ທ່ານ ສຈ.ປອ ຫງວຽນຊວນຖັ໊ງ, ເລຂາທິການສູນກາງພັກ, ປະທານສະພາທິດສະດີສູນກາງ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ; ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ, ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດລາວ; ທ່ານ ສຈ.ປອ ຫງວຽນກວາງຖ໊ວນ, ເລຂາຄະນະພັກ, ປະທານສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ; ທ່ານ ປອ ສອນທະນູ ທໍາມະວົງ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ; ທ່ານ ເລວັນແທ່ງ, ກໍາມະການສູນກາງພັກ, ເລຂາພັກນະຄອນ, ປະທານຄະນະກໍາມະການປະຊາຊົນນະຄອນຫ໋າຍຟ່ອງ ເປັນປະທານຮ່ວມກອງປະຊຸມສໍາມະນາ.

leftcenterrightdel
ກອງປະຊຸມສໍາມະນາວິທະຍາສາດສາກົນກ່ຽວກັບການຄຸ້ມຄອງລັດ ຢູ່ຫວຽດນາມ ແລະລາວ. ພາບ: nhandan.com.vn.

ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ, ທ່ານ ສຈ.ປອ ຫງວຽນຊວນຖັ໊ງ ຖືວ່າ, ການປະຕິວັດອຸດສາຫະກໍາຄັ້ງທີ 4 ໄດ້ປະກົດຂຶ້ນ ແລະມີການພັດທະນາດ້ວຍລະດັບໄວໃນຫຼາຍຂົງເຂດ ຄື:  IoT,  ການບັນຊາອັດຕະໂນມັດ, ພູມປັນຍາທຽມ, ພູມປັນຍາອັດສະລິຍະ, robot, big data... ກໍາລັງສ້າງບັນດາການປ່ຽນແປງອັນເລິກເຊິ່ງໃນທຸກດ້ານຂອງຊີວິດສັງຄົມ, ການຜະລິດດໍາເນີນທຸລະກິດ, ວຽກເຮັດງານທໍາ, ວິທີການນໍາພາ... ກອງປະຊຸມສໍາມະນາກໍແມ່ນໂອກາດເພື່ອໃຫ້ບັນດາຜູ້ແທນ, ນັກວິທະຍາສາດ ສະເໜີບັນດາມາດຕະການ, ຂໍ້ລິເລີ່ມ, ປະກອບສ່ວນເຂົ້າໃນການພັດທະນາຂອງແຕ່ລະປະເທດ, ຊຸກຍູ້ສາຍພົວພັນມິດຕະພາບຮອບດ້ານລະຫວ່າງຫວຽດນາມ - ລາວ.

ສ່ວນທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ເນັ້ນໜັກວ່າ, ເນື້ອໃນກອງປະຊຸມສໍາມະນາມີຄວາມໝາຍສໍາຄັນຕໍ່ ພັກ, ລັດ ແລະປະຊາຊົນສອງປະເທດ  ເຊິ່ງໄດ້ດໍາເນີນກົງກັບໂອກາດທີ່ສອງປະເທດ ລາວ ແລະຫວຽດນາມ ກໍາລັງຜັນຂະຫຍາຍບັນດາມະຕິຂອງກອງປະຊຸມໃຫຍ່ໃນທ້າຍອາຍຸການ. ໃນຊຸມປີຜ່ານມາ, ທັງສອງປະເທດ ລາວ ແລະຫວຽດນາມ ລ້ວນແຕ່ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງນັບທັງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ, ສັງຄົມ. ໃນນັ້ນ, ພັກປະຊາຊົນປະຕິວັດລາວ ກໍາລັງຜັນຂະຫຍາຍມະຕິ ເພື່ອຍົກສູງປະສິດທິຜົນການຄຸ້ມຄອງລັດດ້ວຍກົດໝາຍທີ່ສອດຄ່ອງກັບສະພາບການໃໝ່, ເພື່ອແນໃສ່ສ້າງລັດໃຫ້ມີຄວາມໂປ່ງໃສ, ເຂັ້ມແຂງ ແລະມີປະສິດທິຜົນ... ການເຄື່ອນໄຫວນີ້ກໍເປັນການປະກອບສ່ວນຮັດແໜ້ນ ແລະເພີ່ມພູນຄູນສ້າງນໍ້າໃຈສາມັກຄີມິດຕະພາບລະຫວ່າງຫວຽດນາມ ແລະລາວ ໃຫ້ຂຽວສົດງົດງາມ ແລະໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ...

ໂດຍ: ໄຊຊະນະ