍຫຼັງການຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນໃນເມື່ອກ່ອນ; ພິເສດແມ່ນໝາກຜົນແຫ່ງການປະຕິບັດໂຄງການປັກຫຼັກໝາຍຖີ່ ແລະບູລະນະລະບົບຫຼັກໝາຍຊາຍແດນແຫ່ງຊາດ ຫວຽດນາມ - ລາວ ໄລຍະ 2008 - 2016. ຈຸດເປັນໜ້າເອົາໃຈໃສ່ຂອງອະນຸສັນຍາແມ່ນກຳນົດຊັດເຈນທີ່ຕັ້ງຂອງ 1.002 ຫຼັກໝາຍຊາຍແດນແຫ່ງຊາດ ແລະຫຼັກມີຈຸດພິກັດພູມີປະເທດຖືກວັດແທກດ້ວຍຈັກ GPS ສອງຄວາມຖີ່, ກຳນົດທິດຂອງເສັ້ນຊາຍແດນ ແລະພູມີປະເທດທີ່ເສັ້ນຊາຍແດນໄປຜ່ານຕາມທິດແຕ່ເໜືອລົງໃຕ້. ອະນຸສັນຍາລວມມີ 4 ສ່ວນເພີ່ມເຕີມຕິດພ້ອມ, ໃນນັ້ນສໍາຄັນທີ່ສຸດແມ່ນຊຸດແຜນທີ່ເສັ້ນຊາຍແດນແຫ່ງຊາດ ຫວຽດນາມ - ລາວ ມາດຕາສ່ວນ 1/50.000 ສະແດງໃຫ້ເຫັນຜົນງານທັງໝົດໃນການແກ້ໄຂຊາຍແດນລະຫວ່າງສອງປະເທດສັນຍາກ່ຽວກັບກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກຫວຽດນາມ - ລາວ ລວມມີບັນດາມາດຕາກໍານົດລະອຽດກ່ຽວກັບກົດລະບຽບຊາຍແດນ ແລະກົນໄກຮ່ວມມື, ການສົມທົບລະຫວ່າງບັນດາກໍາລັງທີ່ກ່ຽວຂ້ອງຂອງສອງປະເທດໃນວຽກງານຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ, ລະບົບຫຼັກໝາຍຊາຍແດນແຫ່ງຊາດ, ແກ້ໄຂບັນດາເຫດການຊາຍແດນ ແລະການຄຸ້ມຄອງລະບົບດ່ານຊາຍແດນ ຫວຽດນາມ - ລາວ ເພື່ອແນໃສ່ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນ, ສ້າງເງື່ອນໄຂໃຫ້ການແລກປ່ຽນ, ພັດທະນາເສດຖະກິດ - ສັງຄົມລະຫວ່າງສອງປະເທດ.

leftcenterrightdel
ທ່ານຮອງລັດຖະມົນຕີ ເລຮວ່າຍຈູງ (ແຖວທີໜຶ່ງ, ຜູ້ທີສາມ, ຈາກຂວາຫາຊ້າຍ) ທີ່ກອງປະຊຸມ ປະຈຳປີ ຄັ້ງທີ 25 ຄະນະຜູ້ແທນຊາຍແດນ ຫວຽດ­ນາມ - ລາວ ໃນເດືອນມິຖຸນາ 2016 ຢູ່ແຂວງດ່ານັ້ງ.  ພາບ: ໂດຍກະຊວງການຕ່າງປະເທດປະກອບ

ນັກຂ່າວ: ຂໍທ່ານໃຫ້ຮູ້ບັນດາຄາດໝາຍ, ວິທີການກໍ່ສ້າງເສັ້ນຊາຍແດນ ຫວຽດນາມ - ລາວ ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມືພ້ອມກັນພັດທະນາໃນໄລຍະຈະມາເຖິງແມ່ນຍັງ?

