ວັນບຸນດັ່ງກ່າວໄດ້ດຶງດູດໄວໜຸ່ມ, ນັກສຶກສານະຄອນເຂົ້າຮ່ວມການບໍລິຈາກເລືອດແບບສະໝັກໃຈເປັນຈໍານວນຫຼວງຫຼາຍ. ໃນນັ້ນ, ມີນັກສຶກສາລາວກວ່າ 50 ຄົນທີ່ກໍາລັງຮໍ່າຮຽນ, ດໍາລົງຊີວິດຢູ່ນະຄອນໂຮ່ຈີມິນ ກໍ່ໄດ້ເຂົ້າຮ່ວມການບໍລິຈາກເລືອດ. ຈໍານວນປະລິມານເລືອດທີ່ໄດ້ຮັບຢູ່ທີ່ວັນບຸນຈະໄດ້ເກັບຮັກສາໄວ້ຢູ່ໂຮງໝໍສົ່ງເລືອດວິທະຍານະຄອນໂຮ່ຈີມິນ, ເພື່ອແນໃສ່ຮັບໃຊ້ວຽກງານສຸກເສີນ, ປິ່ນປົວຄົນເຈັບ.

leftcenterrightdel
ບັນດານັກສຶກສາລາວ ບໍລິຈາກເລືອດທີ່ວັນບຸນ. ພາບ: ຮຸ່ງຄວາ.

ວັນບຸນແມ່ນກິດຈະກໍາທີ່ແທດຈິງເພື່ອແນໃສ່ຍົກສູງການພົວພັນລະຫວ່າງຊາວໜຸ່ມຫວຽດນາມ ແລະລາວ, ພ້ອມທັງມຸ່ງໄປເຖິງເຫດການສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ຄົບຮອບ 88 ປີ (26-3-1931/26-3-2019). ວັນບຸນດັ່ງກ່າວໄດ້ປະກອບສ່ວນເສີມຂະຫຍາຍນໍ້າໃຈຕະລຸມບອນຂອງໄວໜຸ່ມໃນການແບ່ງປັນກັບປະຊາຄົມ, ໂດຍສະເພາະແມ່ນຕອບສະໜອງຄວາມຮຽກຮ້ອງຕ້ອງການວຽກງານສຸກເສີນ, ປິ່ນປົວພະຍາດໃນເງື່ອນໄຂທີ່ຂາດແຄນເລືອດບໍລິຈາກ.

ໂດຍ: ໄຊຊະນະ