ປ້ອມປ້ອງກັນຊາຍແດນ ໂທງທູ, ທະຫານປ້ອງກັນຊາຍແດນແຂວງ ເຫງ້ອານ ຕັ້ງທັບຢູ່ບໍລິເວນເມືອງ ເກວຟອງ ຕິດກັບແຂວງ ຫົວພັນ, ປະເທດ ລາວ. ໂດຍປະຕິບັດຕາມການຊີ້ນໍາຂອງຂັ້ນເທິງ, ກົມກອງໄດ້ໜູນຊ່ວຍ, ຊ່ວຍເຫຼືອບ້ານນໍ້າໄຕ, ກຸ່ມບ້ານ ວຽງພັນ, ເມືອງຊໍາໃຕ້, ແຂວງຫົວພັນ ສປປ ລາວພັດທະນາເສດຖະກິດ - ສັງຄົມ, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ບືນຕົວຂຶ້ນເຮັດໃຫ້ຊີວິດເປັນປົກກະຕິ, ປະກອບສ່ວນປົກປັກຮັກສາຄວາມສະຫງົບຢູ່ເສັ້ນຊາຍແດນ ຫວຽດນາມ - ລາວ.

ບ້ານນໍ້າໃຕ້ມີ 135 ຄອບຄົວເຊິ່ງແມ່ນຊາວເຜົ່າມົ້ງ. ໃນຊຸມປີກ່ອນນີ້, ຊີວິດຂອງພໍ່ແມ່ປະຊາຊົນແມ່ນອີງໃສ່ການຂຸດຄົ້ນເຄື່ອງປ່າຂອງດົງເປັນຕົ້ນຕໍ. ສະນັ້ນ, ພາຍຫຼັງລັດຖະບານ ລາວ ໄດ້ປິດປະຕູປ່າໄມ້, ຊີວິດການເປັນຢູ່ຂອງຊາວບ້ານ ນໍ້າໃຕ້ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງທີ່ສຸດ. ຕໍ່ກັບສະພາບການນັ້ນ, ປີ 2015, ປ້ອມປ້ອງກັນຊາຍແດນ ໂທງທູ ໄດ້ສົ່ງພະນັກງານໄປສົມທົບກັບອໍານາດການປົກຄອງທ້ອງຖິ່ນຊ່ວຍປະຊາຊົນບ້ານ ນໍ້າໃຕ້ ສ້າງຮູບແບບການຜະລິດ, ພັດທະນາເສດຖະກິດ,  ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ.

leftcenterrightdel
ພະນັກງານເສນາຮັກປ້ອມປ້ອງກັນຊາຍແດນ ໂທງທູ ກວດພະຍາດໃຫ້ຊາວບ້ານ ນໍ້າໃຕ້. ພາບ: ຫາຍເທືອງ

ເລີ່ມຕົ້ນໃຫ້ແຜນການນີ້, ປ້ອມປ້ອງກັນຊາຍແດນ ໂທງທູ ໄດ້ສໍາຫຼວດ, ລົງທຶນສ້າງຮູບແບບເສດຖະກິດ ສວນ-ໜອງ-ຄອກ (VAC) ໃຫ້ແກ່ຄອບຄົບທ່ານ ຫວ່າປໍ໋, ເຊິ່ງແມ່ນຄອບຄົວທີ່ທຸກຍາກຂອງບ້ານ ນໍ້າໃຕ້. ພະນັກງານ, ນັກຮົບຂອງກົມກອງໄດ້ຊ່ວຍແຮງງານປັບປຸງ, ບຸກເບີກໂນນພູໜ່ວຍໜຶ່ງເປັນເວລາຫຼາຍວັນ, ຂຸດໜອງລ້ຽງປາ ແລະພ້ອມກັບຄອບຄົວ ຫວ່າປໍ໋ ປູກຕົ້ນໄມ້ກິນໝາກ, ເຮັດຟາມ, ເຮັດຄອກລ້ຽງງົວ, ລ້ຽງໝູ. ບໍ່ຫວັ່ນໄຫວຕໍ່ຝົນຕົກ, ຟ້າແດດ, ພະນັກງານ, ນັກຮົບປ້ອມທະຫານປ້ອງກັນຊາຍແດນ ໂທງທູ ໄດ້ແນະນໍາທ່ານ ປໍ໋ ເຕັກນິກໃນການບົວລະບັດຮັກສາ, ປ້ອງກັນແມງໄມ້ໃຫ້ຕົ້ນໄມ້ກິນໝາກ, ສັດລ້ຽງ. ປ້ອມປ້ອງກັນຊາຍແດນ ໂທງທູ ຍັງຫັກຄ່າໃຊ້ຈ່າຍຈາກງົບປະມານ 30 ລ້ານດົ່ງເພື່ອລົງທຶນຊື້ແນວພັນປາກວ່າ 2 ພັນໂຕ, ຕົ້ນໝາກກ້ຽງຕາແສງ ດວ່າຍ 500 ຕົ້ນ ແລະຕົ້ນໝາກມ່ວງໄທ 200 ຕົ້ນ... ໜູນຊ່ວຍເບື້ອງຕົ້ນເພື່ອຊ່ວຍຄອບຄົວທ່ານ ປໍ໋ ພັດທະນາຮູບແບບ. ຈາກໂນນພູທີ່ຮົກເຮື້ອໜ່ວຍນັ້ນມາຮອດປະຈຸບັນແມ່ນມີສີຂຽວປົກຄຸມໄປທົ່ວໂນນພູ ອັງນໍ້າ.