ທ່ານຮອງລັດຖະມົນຕີ ເລຮ່ວາຍຈູງ: ການກໍ່ສ້າງເສັ້ນຊາຍແດນ ຫວຽດນາມ - ລາວ ສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາແບບຍືນຍົງແມ່ນເນື້ອໃນຄວນຊາບຊຶມເຖິງບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນທີ່ກ່ຽວຂ້ອງຢ່າງເລິກເຊິ່ງ, ໃນນັ້ນສໍາຄັນທີ່ສຸດແມ່ນການຈັດຕັ້ງປະຕິບັດບັນດາເອກະສານນິຕິກໍາກ່ຽວກັບຊາຍແດນທີ່ໄດ້ລົງລະຫວ່າງສອງປະເທດເປັນຢ່າງດີ; ໃນນັ້ນສຸມໃສ່ເຂົ້າບັນດາເນື້ອໃນຄື:

ທີໜຶ່ງ, ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນກັບຝ່າຍ ລາວ ໃນວຽກງານຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ; ຍົກສູງສະຕິລະວັງຕົວໃນການຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກຳຂ້າມຊາຍແດນ, ພິເສດແມ່ນອາດຊະຍາກຳຄ້າຂາຍຂົນສົ່ງຢາເສບຕິດ, ອາວຸດ, ການຄ້າມະນຸດ, ການຄ້າເຖື່ອນຢາເສບຕິດ ແລະການສໍ້ກົງດ້ານການຄ້າ...; ຊີ້ນໍາບັນດາກໍາລັງປົກປັກຮັກສາຊາຍແດນໂດຍກົງຮ່ວມກັນສູ້ຮົບແກ້ໄຂບັນດາບັນຫາທີ່ເກີດຂຶ້ນແນໃສ່ສະກັດກັ້ນ, ມ້າງທຸກກົນອຸບາຍທຳລາຍຂອງບັນດາອິດທິກໍາລັງເປັນປໍລະປັກທີ່ຕ້ານທໍາລາຍສອງປະເທດ, ຮັກສາສະຖຽນລະພາບຢູ່ເຂດຊາຍແດນ.

ທີສອງ, ສ້າງກົນໄກ, ນະໂຍບາຍເພີ່ມທະວີດຶງດູດການລົງທຶນພາຍໃຕ້ຫຼາຍຮູບການເພື່ອແນໃສ່ປັບປຸງໂດຍໄວ, ຍົກລະດັບພື້ນຖານໂຄງລ່າງເຕັກນິກ, ພິເສດແມ່ນໂຄງລ່າງຄົມມະນາຄົມ, ພັດທະນາເສດຖະກິດ, ການຄ້າ, ວັດທະນະທໍາ, ການທ່ອງທ່ຽວເຂດຊາຍແດນ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດຊາຍແດນ, ປັບປຸງ ແລະຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນເຂດຊາຍແດນຢ່າງຢູ່ບໍ່ຢຸດຢັ້ງ, ຮັດແຄບຊ່ອງຫວ່າງການພັດທະນາລະຫວ່າງເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນໜ້ອຍເມື່ອທຽບໃສ່ລະດັບການພັດທະນາປານກາງ ຫຼື ປານກາງດີສົມຄວນຂອງທົ່ວປະເທດໂດຍໄວ.

ທີສາມ, ແມ່ນຍູ້ແຮງວຽກງານໂຄສະນາ, ສຶກສາປະຊາຊົນ, ພະນັກງານ, ນັກຮົບຍົກສູງຄວາມຮັບຮູ້ກ່ຽວກັບກົດໝາຍເວົ້າລວມກໍ່ຄືການປະຕິບັດສັນຍາກ່ຽວກັບກົດລະບຽບການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກ ຫວຽດນາມ - ລາວ ເວົ້າສະເພາະ. ພ້ອມທັງ, ເພີ່ມທະວີບັນດາມາດຕະການສົມທົບກັບປະເທດເພື່ອນບ້ານແນໃສ່ຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ, ລະບົບຫຼັກໝາຍຊາຍແດນ ແລະປະຕິບັດບັນດາເນື້ອໃນຂອງສັນຍາເປັນຢ່າງດີ.

