ຄະນະປະຕິບັດງານໂດຍທ່ານ ບົວສອນ ບຸບຜາວັນ, ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ, ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ເປັນຫົວໜ້າຄະນະ.

ທີ່ການຕ້ອນຮັບ, ທ່ານ ຫງວຽນວັນບີ່ງ ໄດ້ຍິນດີຕ້ອນຮັບ ແລະຊົມເຊີຍທ່ານ ບົວສອນ ບຸບຜາວັນ ພ້ອມດ້ວຍຄະນະປະຕິບັດງານສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ; ຊົມເຊີຍບັນດາຜົນງານສໍາຄັນເຊິ່ງປະເທດ ແລະປະຊາຊົນລາວອ້າຍນ້ອງ ຍາດໄດ້ໃນໄລຍະສາມປີແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ.

leftcenterrightdel
ທ່ານ ຫງວຽນວັນບີ່ງ ຕ້ອນຮັບທ່ານ ບົວສອນ ບຸບຜາວັນ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນວັນບີ່ງ ຢືນຢັນວ່າ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຍາມໃດກໍ່ຖືເປັນສໍາຄັນພິເສດ ແລະສະຫງວນບຸລິມະສິດສູງໃນການເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນແບບພິເສດ ຫວຽດນາມ-ລາວ. ນີ້ແມ່ນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ, ເຊິ່ງໄດ້ຮັບການກໍ່ສ້າງ ແລະສືບຖອດຜ່ານການນໍາລຸ້ນຕ່າງໆຂອງສອງປະເທດມາຮອດປະຈຸບັນ ແລະໄດ້ຮັບການເພີ່ມພູນຄູນສ້າງດ້ວຍເລືອດເນື້ອ, ເຫື່ອແຮງຂອງສະມາຊິກພັກ, ພະນັກງານຫຼາຍລຸ້ນຄົນ ແລະປະຊາຊົນສອງປະເທດ. ທ່ານ ຫງວຽນວັນບີ່ງ ເນັ້ນໜັກວ່າຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງປະເທດແມ່ນຍັງຫຼາຍຢູ່, ພິເສດແມ່ນໃນຂົງເຂດເສດຖະກິດ.

ທ່ານ ບົວສອນ ບຸບຜາວັນ ຂອບອົກຂອບໃຈທ່ານ ຫງວຽນວັນບີ່ງ ທີ່ໄດ້ສະຫງວນເວລາຕ້ອນຮັບຄະນະ; ຕີລາຄາສູງບັນດາຜົນງານໃນການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ໃນໄລຍະຜ່ານ. ທ່ານ ບົວສອນ ບຸບຜາວັນ ສະແດງຄວາມປາດຖະໜາວ່າສາຍພົວພັນຮ່ວມມືລະຫວ່າງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ແລະບັນດາອົງການຈັດຕັ້ງຫວຽດນາມ ສືບຕໍ່ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງໃນໄລຍະຈະມາເຖິງ.

ໂດຍ: ເກື່ອງດັ້ງ