ເມື່ອໂອ້ລົມກັບຂ້າພະເຈົ້າ, ທ່ານ ປໍ໋ ໃຫ້ຮູ້ດ້ວຍຄວາມພາກພູມໃຈວ່າ: ຄອບຄົວຂ້າພະເຈົ້າກ່ອນນີ້ແມ່ນທຸກຍາກຫຼາຍ, ແຕ່ລະປີຂາດແຄນອາຫານການກິນເປັນເວລາ 3-4 ເດືອນ. ນັບແຕ່ປີ 2015, ຄອບຄົວຂ້າພະເຈົ້າໄດ້ຮັບການຊ່ວຍເຫຼືອຂຸດຄົ້ນບຸກເບີກປູກຕົ້ນໄມ້ກິນໝາກ, ໃຫ້ແນວພັນປາ, ໝູຈາກປ້ອມປ້ອງກັນຊາຍແດນ ໂທງທູ, ຍ້ອນມີສິ່ງດັ່ງກ່າວນັ້ນ, ຄອບຄົວຈຶ່ງໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ. ພວກຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນທະຫານປ້ອງກັນຊາຍແດນ ຫວຽດນາມ ຢ່າງລົນເຫຼືອ. ຂ້າພະເຈົ້າຈະສືບຕໍ່ບົວລະບັດຮັກສາ, ເບິ່ງແຍງດູແລຟາມຂອງຕົນໃຫ້ເປັນຢ່າງດີ ແລະຊ່ວຍເຫຼືອບັນດາຄອບຄົວໃນບ້ານພ້ອມກັນເຮັດ, ພ້ອມກັນບືນຕົວຂຶ້ນລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ.

ຄອບຄົວອ້າຍ ເຈ່ຍເກົາ ແມ່ນໜຶ່ງກໍລະນີທີ່ພົ້ນເດັ່ນ. ເລີ່ມຕົ້ນແມ່ນຍັງບໍ່ທັນຮູ້ເຮັດຫຍັງເທື່ອ, ຜົວເມຍອ້າຍ ເຈ່ຍເກົາ ໄດ້ຮັບການແນະນຳຈາກພະນັກງານປ້ອມປ້ອງກັນຊາຍແດນ ໂທງທູ ໃຫ້ລົງທຶນຮູບແບບ VAC, ຂຸດໜອງລ້ຽງປາ, ປູກຕົ້ນອ້ອຍ, ໝາກນັດ, ມັນຕົ້ນ, ສາລີ... ມາຮອດປະຈຸບັນ, ຄອບຄົວອ້າຍມີສະບຽງອາຫານທີ່ກຸ້ມຢູ່ກຸ້ມກິນ, ບໍ່ຕ້ອງເຂົ້າປ່າຕັດໄມ້ເພື່ອແລກເຂົ້າຄືແຕ່ກ່ອນອີກແລ້ວ.

ອ້າຍ ເກົາ ໃຫ້ຮູ້ວ່າ: ພາຍຫຼັງທີ່ທະຫານປ້ອງກັນຊາຍແດນ ຊ່ວຍເຫຼືອອ້າຍ ຫວ່າປໍ໋ ປະຕິບັດຮູບແບບ VAC, ຂ້າພະເຈົ້າເຫັນໄດ້ວ່າປະສິດທິຜົນທາງດ້ານເສດຖະກິດແມ່ນສູງທີ່ສຸດ, ສະນັ້ນ, ຈຶ່ງໄດ້ປຶກສາຫາລືນໍາລູກນໍາເມຍສ້າງຮູບແບບເສດຖະກິດຢູ່ໂນນພູ ອັງນໍ້າ. ມາຮອດປະຈຸບັນ. ຂ້າພະເຈົ້າໄດ້ຮັບຄວາມຊ່ວຍເຫຼືອຫຼາຍຢ່າງຈາກປ້ອມປ້ອງກັນຊາຍແດນ ໂທງທູ, ບັນດາພວກອ້າຍໄດ້ແນະນໍາເຕັກນິກ ແລະວິທີເຮັດ VAC. ພາຍຫຼັງໜຶ່ງປີທີ່ເຮັດຮູບແບບດັ່ງກ່າວນີ້, ມາຮອດປະຈຸບັນ, ຄອບຄົວຂ້າພະເຈົ້າກໍ່ໄດ້ມີການເກັບກູ້.