ທີສີ່, ແມ່ນສົມທົບກັນຢ່າງແໜ້ນແຟ້ນກວ່າອີກກັບຝ່າຍ ລາວ ໃນການແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງໃນວຽກງານຄຸ້ມຄອງຊາຍແດນ, ດ້ວຍຈຸດສຸມແມ່ນ:
(1) ປະຕິບັດຂໍ້ຕົກລົງຂັ້ນລັດຖະບານກ່ຽວກັບການແກ້ໄຂບັນຫາຊາວອົບພະຍົບເສລີ ແລະການສົມລົດບໍ່ຖືກກັບກົດໝາຍຢູ່ເຂດຊາຍແດນ ຫວຽດນາມ - ລາວ ເພື່ອແນໃສ່ປະກອບສ່ວນເພີ່ມທະວີ ແລະປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

(2) ກໍ່ສ້າງ ແລະຜັນຂະຫຍາຍການປະຕິບັດແຜນຮ່າງ “ວາງແຜນພັດທະນາລະບົບດ່ານຊາຍແດນຫວຽດນາມ - ລາວ ຮອດປີ 2025, ວິໄສທັດຮອດປີ 2035” ເປັນຢ່າງດີ, ແນໃສ່ສ້າງເງື່ອນໄຂສະດວກໃຫ້ບັນດາການເຄື່ອນໄຫວພົບປະແລກປ່ຽນໄປມາຜ່ານຊາຍແດນ; ເສີມຂະຫຍາຍທ່າແຮງເສດຖະກິດການຄ້າຊາຍແດນ, ເພີ່ມລາຍຮັບໃຫ້ງົບປະມານລັດຕື່ມອີກ; ດຶງດູດບັນດາແຫຼ່ງເງິນລົງທຶນກໍ່ສ້າງ ແລະພັດທະນາບັນດາເຂດເສດຖະກິດດ່ານຊາຍແດນ; ປະກອບສ່ວນຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍໃນທົ່ວເສັ້ນຊາຍແດນ.

ທີຫ້າ, ບັນດາທ້ອງຖິ່ນຄວນເອົາໃຈໃສ່ເປັນພິເສດໃນການສົມທົບກັບບັນດາທ້ອງຖິ່ນຝ່າຍເພື່ອນມິດ ລາວ ໃນການປະຕິບັດບັນດາສັນຍາ, ຂໍ້ຕົກລົງທີ່ກ່ຽວຂ້ອງເຖິງຊາຍແດນ ເຊິ່ງສອງປະເທດ ຫວຽດນາມ ແລະລາວ ໄດ້ລົງນາມຢ່າງມີປະສິດທິຜົນກວ່າອີກ; ພັດທະນາການພົວພັນຮ່ວມມືເສດຖະກິດ, ວັດທະນະທໍາ, ສັງຄົມ, ພິເສດແມ່ນໃນຂົງເຂດການລົງທຶນພັດທະນາເສດຖະກິດ - ສັງຄົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນເຂດຊາຍແດນ; ມີນະໂຍບາຍສົ່ງເສີມບັນດາວິສາຫະກິດ ແລະປະຊາຊົນພັດທະນາເສດຖະກິດ, ການຄ້າໃນເຂດຊາຍແດນ; ພ້ອມທັງ, ຄວນສືບຕໍ່ສົມທົບກັບຝ່າຍເພື່ອນລາວ ເພີ່ມທະວີການລົງທຶນພັດທະນາທາງຄົມມະນາຄົມໄປມາຜ່ານຊາຍແດນກໍ່ຄືປະຕິບັດແຜນການເປີດ, ຍົກລະດັບດ່ານຊາຍແດນທີ່ໄດ້ຮັບການຕົກລົງເພື່ອແນໃສ່ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ແກ່ການກໍ່ສ້າງເຂດຊາຍແດນຫວຽດນາມ - ລາວ ກາຍເປັນແນວຫຼັງຍຸດທະສາດຂອງການປະຕິວັດສອງປະເທດເປັນຢ່າງດີ.

ນັກຂ່າວ: ຂໍຂອບໃຈທ່ານ!

 

ແປໂດຍ: ເຈິ່ນຮວ່ຽນ