ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ບົວສອນ ບຸບຜາວັນ ຢັ້ງຢືນວ່າ, ໃນຫຼາຍປີຜ່ານມາ, ຫວຽດນາມ ແລະລາວ ຍາມໃດກໍມີການພົວພັນຮ່ວມມືພິເສດ. ໃນບໍ່ວ່າວິວັດການພັດທະນາໃດ, ສອງປະເທດຍາມໃດກໍຊ່ວຍເຫຼືອ, ໜູນຊ່ວຍເຊິ່ງກັນ ແລະກັນບໍ່ພຽງແຕ່ດ້ານວັດຖຸເທົ່ານັ້ນ, ຫາກຍັງແບງປັ່ນບັນດາບົດຮຽນປະສົບການທີ່ລໍ້າຄ່າອີກດ້ວຍ.

leftcenterrightdel
ສະຫະພັນສະຫະກອນຫວຽດນາມ ຕ້ອນຮັບຄະນະຜູ້ແທນລາວ. ພາບ: nhandan.com.vn.

ໃນໄລຍະຜ່ານມາ, ພັກ, ລັດຫວຽດນາມ ໄດ້ມີຫຼາຍແຜນນະໂຍບາຍ, ນະໂຍບາຍຖືກຕ້ອງກັບການພັດທະນາຂອງເຂດເສດຖະກິດຮ່ວມມື, ສະຫະກອນ. ຕາມທ່ານ ຫງວຽນງອກບາວ ປະທານສະຫະພັນສະຫະກອນຫວຽດນາມ, ປະຈຸບັນ, ສະຫະພັນສະຫະກອນຫວຽດນາມ ກໍາລັງສວມບົດບາດສໍາຄັນໃນການສ້າງ ແລະພັດທະນາລະບົບສະຫະກອນ. ຜ່ານການປະຕິບັດງານຄັ້ງນີ້,  ສະຫະພັນສະຫະກອນຫວຽດນາມ ກໍປາດຖະໜາຢາກແບງປັ່ນບັນດາບົດຮຽນກ່ຽວກັບການພັດທະນາເສດຖະກິດ, ສະຫະກອນຢູ່ ຫວຽດນາມ ກໍຄືຫວັງວ່າການຮ່ວມມືຫວຽດນາມ ແລະລາວ ໃນຂົງເຂດເສດຖະກິດຮ່ວມມື, ສະຫະກອນຈະປະກອບສ່ວນຊຸກຍູ້ການພັດທະນາຂອງຂົງເຂດນີ້ໃນອະນາຄົດ.

ໃນຕອນບ່າຍວັນດຽວກັນ, ທ່ານ ບົວສອນ ບຸບຜາວັນ ແລະຄະນະປະຕິບັດງານກໍໄດ້ມາຢ້ຽມຢາມບາງຮູບແບບສະຫະກອນໃໝ່ທີ່ໄດ້ຫັນປ່ຽນສໍາເລັດຜົນຕາມກົດໝາຍວ່າດ້ວຍສະຫະກອນ 2012  ຢູ່ແຂວງວີ້ງຝຸກ.

ໂດຍ: ຈາງຫງວຽນ