ບັນດາພວກອ້າຍນັກຮົບ ປ້ອມປ້ອງກັນຊາຍແດນມີຄວາມສະໜິດຕິດພັນ, ໃກ້ຊິດຕິດແທດກັບພວກຂ້າພະເຈົ້າຄືຍາດຕິພີ່ນ້ອງໃນຄອບຄົວ. ພວກອ້າຍໄດ້ສອນພາສາ ຫວຽດນາມ ໃຫ້ເດັກນ້ອຍໃນບ້ານ, ຊ່ວຍບັນດາຄອບຄົວພັດທະນາເສດຖະກິດ. ແຕ່ລະເທື່ອເມື່ອມີຊາວບ້ານເຈັບເປັນ, ພວກອ້າຍໄດ້ຊ່ວຍເຫຼືອຢ່າງສຸດຈິດສຸດໃຈພາໄປປິ່ນປົວ, ກວດພະຍາດ ແລະແຈກຢາຍຢາໃຫ້. ບັນດາວຽກເຮັດຂອງພວກອ້າຍໄດ້ຊ່ວຍໃຫ້ພໍ່ແມ່ປະຊາຊົນນໍ້າໃຕ້ ບືນຕົວຂຶ້ນໃນຊີວິດ. ພວກຂ້າພະເຈົ້າມີຄວາມຕື້ນຕັນໃຈຫຼາຍ ແລະຖືພວກອ້າຍຄືລູກຫຼານຂອງບ້ານ. ບັນດາວຽກເຮັດຂອງທະຫານປ້ອມທະຫານປ້ອງກັນຊາຍແດນ ໂທງທູ ໄດ້ເພີ່ມນໍ້າໃຈສາມັກຄີສັດຊື່ບໍລິສຸດລະຫວ່າງ ຫວຽດນາມ-ລາວ ອ້າຍນ້ອງ.

ທ່ານພັນເອກ ຫງວຽນຈ້ອງຊວນ ຫົວໜ້າການເມືອງປ້ອມປ້ອງກັນຊາຍແດນ ໂທງທູ ໃຫ້ຮູ້ວ່າ: ບັນດາການເຄື່ອນໄຫວຂອງປ້ອມໄດ້ຊ່ວຍເຫຼືອປະຊາຊົນປະເທດເພື່ອນມິດພັດທະນາດ້ານເສດຖະກິດ, ວັດທະນະທໍາ, ສັງຄົມເຊິ່ງອໍານາດການປົກຄອງທຸກຂັ້ນຂອງເມືອງ ຊຳໄຕ້ (ລາວ) ຕີລາຄາສູງ. ພວກຂ້າພະເຈົ້າເຫັນໄດ້ຄວາມສາມັກຄີ, ສະໜິດຕິດພັນລະຫວ່າງປະຊາຊົນສອງຟາກຊາຍແດນນັບມື້ນັບກົມກຽວໜຽວແໜ້ນກວ່າເກົ່າ, ວຽກງານແລກປ່ຽນຂໍ້ມູນຂ່າວສານລະຫວ່າງສອງອໍານາດການປົກຄອງ, ສອງກໍາລັງປ້ອງກັນຊາຍແດນກໍ່ໄວກວ່າ, ສະດວກກວ່າ, ຊາວບ້ານມີຄວາມຮັບຜິດຊອບສູງກວ່າໃນການປົກປັກຮັກສາ, ກໍ່ສ້າງເຂດຊາຍແດນສັນຕິພາບ, ສະຖຽນລະພາບ ແລະພັດທະນາ.

ບັນດາວຽກເຮັດຢ່າງລະອຽດ, ແທດຈິງຂອງພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ ໂທງທູ ໄດ້ຊ່ວຍໃຫ້ປະຊາຊົນບ້ານ ນໍ້າໃຕ້ ແມ່ນສັນຍາລັກທີ່ມີຊີວິດຊີວາຂອງນໍ້າໃຈສາມັກຄີມິດຕະພາບແບບພິເສດລະຫວ່າງສອງປະເທດຢູ່ເຂດຊາຍແດນຫ່າງໄກນີ້. ດ້ວຍບັນດາການອຸທິດສ່ວນທີ່ເຕັມໄປດ້ວຍອາລົມຈິດມິດຕະພາບນັ້ນ, ພະນັກງານ, ນັກຮົບທະຫານປ້ອງກັນຊາຍແດນ ໂທງທູ ໄດ້ ແລະກໍາລັງເສີມຂະຫຍາຍມູນເຊື້ອອັນດີງາມລະຫວ່າງທະຫານ ແລະປະຊາຊົນສອງປະເທດ, ປະກອບສ່ວນເພີ່ມຄູນພູນສ້າງນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງສອງຊາດ ຫວຽດນາມ-ລາວ ບໍລິສຸດສັດຊື່, ຈົງຮັກພັກດີ, ຍາວນານຊົ່ວກາລະນານ.

 

ແປໂດຍ: ດັ້ງເກື່ອງ